ຂ່າວຕ່າງປະເທດລາຍງານ ໃນວັນທີ 9 ມີນາ ຜ່ານມາວ່າ: ທ່ານ ບາລິລ ລາຮາດາເລຍ ລັດຖະມົນຕີກະຊວງພະລັງງານ ແລະ ຊັບພະຍາກອນແຮ່ທາດຂອງອິນໂດເນເຊຍ ໄດ້ເປີດເຜີຍວ່າ, ອິນໂດເນເຊຍຈະເລັ່ງການຈັດຕັ້ງປະຕິບັດມາດຕະການປະສົມເອທານອນຊີວະພາບ ຫຼື ໄບໂອເອທານອນ (bioethanol) ໃນນໍ້າມັນເຊື້ອໄຟ. ໂດຍນ້ຳມັນແອັດຊັງຕ້ອງມີເອທານອນ 20% ຫຼື E20 ເພື່ອຫຼຸດຜ່ອນການເພິ່ງພາການນຳເຂົ້າ ແລະ ຄ່າໃຊ້ຈ່າຍເຊື້ອໄຟ.
ທ່ານ ລາຮາດາເລຍ ກ່າວວ່າ: ລັດຖະບານອິນໂດເນເຊຍຈະຊຸກຍູ້ໃຫ້ມີການຈັດຕັ້ງປະຕິບັດມາດຕະການປະສົມນໍ້າມັນໄບໂອດີເຊວ 50% ຫຼື B50 ຊຶ່ງເປັນເຊື້ອໄຟທີ່ປະສົມນໍ້າມັນກາຊວນກັບເຊື້ອໄຟຊີວະພາບຈາກນໍ້າມັນປາມ. ໂດຍປັດຈຸບັນ, ອິນໂດເນເຊຍກຳນົດໃຫ້ມີການປະສົມນໍ້າມັນໄບໂອດີເຊວ 40% ຫຼື B40.
ທ່ານ ລາຮາດາເລຍ ຊີ້ໃຫ້ເຫັນວ່າ: ສະຖານະການລາຄານໍ້າມັນທົ່ວໂລກທີ່ເພີ່ມຂຶ້ນໃນປັດຈຸບັນເຮັດໃຫ້ລັດຖະບານອິນໂດເນເຊຍຊອກຫາທາງເລືອກທີ່ເໝາະສົມທີ່ສຸດເພື່ອຮັກສາການສະໜອງພະລັງງານຂອງປະເທດ. ຂະ ນະດຽວກັນ, ມາດຕະການເຫຼົ່ານີ້ຍັງຈະສົ່ງເສີມການນຳໃຊ້ເຊື້ອໄຟທີ່ສະອາດ.

