Homeຂ່າວຕ່າງປະເທດເປັນຄັ້ງທຳອິດທີ່ລາຄານ້ຳມັນຂຶ້ນເກີນ 100 ໂດລາ/ຖັງ

ເປັນຄັ້ງທຳອິດທີ່ລາຄານ້ຳມັນຂຶ້ນເກີນ 100 ໂດລາ/ຖັງ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 9 ມີນາ ຜ່ານມາວ່າ: ລາຄານ້ຳມັນຂອງໂລກເພີ່ມຂຶ້ນຢ່າງແຮງ ແລະ ເກີນ 100 ໂດລາ/ຖັງ ເມື່ອຕະຫຼາດເປີດປະຕູການແລກປ່ຽນການຄ້າໃນວັນທີ 8 ມີນາ ຜ່ານມາ, ໃນສະພາບທີ່ບັນດານັກລົງທຶນມີຄວາມວິຕົກກັງວົນວ່າ ແຫຼ່ງສະໜອງພະລັງງານທົ່ວໂລກຖືກຂາດວັກຂາດຕອນ ຍ້ອນສະພາບຄວາມເຄັ່ງຕຶງຢູ່ຕາເວັນອອກກາງເພີ່ມຂຶ້ນ. ນີ້ເປັນຄັ້ງທຳອິດທີ່ລາຄານ້ຳມັນລືນລະດັບນັບແຕ່ເມື່ອເກີດການປະທະກັນລະຫວ່າງ ຣັດເຊຍ – ອູແກຣນ ໃນເດືອນກຸມພາ 2022. ລາຄານ້ຳມັນເຊື້ອໄຟ ແລະ ນ້ຳມັນດິບ (WTI) ເພີ່ມຂຶ້ນເຖິງ 20%, ຂຶ້ນເປັນ 109.17 ໂດລາ/ຖັງ ເປັນໂຕເລກສູງສຸດນັບແຕ່ເດືອນກຸມພາ 2022. ໃນຂະນະນັ້ນ, ລາຄານໍ້າມັນ Brent ເພີ່ມຂຶ້ນປະມານ 19%, ຂຶ້ນເປັນ 110.35 ໂດລາ/ຖັງ.

ລາຄານ້ຳມັນເພີ່ມຂຶ້ນຢ່າງແຮງໃນສະພາບທີ່ການປະທະກັນຢູ່ພາກພື້ນຕາເວັນອອກກາງໄດ້ກ້າວເຂົ້າສູ່ອາທິດທີ 2. ບັນດານັກຊ່ຽວຊານສາກົນກ່າວເຕືອນວ່າຖ້າລາຄານ້ຳມັນຮັກສາກວ່າ 100 ໂດລາ/ຖັງ ໃນໄລຍະຍາວນັ້ນ, ເສດຖະກິດທົ່ວໂລກອາດຈະຖືກຄວາມກົດດັ່ນຫຼາຍພໍສົມຄວນຍ້ອນລາຄາພະລັງງານເພີ່ມຂຶ້ນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments