Homeຂ່າວຕ່າງປະເທດກຳປູເຈຍ ຈະກຳຈັດອາຊະຍາກຳການຫຼອກລວງທາງໂທລະຄົມຢ່າງເດັດຂາດ

ກຳປູເຈຍ ຈະກຳຈັດອາຊະຍາກຳການຫຼອກລວງທາງໂທລະຄົມຢ່າງເດັດຂາດ

ຂ່າວສານຊີອາໄອລາຍງານ ຫວ່າງມໍ່ໆມານີ້ວ່າ: ທ່ານ ຮຸນມາແນດ ນາຍົກລັດຖະມົນຕີກຳປູເຈຍກ່າວວ່າ, ລັດຖະບານກຳປູເຈຍຈະໃຊ້ມາດຕະການທີ່ເດັດຂາດທີ່ສຸດ ເພື່ອກຳຈັດອາຊະຍາກຳການຫຼອກລວງທາງໂທລະຄົມຢ່າງເດັດຂາດ ແລະ ຕັດຂາດຢ່າງສິ້ນເຊີງກັບການຫຼອກລວງທາງໂທລະຄົມ.

ທ່ານ ຮຸນມາແນດ ໃຫ້ຮູ້ວ່າ: ກຳປູເຈຍ ພວມຮ່າງກົດໝາຍສະເພາະ ເພື່ອຕ້ານອາຊະຍາກຳການຫຼອກລວງທາງໂທລະຄົມ ແລະ ຈະກຳນົດມາດຕະການລົງໂທດທີ່ຊັດເຈນ. ຜູ້ທີ່ເຊົ່າເຮືອນໃຫ້ກຸ່ມອາຊະຍາກຳ ເພື່ອດຳເນີນການຫຼອກລວງທາງໂທລະຄົມ, ຜູ້ທີ່ຮັບສະໝັກບຸກຄົນໄປເຮັດການຫຼອກລວງທາງໂທລະຄົມ ຫຼື ເຮັດວຽກຢູ່ໃນສູນຫຼອກລວງທາງໂທລະຄົມ ລ້ວນແຕ່ຈະຕ້ອງຮັບຜິດຊອບທາງກົດໝາຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments