Friday, January 9, 2026
Homeຂ່າວໜ້າໜຶ່ງຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ

ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໄດ້ປິດລົງດ້ວຍຜົນສຳເລັດ ພາຍຫລັງ ດຳເນີນມາແຕ່ວັນທີ 5-8 ມັງກອນ 2026 ຢູ່ນະຄອນຫລວງວຽງຈັນ ໂດຍມີຜູ້ແທນ ທັງໝົດ 835 ສະຫາຍ, ຍິງ 123 ສະຫາຍ ຊຶ່ງເປັນຕົວແທນໃຫ້ແກ່ສະມາຊິກພັກ ທັງໝົດ 421.865 ສະຫາຍ ຈາກທົ່ວປະເທດ ເຂົ້າຮ່ວມ. ພ້ອມນັ້ນ ຍັງມີແຂກຖືກເຊີນ ຈໍານວນ 391 ສະຫາຍ, ລວມຜູ້ເຂົ້າຮ່ວມກອງປະຊຸມໃຫຍ່ ທັງໝົດ 1.226 ສະຫາຍ.

ສະຫາຍ ກິແກ້ວ ໄຂຄຳພິທູນ ກໍາມະການກົມການເມືອງສູນກາງພັກ, ຫົວໜ້າກອງເລຂາ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໄດ້ຖະແຫລງຜົນສຳເລັດຂອງກອງປະຊຸມດັ່ງກ້າວ, ໃນວັນທີ 8 ມັງກອນ 2026 ໂດຍມີເນື້ອໃນສຳຄັນວ່າ: ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແມ່ນເຫດການທາງດ້ານການເມືອງ-ສັງຄົມ ອັນສຳຄັນຍິ່ງ ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໄດ້ດຳເນີນ ຢ່າງຖືກຕ້ອງຕາມກົດລະບຽບຂອງພັກ ພາຍໃຕ້ບັນຍາກາດສ້າງສັນ ເອົາການເອົາງານ ມີຄວາມຮັບຜິດຊອບສູງ ແລະ ໄດ້ສິ້ນສຸດລົງ ດ້ວຍຜົນສຳເລັດອັນຈົບງາມ ພາຍໃຕ້ຄໍາຂວັນ: “ຍົກສູງບົດບາດການນຳພາທີ່ເຂັ້ມແຂງຂອງພັກ, ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ”.

ບັນດາຜູ້ເຂົ້າຮ່ວມກອງປະຊຸມໃຫຍ່ທັງໝົດ ລ້ວນແຕ່ເຫັນເປັນເອກະພາບກັນວ່າ, ນີ້ແມ່ນກອງປະຊຸມໃຫຍ່ ທີ່ມີຄວາມສາມັກຄີເປັນເອກະພາບສູງ; ແມ່ນກອງປະຊຸມໃຫຍ່ແຫ່ງການຍູ້ແຮງພາລະກິດປ່ຽນແປງໃໝ່ ໃຫ້ເຂົ້າສູ່ລວງເລິກ ແລະ ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ, ຮອບດ້ານ; ແມ່ນກອງປະຊຸມໃຫຍ່ແຫ່ງໄຊຊະນະ, ແມ່ນກອງປະຊຸມໃຫຍ່ແຫ່ງການເສີມຂະຫຍາຍມານະຈິດປະຕິວັດ, ແມ່ນກອງປະຊຸມໃຫຍ່ແຫ່ງຄວາມເຊື່ອໝັ້ນ ຕໍ່ການສືບຕໍ່ກ້າວຂຶ້ນຂອງປະເທດຊາດ, ທົ່ວພັກ ແລະ ທົ່ວປວງຊົນລາວ ຕ່າງກໍຊື່ນຊົມຍິນດີ ແລະ ຕອບຮັບດ້ວຍບັນຍາ ກາດອັນຟົດຟື້ນ ຕໍ່ຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງນີ້.

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໄດ້ປະຕິບັດໜ້າທີ່ ຢ່າງຖືກຕ້ອງຕາມກົດລະບຽບຂອງພັກ ແລະ ໄດ້ພິຈາລະນາ, ຮັບຮອງເອົາເອກະສານສຳຄັນຂອງພັກ, ຂອງຊາດ ແລະ ເລືອກຕັ້ງເອົາຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຂອງພັກ ຊຶ່ງມີລາຍລະອຽດ ດັ່ງນີ້: ກອງປະຊຸມໃຫຍ່ ໄດ້ຮັບຮອງເອົາໂຄງການການເມືອງ ສະບັບທີ 3 ຂອງພັກ ທີ່ສະເໜີໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ຊຶ່ງເປັນເອກະສານສໍາຄັນ ທີ່ກໍານົດທິດພື້ນຖານໃຫ້ແກ່ການວາງຍຸດທະສາດ ແລະ ວິໄສທັດ ຂອງພັກ. ໂຄງການການເມືອງສະບັບນີ້, ໄດ້ຕີລາຄາການຈັດຕັ້ງປະຕິບັດໂຄງການການເມືອງ ສະບັບທີ 2 ກໍຄື ພັກນໍາພາ ເຮັດ ສໍາເລັດພາລະກິດປົດປ່ອຍຊາດ ແລະ ສ້າງພື້ນຖານ ຂອງລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ງສັງຄົມນິິຍົມ, ຊຶ່ງໄດ້ແບ່ງເປັນ 3 ໄລຍະ (ພັກນໍາພາ ພາລະກິດປົດປ່ອຍຊາດ, ພັກນໍາພາ ພາລະກິດປົກປັກຮັກສາ ແລະ ສ້າງສາປະ ເທດຊາດ ແລະ ພັກນໍາພາ ພາລະກິດປ່ຽນແປງໃໝ່). ພ້ອມທັງໄດ້ຍົກໃຫ້ເຫັນບັນດາບົດຮຽນ ແລະ ບັນຫາທີ່ເປັນລັກສະນະກົດເກນຂອງການປະຕິວັດລາວ 6 ປະການ. ພ້ອມນັ້ນ, ຍັງໄດ້ວາງຈຸດໝາຍ ຮອດປີ 2055 ກໍຄື ວັນສ້າງ ຕັ້ງພັກຄົບຮອບ 100 ປີ ແມ່ນສູ້ຊົນສ້າງປະເທດເຮົາເປັນປະເທດກໍາລັງພັດທະນາ, ມີລາຍຮັບປານກາງສູງ ຫຍັບເຂົ້າໃກ້ປະເທດທີ່ມີລາຍຮັບສູງ, ມີລະບົບການເມືອງທີ່ເຂັ້ມແຂງ, ມີພື້ນຖານເສດຖະກິດທີ່ທັນສະໄໝ, ກຳລັງການຜະ ລິດ ໄດ້ຮັບການພັດທະນາຮອບດ້ານ ໂດຍມີການພົວພັນການຜະລິດທີ່ສອດຄ່ອງ ແລະ ກ້າວໜ້າ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ມີພື້ນຖານອັນໜັກແໜ້ນ ກ້າວສູ່ຄວາມອີ່ມໜຳສຳລານ. ພ້ອມທັງ ໄດ້ກໍານົດ 11 ເນື້ອໃນພື້ນຖານຂອງການບູລະນະລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ.

ກອງປະຊຸມໃຫຍ່ ໄດ້ພິຈາລະນາ ແລະ ເປັນເອກະສານສັນຮັບຮອງເອົາລາຍງານການເມືອງ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ຊຶ່ງໄດ້ຕີລາຄາ ຢ່າງກວມລວມ ແລະ ເລິກເຊິ່ງ ກັບໝາກຜົນແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ໃນ 5 ປີ ຜ່ານມາ ທີ່ສາມາດຜ່ານຜ່າຄວາມຫຍຸ້ງຍາກ ແລະ ແກ້ໄຂບັນຫາທີ່ເກີດຂຶ້ນ ໄດ້ໂດຍພື້ນຖານ, ເສດຖະກິດ-ສັງຄົມ ຍັງຮັກສາທ່ວງທ່າເຕີບໂຕຕໍ່ເນື່ອງ, ບັນຫາເຄັ່ງຮ້ອນເສດຖະກິດ-ການເງິນ ໄດ້ຮັບການແກ້ໄຂ ແລະ ຜ່ອນຄາຍລົງເທື່ອລະກ້າວ.

ກອງປະຊຸມໃຫຍ່ ຍັງໄດ້ເປັນເອກະພາບ ພາວະວິໄສ ຕໍ່ຂໍ້ຄົງຄ້າງ, ຂໍ້ຂາດຕົກບົກພ່ອງ ໃນການນໍາພາ-ຊີ້ນໍາຂອງພັກ ກໍຄື ການຈັດຕັ້ງປະຕິບັດໜ້າທີ່, ວຽກງານຈຸດສຸມໃນບາງດ້ານ ທີ່ບໍ່ສາມາດບັນລຸຜົນຕາມຄາດໝາຍທີ່ວາງອອກ, ພ້ອມທັງຊີ້ໃຫ້ເຫັນສາເຫດຕົ້ນຕໍ ເພື່ອກໍານົດທິດທາງມາດຕະການແກ້ໄຂ ທີ່ສອດຄ່ອງ ແລະ ແທດເໝາະ, ພ້ອມທັງເລັ່ງທວງ ໃຫ້ດໍາເນີນການແກ້ໄຂຂໍ້ຄົງຄ້າງທີ່ຜ່ານ ຢ່າງຈິງຈັງ ເພື່ອຮັບປະກັນໃຫ້ແກ່ການຫັນປ່ຽນໃໝ່ ຢ່າງຕັ້ງໜ້າຫລາຍຂຶ້ນ. ກອງປະຊຸມໃຫຍ່ ໄດ້ຮັບຮອງເອົາ 6 ບົດຮຽນ ທີ່ຖອດຖອນໄດ້ ຈາກພຶດຕິກໍາ ແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກໍຄື ພຶດຕິກໍາຕົວຈິງ ໃນການນໍາພາ ຂອງພັກເຮົາ ໃນ 5 ປີ ຜ່ານມາ ເພື່ອເປັນບ່ອນອີງສໍາຄັນໃນການປັບປຸງການນໍາພາ-ຊີ້ນໍາ ແລະ ການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ ໃນຕໍ່ໜ້າ.

ເພື່ອສືບຕໍ່ພາລະກິດອັນສໍາຄັນ ໃຫ້ບັນລຸຕາມຄາດໝາຍ ທີ່ວາງອອກ, ກອງປະຊຸມໃຫຍ່ ໄດ້ຢືນຢັນຄວາມຕັດສິນໃຈ ທີ່ຈະສືບຕໍ່ນໍາພາປະເທດຊາດ ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ ບົນພື້ນຖານຍົກສູງບົດບາດການນໍາພາທີ່ເຂັ້ມແຂງຂອງພັກ, ເສີມຂະຫຍາຍກໍາລັງແຮງຂອງຊາດ, ສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ຮອດປີ 2030 ໃຫ້ມີພື້ນຖານ ແລະ ທ່ວງທ່າທີ່ໜັກແໜ້ນ ໃຫ້ແກ່ການພັດທະນາ ພາຍຫລັງປະເທດຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ, ສືບຕໍ່ບູລະນະລະບອບປະ ຊາທິປະໄຕປະຊາຊົນ, ຍົກລະດັບການສ້າງປະຖົມປັດໄຈ ໃຫ້ແກ່ການກ້າວຂຶ້ນສູ່ສັງຄົມນິຍົມຢ່າງໜັກແໜ້ນ ໃນຊຸມປີຕໍ່ໜ້າ. ໂດຍສະເພາະ ໃນ 5 ປີ ຕໍ່ໜ້ານີ້, ກອງປະຊຸມໃຫຍ່ ໄດ້ເອກະພາບຮັບຮອງເອົາ 11 ທິດທາງໃຫຍ່ ເພື່ອສູ້ຊົນຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເນື້ອໃນ ຂອງລາຍງານການເມືອງ ໃຫ້ມີຜົນສໍາເລັດຕົວຈິງ.

ກອງປະຊຸມໃຫຍ່ ໄດ້ພິຈາລະນາ ແລະ ຮັບຮອງເອົາ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ຊຶ່ງແມ່ນແຜນຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ເປັນແຜນງານ, ໂຄງການລະດັບຊາດ, ລວມທັງຂອບການລົງທຶນສໍາລັບໂຄງການເຫລົ່ານັ້ນ, ໃນນັ້ນ ໄດ້ກໍານົດອອກເປັນ 6 ເປົ້າໝາຍໃຫຍ່ ເພື່ອສືບຕໍ່ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ຄື: ສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ດ້ວຍການນໍາໃຊ້ທ່າແຮງເພື່ອເຮັດໃຫ້ເສດຖະກິດ ມີສະຖຽນລະພາບ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີຄຸນນະພາບ, ໝັ້ນທ່ຽງ ແລະ ຍືນຍົງ ໂດຍຍູ້ການເຕີບໂຕເສດຖະກິດແຫ່ງຊາດ ໃຫ້ບັນລຸ 6% ຕໍ່ປີ ຂຶ້ນໄປ; ພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງຂຶ້ນ ແລະ ສາມາດຮູ້ນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ; ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ດີຂຶ້ນ, ຕົວເມືອງ ແລະ ເຂດຊົນນະບົດ ໄດ້ຮັບການພັດທະນາ ຢ່າງສົມຄູ່ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ໃຫ້ຫລຸດລົງເທື່ອລະກ້າວ; ປົກປັກຮັກສາຊັບພະຍາກອນທໍາມະຊາດ ແລະ ສິ່ງ ແວດລ້ອມ ໃຫ້ມີຄວາມຍືນຍົງ ແລະ ສາມາດກຽມພ້ອມຮັບມືກັບການປ່ຽນແປງດິນຟ້າອາກາດ ແລະ ໄພພິບັດຕ່າງໆ; ການເຊື່ອມໂຍງ-ເຊື່ອມຈອດພາກພື້ນ ແລະ ສາກົນ ຢ່າງກວ້າງຂວາງ ແລະ ມີປະສິດທິຜົນ; ການຄຸ້ມຄອງ-ບໍລິຫານລັດໃຫ້ມີປະສິດທິພາບ, ການເມືອງມີສະຖຽນລະພາບ, ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ, ຍຸຕິທໍາ ແລະ ສີວິໄລ.

ກອງປະຊຸມໃຫຍ່ ຍັງໄດ້ພິຈາລະນາ ແລະ ຮັບຮອງ ກົດລະບຽບພັກ ສະໄໝທີ XII, ເພື່ອໃຫ້ສອດຄ່ອງ, ຮອງຮັບການຈັດຕັ້ງປະຕິບັດແນວທາງການເມືອງຂອງພັກ, ຊຸກຍູ້ວຽກງານກໍ່ສ້າງພັກ ເຮັດໃຫ້ພັກເຮົາມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ມີຄວາມສາມາດພຽງພໍໃນການນໍາພາພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃນໄລຍະໃໝ່ ກ້າວຂຶ້ນສູ່ສັງຄົມນິຍົມ ຢ່າງໜັກແໜ້ນ.

ກອງປະຊຸມໃຫຍ່ ໄດ້ພິຈາລະນາ ແລະ ຮັບຮອງເອົາບົດສໍາຫລວດການນໍາພາລວມຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI, ຊຶ່ງໄດ້ຕີລາຄາສູງ ຕໍ່ຄວາມບາກບັ່ນພະຍາຍາມອັນຕັ້ງໜ້າ ແລະ ຄວາມເປັນເຈົ້າການປະດິດສ້າງໃນການເສີມຂະຫຍາຍມູນເຊື້ອ ແລະ ບົດຮຽນອັນປະເສີດຂອງພັກ ໃນການເພີ່ມທະວີຄວາມສາມັກຄີ ເປັນເອກະພາບຢູ່ພາຍໃນພັກ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ດໍາເນີນການປັບປຸງ-ດັດແປງກົນໄກນໍາພາ-ຊີ້ນໍາຂອງສູນກາງພັກ ແລະ ຄະນະພັກແຕ່ລະຂັ້ນ, ປຸກລະດົມທົ່ວພັກ ແລະ ທົ່ວປວງຊົນເຂົ້າຮ່ວມຈັດຕັ້ງປະຕິ ບັດແນວທາງການເມືອງຂອງພັກ ໃຫ້ມີຜົນສໍາເລັດ.

ພ້ອມນີ້, ກອງປະຊຸມໃຫຍ່ ຍັງໄດ້ເປັນເອກະສັນ ເລືອກຕັ້ງເອົາຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຊຶ່ງປະກອບດ້ວຍກໍາມະການສົມບູນ 73 ສະຫາຍ ແລະ ກໍາມະການສໍາຮອງ 15 ສະຫາຍ ເພື່ອເປັນແກ່ນ ສານນໍາພາທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃຫ້ມີຜົນສໍາເລັດ, ສ້າງບາດກ້າວບຸກທະລຸ ໃນການສ້າງການຫັນປ່ຽນທີ່ແຂງແຮງ ໃນການພັດທະ ນາ ແລະ ພາປະເທດຊາດ ກ້າວຂຶ້ນຢ່າງໜັກແໜ້ນຕໍ່ໄປ.

ໃນກອງປະຊຸມຄົບຄະນະຄັ້ງປະຖົມມະລືກ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຍັງໄດ້ເປັນເອກະພາບເລືອກຕັ້ງກໍາມະການກົມການເມືອງສູນກາງພັກ, ຈໍານວນ 13 ສະຫາຍ, ເລືອກເອົາກໍາມະການຄະນະເລຂາທິການສູນກາງພັກ 11 ສະຫາຍ. ກອງປະຊຸມ ໄດ້ເປັນເອກະພາບ ຢ່າງສູງເລືອກເອົາ ສະຫາຍ ທອງລຸນ ສີສຸລິດ ເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ. ພ້ອມກັນນັ້ນ, ກໍໄດ້ເລືອກເອົາ ສະຫາຍ ວິໄລ ຫລ້າຄຳຟອງ ເປັນຜູ້ປະຈໍາການຄະນະເລຂາທິການສູນກາງພັກ. ພ້ອມທັງເລືອກປະທານ, ຮອງປະທານຄະນະກວດກາສູນກາງພັກ ປະກອບດ້ວຍ 6 ສະຫາຍ ໂດຍແມ່ນ ສະຫາຍ ວັນໄຊ ພອງສະຫວັນ ເປັນປະທານ.

ກອງປະຊຸມໃຫຍ່ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ສະມາຊິກພັກ, ພະນັກງານ, ທະຫານ, ຕໍາຫລວດ, ຜູ້ປະກອບການຜະລິດ-ບໍລິການ ແລະ ປະຊາຊົນລາວບັນດາເຜົ່າ, ບັນດາຊັ້ນຄົນ ໃນຂອບເຂດທົ່ວປະເທດ ແລະ ພີ່ ນ້ອງເຊື້ອຊາດລາວຜູ້ຮັກຊາດທີ່ດໍາລົງຊີວິດ ແລະ ທໍາມາຫາກິນຢູ່ຕ່າງປະເທດ ກໍຄື ຊາວຕ່າງປະເທດທີ່ອາໄສຢູ່ ສປປ ລາວ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ເພື່ອສ້າງພື້ນຖານອັນໜັກແໜ້ນ ແລະ ທ່ວງທ່າໃໝ່ ໃຫ້ແກ່ການນໍາເອົາປະເທດເຮົາສືບຕໍ່ກ້າວຂຶ້ນສູ່ຈຸດໝາຍທີ່ວາງໄວ້.

ກອງປະຊຸມ ຍັງໄດ້ສະແດງຄວາມຂອບອົກຂອບໃຈ ຢ່າງຈິງໃຈ ແລະ ຄວາມຮູ້ບຸນຄຸນ ຢ່າງເລິກເຊິ່ງ ມາຍັງບັນດາພັກອ້າຍນ້ອງ, ບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍ ເຫລືອອັນລໍ້າຄ່າ ແກ່ພາລະກິດພັດທະນາ ແລະ ສ້າງສາປະເທດຊາດຂອງປະຊາຊົນເຮົາ ຕະຫລອດໄລຍະເວລາທີ່ຜ່ານມາ.

ກອງປະຊຸມໄດ້ຮຽກຮ້ອງມາຍັງຄະນະພັກທຸກຂັ້ນ, ສະມາຊິກພັກທຸກສະຫາຍ ຈົ່ງເຊີດຊູຄວາມເປັນແບບ ຢ່າງນໍາໜ້າໃນທຸກດ້ານ, ນໍາພາມະຫາຊົນປະຕິບັດມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ XII ໃຫ້ປະກົດຜົນເປັນຈິງ. ພ້ອມກັນນີ້, ກໍຮຽກຮ້ອງມາຍັງພະນັກງານ, ນັກຮົບ, ປະຊາຊົນລາວບັນດາເຜົ່າ, ບັນດາຊັ້ນຄົນ ແລະ ພີ່ນ້ອງເຊື້ອຊາດລາວຜູ້ຮັກຊາດທີ່ດໍາລົງຊີວິດ ແລະ ທໍາມາຫາກິນຢູ່ຕ່າງປະເທດ ຈົ່ງເຊີດຊູນໍ້າໃຈຮັກຊາດ, ເສີມຂະຫຍາຍມານະຈິດບາກບັ່ນບຸກບືນເຂົ້າໃສ່ການປະຕິບັດໜ້າທີ່, ທໍາມາຫາກິນ ແລະ ສ້າງສາ, ບູລະນະລະບອບປະຊາທິປະໄຕປະຊາຊົນກ້າວເດີນສູ່ຈຸດໝາຍສັງຄົມນິຍົມ ຢ່າງໜັກແໜ້ນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments