Friday, January 9, 2026
Homeຂ່າວໜ້າໜຶ່ງສູນທອນພົດກ່າວປິດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ

ສູນທອນພົດກ່າວປິດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ

– ຂໍນ້ອມນະມັດສະການ ພະເຖຣານຸເຖຣະ

– ຮຽນ ຄະນະປະທານ

– ບັນດາສະຫາຍຜູ້ແທນ ແລະ ແຂກ ທີ່ຮັກແພງ.

ນັບແຕ່ວັນທີ 6 ມັງກອນ 2026 ເປັນຕົ້ນມາ, ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ປວງຊົນ ລາວ ມີຄວາມຍິນດີຊົມຊື່ນຫັນໜ້າເຂົ້າສູ່ກອງປະຊຸມໃຫຍ່ ແລະ ພ້ອມກັນຕິດຕາມ ຢ່າງຈົດຈໍ່ ຕໍ່ການດໍາເນີນກອງ ປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ຊຶ່ງແມ່ນເຫດການ ການເມືອງສໍາຄັນອີກ ບັ້ນໜຶ່ງ ບັນທຶກໄວ້ໃນໜ້າປະຫວັດສາດ ຂອງພັກເຮົາ ກໍຄື ຂອງຊາດເຮົາ.

ດ້ວຍຄວາມຮັບຜິດຊອບການເມືອງອັນສູງສົ່ງ ຂອງສະຫາຍຜູ້ແທນ, ມາຮອດເວລານີ້ ກອງປະຊຸມໃຫຍ່ໃກ້ ຈະສິ້ນສຸດລົງ ດ້ວຍຜົນສໍາເລັດຢ່າງສະຫງ່າງາມ.

ກອງປະຊຸມໃຫຍ່ ໄດ້ຄົ້ນຄວ້າພິຈາລະນາຢ່າງເລິກເຊິ່ງ ແລະ ມີຄວາມເປັນເອກະພາບຢ່າງສົມບູນ ແລະ ເປັນເອກະສັນ ຕົກລົງ ແລະ ຮັບຮອງເອົາທຸກໆບັນຫາ ທີ່ຍົກຂຶ້ນໃນລະບຽບວາລະ ຂອງກອງປະຊຸມໃຫຍ່ ທຸກປະ ການ. ພິເສດແມ່ນການ ຮັບຮອງເອົາໂຄງການການເມືອງ ຂອງພັກ ສະບັບທີ III ຊຶ່ງຈະເປັນໂຄງການການເມືອງ ທີ່ຊີ້ທາງເດີນໃຫ້ພັກເຮົາ, ປວງຊົນລາວບັນດາເຜົ່າ ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ, ເປັນລະບອບ ການເມືອງ ທີ່ໄດ້ມາຈາກປະຊາຊົນ ໂດຍປະຊາຊົນ ເພື່ອປະຊາຊົນ ນັ້ນໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ. ນັ້ນ ເປັນການຢືນຢັນຕື່ມອີກ ກ່ຽວກັບຄວາມເດັດດ່ຽວໜຽວແໜ້ນ ຕໍ່ອຸດົມການອັນສູງສຸດຂອງພັກ ກໍຄື ຄວາມຕັດສິນ ໃຈຍຶດໝັ້ນ ຢ່າງສະເໝີຕົ້ນສະເໝີປາຍ ຕໍ່ທາດແທ້ປະຕິວັດ ແລະ ມູນເຊື້ອອັນສະຫງ່າງາມ ຂອງພັກເຮົາ ໃນການນໍາ ພາປະເທດຊາດ ສູ່ຄວາມວັດທະນະຖາວອນ.

ເພື່ອເຮັດໃຫ້ໂຄງການການເມືອງຂອງພັກ ໄດ້ຮັບການຈັດຕັ້ງຜັນຂະຫຍາຍສູ່ລວງເລິກນັ້ນ ກອງປະຊຸມໃຫຍ່ ຄັ້ງນີ້ ໄດ້ຮັບຮອງເອົາທັດສະນະ, ເນື້ອໃນການຕີລາຄາໝາກຜົນຂອງການ ປະຕິບັດແນວທາງປ່ຽນແປງໃໝ່ ຮອບ ດ້ານ ມີຫລັກການຂອງພັກເຮົາ ໃນເກືອບ 40 ປີ ຜ່ານມາ ແລະ ການຈັດຕັ້ງປະຕິບັດມະຕິ ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ IX (2021-2025) ເພື່ອສະຫລຸບຖອດ ຖອນບົດຮຽນ ແລະ ສືບຕໍ່ວາງຈຸດໝາຍ ເພື່ອນໍາພາພາລະກິດປະຕິວັດ ຮອດປີ 2055, ຍຸດທະສາດພັດທະນາ ໄລຍະ 10 ປີ (2026-2035) ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງ ຊາດ 5 ປີ ຄັ້ງທີ X (2026-2030) ໃຫ້ມີພື້ນຖານອັນໜັກແໜ້ນ ສໍາລັບບາດກ້າວເດີນຕໍ່ໄປ ຂອງປະເທດຊາດ, ນັ້ນຖືເປັນຂີດໝາຍສໍາຄັນປະຫວັດສາດ ທີ່ພັກເຮົາ ກໍຄື ການນໍາພັກເຮົາຮຸ່ນນີ້ ໄດ້ມີຄວາມມຸ່ງໝັ້ນ ແລະ ສ້າງພື້ນຖານປະໄວ້ໃຫ້ຮຸ່ນສືບທອດ ຂອງພັກເຮົາ ສືບຕໍ່ດໍາເນີນພາລະກິດປະຕິວັດ ສູ່ຈຸດໝາຍທີ່ວາງ ໄວ ຢ່າງໜັກແໜ້ນ.

ບັນດາສະຫາຍ ທີ່ຮັກແພງ

ກອງປະຊຸມໃຫຍ່ຂອງພັກເຮົາ ໄດ້ເປັນເອກະພາບໃນລະດັບສູງ ຮັບຮອງເອົາກົດລະບຽບຂອງພັກ ສະບັບ ປັບປຸງ ຊຶ່ງເປັນທໍາມະນູນ, ແມ່ນແນວທາງການຈັດຕັ້ງ ແລະ ການເຄື່ອນໄຫວຂອງພັກເຮົາ ທີ່ໄດ້ຮັບການບູລະນະ ໃຫ້ສອດຄ່ອງກັບໂຄງການ ການເມືອງ ກໍຄື ແນວທາງການເມືອງ ໃນເງື່ອນໄຂໃໝ່ ທີ່ກອງປະຊຸມໃຫຍ່ຄັ້ງນີ້ວາງອອກ.

ອັນສໍາຄັນໜຶ່ງ, ກອງປະຊຸມໃຫຍ່ ໄດ້ເລືອກຕັ້ງເອົາຄະນະບໍລິຫານງານສູນກາງພັກຊຸດໃໝ່ ທີ່ມີການສົມທົບ ຢ່າງກົມກຽວ ຂອງໂຄງປະກອບບຸກຄະລາກອນ ທີ່ເໝາະສົມ ລະຫວາງຮຸ່ນຄົນ, ອາຍຸກະສຽນ, ເພດ, ເຜົ່າ, ບັນ ລຸໄດ້ຕາມມາດຕະຖານ ແລະ ເງື່ອນໄຂທີ່ວາງອອກ, ເປັນຜູ້ມີມານະຈິດປະຕິວັດບຸກ. ກອງປະຊຸມໃຫຍ່ ຂອງພວກ ເຮົາເຊື່ອໝັ້ນວ່າ ບັນດາສະຫາຍກໍາມະການສູນກາງພັກຊຸດນີ້ ຈະສືບຕໍ່ເປັນຄະນະນໍາຍຸດທະສາດ ທີ່ເຂັ້ມແຂງ ຂອງ ພັກ ສາມາດປະຕິບັດໜ້າທີ່ການເມືອງ ຂອງຕົນໄດ້ເປັນຢ່າງດີ.

ຄະນະບໍລິຫານງານສູນກາງພັກ ສະໄໝທີ XII ເຂົ້າໃຈດີວ່າ ນີ້ແມ່ນການມອບໝາຍພາລະອັນໜັກໜ່ວງ, ຮອບດ້ານຈາກທົ່ວພັກ ໃຫ້ສືບຕໍ່ແບກຫາບພາລະກິດປະຕິວັດ ຂອງພັກເຮົາ ໃນອີກ 5 ປີຕໍ່ໜ້າ, ທັງເປັນຫລັກແຫລ່ງ ແກ່ນສານ ແຫ່ງຄວາມສາມັກຄີເປັນ ເອກະພາບພາຍໃນພັກ ແລະ ໃນສັງຄົມ, ນໍາພາ-ຊີ້ນໍາການຈັດຕັ້ງ ປະຕິບັດມະຕິ XII ຂອງພັກ ໃຫ້ບັນລຸຄາດໝາຍ ທີ່ວາງໄວ້.

– ຄະນະປະທານ ທີ່ນັບຖື

– ບັນດາສະຫາຍ ທີ່ຮັກແພງທັງຫລາຍ

ກອງປະຊຸມໃຫຍ່ ຂອງພັກເຮົາ ໄດ້ຮັບຜົນສໍາເລັດຢ່າງຈົບງາມ, ອັນໄດ້ຢັ້ງຢືນ ຢ່າງຈະແຈ້ງເຖິງຄວາມສາ ມັກຄີເປັນເອກະພາບສູງ ແລະ ຄວາມຮັບຜິດຊອບ ຢ່າງເຕັມປ່ຽມ ຂອງພັກເຮົາ ໃນການຕົກລົງບັນຫາທີ່ສໍາຄັນ ແລະ ເປັນພື້ນຖານຂອງພັກ, ຂອງການປະຕິວັດ ແລະ ຊາຕາກຳ ຂອງປະເທດຊາດ.

ຜົນສໍາເລັດ ຂອງກອງປະຊຸມໃຫຍ່ ໄດ້ຢືນຢັນເຖິງມານະຈິດ ປະຕິວັດອັນໜຽວແໜ້ນ ແລະ ທັດສະນະ ຫລັກໝັ້ນຊົນຊັ້ນກໍາມະກອນ ຂອງພັກເຮົາ ທີ່ຍາມໃດກໍຈົງຮັກພັກດີ ຕໍ່ຜົນປະໂຫຍດຂອງຊາດ ແລະ ຄວາມມຸ່ງ ມາດປາຖະໜາ ຂອງປະຊາຊົນບັນດາເຜົ່າ. ພ້ອມກັນນັ້ນ, ກໍສອງແສງໃຫ້ເຫັນເຖິງຄວາມບຸກບືນສູ້ຊົນ ແລະ ຄວາມ ຮັບຜິດຊອບສູງຂອງຜູ້ແທນກອງປະຊຸມໃຫຍ່ທຸກສະຫາຍ ກໍຄື ທຸກພາກສ່ວນທີ່ໄດ້ຕັ້ງໜ້າກະກຽມ ເຮັດໃຫ້ກອງປະ ຊຸມໃຫຍ່ ຄັ້ງນີ້ ສາມາດດໍາເນີນໄປດ້ວຍດີ.

ກອງປະຊຸມໃຫຍ່ ຂໍສະແດງຄວາມຂອບອົກຂອບໃຈ ຕໍ່ທຸກ ພາກສ່ວນ, ພະນັກງານ, ສະມາຊິກພັກ, ນັກ ປະຕິວັດອາວຸໂສ, ຕົວແທນຂອງປະຊາຊົນບັນດາເຜົ່າ ແລະ ບັນດາຊັ້ນຄົນ, ພາກທຸລະກິດ ທັງພາກລັດ, ເອກະຊົນ ພາຍໃນ ລວມໄປເຖິງກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສື່ມວນຊົນ ທີ່ໄດ້ປະກອບສ່ວນ ຢ່າງຕັ້ງໜ້າ ເຂົ້າໃນການກະກຽມວຽກຮອບດ້ານ ໃຫ້ແກ່ກອງປະຊຸມໃຫຍ່ຄັ້ງນີ້ ແລະ ໄດ້ນໍາເອົາການສະໜັບສະໜູນອູ້ມຊູ ທາງ ດ້ານວັດຖຸ ແລະ ຈິດໃຈ ມາສູ່ກອງປະຊຸມໃຫຍ່ ຂອງພວກເຮົາ.

ຂໍສະແດງຄວາມຂອບໃຈຢ່າງຈິງໃຈ ໄປຍັງບັນດາພັກອ້າຍນ້ອງ ແລະ ພັກການເມືອງຕ່າງໆ ໃນທົ່ວໂລກ ທີ່ ໄດ້ສົ່ງສານອວຍພອນ ສະແດງຄວາມຂໍ່ານັບຊົມເຊີຍ ແລະ ໃຫ້ການສະໜັບສະໜູນ ຕໍ່ກອງປະຊຸມໃຫຍ່ ຂອງພັກ ພວກເຮົາໃນຄັ້ງນີ້ ທີ່ສະແດງອອກເຖິງນໍ້າໃຈສາກົນອັນຜ່ອງໃສ ແລະ ເປັນການປຸກລະດົມໃຫ້ ກໍາລັງໃຈອັນໃຫຍ່ ຫລວງຕໍ່ກອງປະຊຸມໃຫຍ່ ແລະ ຕໍ່ພັກປະຊາຊົນ ປະຕິວັດລາວ ຂອງພວກເຮົາ.

ບັນດາສະຫາຍ ທີ່ຮັກແພງທັງຫລາຍ

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກເຮົາ ໄດ້ສໍາເລັດລົງ ຢ່າງຈົບງາມແລ້ວ, ແຕ່ພວກ ເຮົາ ຍັງຕ້ອງມີຄວາມຮັບຜິດຊອບສູງ ແລະ ເອົາຈິງເອົາຈັງຕໍ່ການຈັດຕັ້ງຜັນຂະຫຍາຍແນວທາງ, ແຜນນະໂຍບາຍ ທີ່ກອງປະຊຸມໃຫຍ່ຄັ້ງນີ້ ວາງອອກ ໃຫ້ປະກົດຜົນເປັນຈິງ.

ພັກເຮົາຍັງມີເສັ້ນທາງກ້າວເດີນທີ່ຍາວໄກ, ອຸດົມການ ແລະ ຈຸດໝາຍສັງຄົມນິຍົມ ບໍ່ອາດເກີດເປັນຈິງໄດ້ ດ້ວຍຕົວມັນເອງ ຖ້າບໍ່ມີສະມາຊິກພັກ ທີ່ປອດໃສ, ເຂັ້ມແຂງ, ໜັກແໜ້ນ ເປັນຫລັກແຫລ່ງ, ເປັນຜູ້ນໍາພາ. ສະນັ້ນ, ຈຶ່ງຂໍຮຽກຮ້ອງມາຍັງທົ່ວພັກ ໂດຍສະເພາະ ບັນດາສະຫາຍກຳມະການສູນກາງພັກ ສະໄໝ ທີ XII ທີ່ໄດ້ຮັບຄວາມ ໄວ້ວາງໃຈຈາກກອງປະຊຸມໃຫຍ່ຄັ້ງນີ້ ຈົ່ງເຊີດຊູມານະຈິດປະຕິວັດ, ຄວາມຮັບຜິດຊອບການເມືອງ, ຍົກສູງຄວາມ ເປັນແບບຢ່າງນໍາໜ້າ; ຝຶກຝົນຫລໍ່ຫລອມຕົນເອງຮອບດ້ານ; ປັບປຸງແບບແຜນການນໍາພາ-ແບບແຜນວິທີເຮັດວຽກ ທີ່ຖືກຕ້ອງ, ສອດຄ່ອງ ແລະ ແທດກັບຕົວຈິງ ເພື່ອນໍາພາການຈັດຕັ້ງປະຕິບັດແນວທາງ, ແຜນນະໂຍບາຍ ທີ່ກອງ ປະຊຸມ ໃຫຍ່ຄັ້ງນີ້ວາງອອກ ໃຫ້ມີຜົນສໍາເລັດ.

ຄະນະພັກແຕ່ລະຂັ້ນ ຈົ່ງພ້ອມກັນເສີມຂະຫຍາຍຄວາມເປັນເຈົ້າການ ໃນການຜັນຂະຫຍາຍແນວທາງ, ແຜນນະໂຍບາຍ ທີ່ກອງປະຊຸມໃຫຍ່ຄັ້ງນີ້ວາງອອກ ຢ່າງປະດິດສ້າງ ແລະ ປຸກລະດົມ ມະຫາຊົນ ຍູ້ແຮງຂະບວນ ການແຂ່ງຂັນຮັກຊາດ ແລະ ພັດທະນາ ໃຫ້ກວ້າງຂວາງ, ເລິກເຊິ່ງ ແລະ ຕໍ່ເນື່ອງ ເພື່ອເລັ່ງໃສ່ສ້າງການແຂ່ງຂັນ ແລະ ການສ້າງກໍາລັງແຮງ ໃຫ້ແກ່ການພັດທະນາປະເທດຊາດ ໃນຊຸມປີຕໍ່ໜ້າ.

ຂ້າພະເຈົ້າ ເຊື່ອໝັ້ນຢ່າງໜັກແໜ້ນວ່າ ດ້ວຍແນວທາງປ່ຽນແປງໃໝ່ອັນຖືກຕ້ອງ ກໍຄື ບົດຮຽນພຶດຕິກຳ ຕົວຈິງ ທີ່ໄດ້ຜ່ານການທົດສອບ ແລະ ໄດ້ຮັບຜົນຢ່າງດີມາແລ້ວ, ບວກກັບແນວທາງທີ່ກອງປະຊຸມໃຫຍ່ຄັ້ງນີ້ ຂອງ ພັກວາງອອກ, ດ້ວຍການເສີມຂະຫຍາຍມູນເຊື້ອອັນດີງາມ ຂອງພັກ ແລະ ຂອງຊາດ ຕິດພັນກັບການຍົກສູງນໍ້າໃຈ ຮັກຊາດ, ຈິດໃຈເອກະລາດ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຂອງປວງຊົນລາວທັງຊາດ; ດ້ວຍ ການສະໜັບສະໜູນຮ່ວມມື ຂອງປະເທດອ້າຍນ້ອງເພື່ອນມິດຜູ້ຢູ່ໃກ້ ແລະ ຢູ່ໄກໃນໂລກ, ອົງການຈັດຕັ້ງສາກົນ ຕ່າງໆພາລະກຳປະຫວັດສາດ ຂອງພັກເຮົາ ທີ່ຕອບສະໜອງຄວາມມຸ່ງຫວັງ ຂອງປະຊາຊົນລາວບັນດາເຜົ່າ ທີ່ຈະນໍາ ເອົາປະເທດຊາດກ້າວຂຶ້ນສູ່ຈຸດໝາຍປາຍທາງນັ້ນ ຈະໄດ້ຮັບການປະຕິບັດທີ່ມີຜົນສໍາເລັດ ຢ່າງແນ່ນອນ.

ໃນທ່າມກາງບັນຍາກາດ ມີຄວາມໝາຍສໍາຄັນປະຫວັດສາດ ແລະ ປ່ຽມລົ້ນໄປດ້ວຍນໍ້າໃຈຟົດຟື້ນປະຕິວັດ ບຸກ, ໃນນາມຄະນະປະທານ, ຂ້າພະເຈົ້າ ຂໍປະກາດປິດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະ ຊາຊົນປະຕິວັດລາວ ທີ່ມີກຽດສະຫງ່າ ຢ່າງເປັນທາງການ ນັບແຕ່ເວລານີ້ເປັນຕົ້ນໄປ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments