ໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໃນວັນທີ 7 ມັງກອນ 2026 ນີ້, ສະຫາຍ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ເຈົ້າຄອງນະຄອນຫລວງວຽງຈັນ (ນວ) ໄດ້ຍົກໃຫ້ເຫັນບາງທັດສະນະວ່າ: ໃນຖານະທີ່ ນະຄອນຫລວງວຽງຈັນ ເປັນຫົວໃຈ ແລະ ເປັນໃບໜ້າໃບຕາຂອງປະເທດ ຂ້າພະເຈົ້າ ກໍຄື ນະຄອນຫລວງວຽງຈັນ ຈະນຳເອົາເນື້ອໃນຈິດໃຈ ຂອງກອງປະຊຸມໃຫຍ່ຄັ້ງນີ້, ມາຜັນຂະຫຍາຍໃຫ້ປະກົດຜົນເປັນຈິງ ໂດຍສະເພາະແມ່ນ ດ້ານເສດຖະກິດ ຈະສຸມໃສ່ສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃຫ້ເຂັ້ມແຂງ ໂດຍຕັ້ງເປົ້າໝາຍ ການຂະຫຍາຍຕົວຂອງ GDP ໃຫ້ໄດ້ໃນລະດັບ 8% ຂຶ້ນໄປ, ດ້ານພື້ນຖານໂຄງລ່າງ ຈະພັດທະນາຕົວເມືອງໃຫ້ມີຄວາມທັນສະໄໝ, ສີວິໄລ ແລະ ຈະສົ່ງເສີມການທ່ອງທ່ຽວ, ການຄ້າ-ການລົງທຶນ ແລະ ການອະນຸລັກວັດທະນະທຳ-ຮີດຄອງປະເພນີອັນດີງາມ ຂອງຊາດລາວເຮົາໃຫ້ຄົງຢູ່ຄູ່ຄົນລາວຕະຫລອດໄປ.
ສະຫາຍ ອາດສະພັງທອງ ສີພັນດອນ ໄດ້ກ່າວອີກວ່າ: ໃນນາມເປັນຕົວແທນໃຫ້ແກ່ສະມາຊິກພັກຫລາຍກວ່າ 25.000 ສະຫາຍ ທົ່ວນະຄອນຫລວງວຽງຈັນ ສະແດງຄວາມເຊື່ອໝັ້ນຕໍ່ກັບບັນດາຄາດໝາຍ ແລະ ທິດທາງແຜນການພັດທະນາ ທີ່ຈະກາຍເປັນເຂັມທິດເຍືອງທາງ ໃຫ້ແກ່ການສ້າງສາພັດທະນາປະເທດຊາດໃນໄລຍະໃໝ່, ຊຶ່ງກອງປະຊຸມໃຫຍ່ໃນຄັ້ງນີ້, ແມ່ນເຫດການທາງປະຫວັດສາດທີ່ສຳຄັນຢ່າງຍິ່ງໃນການສັງລວມ ແລະ ຕີລາຄາການຈັດ ຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມໃນໄລຍະ 5 ປີ ຜ່ານມາ. ພ້ອມກັນນັ້ນ, ກອງປະຊຸມຍັງໄດ້ຮັບຮອງເອົາເອກະສານສຳຄັນ 4 ສະບັບ ເປັນຕົ້ນ ຮ່າງລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X (2026-2030) ແລະ ການປັບປຸງກົດລະບຽບຂອງພັກ ເພື່ອເປັນບ່ອນອີງໃນການກ້າວໄປຂ້າງໜ້າຢ່າງໝັ້ນຄົງ.
ສະຫາຍ ອາດສະພັງທອງ ສີພັນດອນ ຍັງໄດ້ຮຽກຮ້ອງມາຍັງສະມາຊິກພັກ, ພະນັກງານ-ລັດຖະກອນ, ທະ ຫານ, ຕຳຫລວດ ແລະ ຊາວນະຄອນຫລວງວຽງຈັນ ທຸກຊັ້ນຄົນ ຈົ່ງຍົກສູງຄວາມເປັນເຈົ້າການ ແລະ ສາມັກຄີເປັນປຶກແຜ່ນ ເພື່ອຮັບຕ້ອນຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ແລະ ພ້ອມກັນ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ໃຫ້ກາຍເປັນຜົນງານຕົວຈິງ ໃນທຸກຂົງເຂດວຽກງານເພື່ອສ້າງສາ ນະຄອນຫລວງວຽງຈັນ ໃຫ້ກາຍເປັນຕົວເມືອງທີ່ໜ້າຢູ່ ແລະ ພັດທະນາຢ່າງຍືນຍົງ.

