ວິທະຍຸ-ໂທລະພາບສູນກາງຈີນ, ວັນທີ 6 ມັງກອນນີ້, ກອງປະຊຸມສົນທະນາ ຂອງເຈົ້າຄອງນະຄອນໂລກ ໄຂຂຶ້ນຢູ່ນະຄອນຮາບີນ ແຂວງເຮີ່ຍ ລຸງຈ່ຽງ ຂອງ ສປ ຈີນ. ເຈົ້າຄອງ-ຮອງເຈົ້າ ຄອງນະຄອນ, ພ້ອມດ້ວຍຜູ້ຕາງໜ້າເຈົ້າຄອງນະຄອນຕ່າງໆ ທີ່ມາຈາກການາດາ, ແຟງລັງ, ເຢຍລະມັນ, ເກຣັກ, ສ.ເກົາຫລີ, ໄທ, ຕູຣາເຄຍ, ສປ ຈີນ ແລະ ປະເທດອື່ນໆ ໄດ້ເຂົ້າຮ່ວມ ເພື່ອແລກປ່ຽນປະສົບການ ແລະ ການປະຕິບັດ ກ່ຽວກັບການພັດທະນາດ້ານເສດຖະກິດຫິມະ ແລະ ນ້ຳກ້ອນຢ່າງເລິກເຊິ່ງ. ງານຄັ້ງນີ້ພາຍໃຕ້ຫົວຂໍ້ “ຫິມະ ແລະ ນ້ຳກ້ອນເຊື່ອມຕໍ່ທົ່ວໂລກຮ່ວມມືສ້າງອະນາຄົດທີ່ໄດ້ຮັບຜົນປະໂຫຍດຮ່ວມກັນ” ຜ່ານການທັດສະນະສຶກສາຢ້ຽມຢາມ ແລະ ການສົນທະນາໂດຍຖືນະຄອນຮາບີນເປັນປ່ອງຢ້ຽມ, ສະແດງໃຫ້ທົ່ວໂລກ ເຫັນ ປະສົບການ ແລະ ການປະຕິບັດໃນການພັດທະນາອຸດສາຫະກຳຫິມະ ແລະ ນ້ຳກ້ອນ ຂອງ ສປ ຈີນ ແລະ ດ້ານອື່ນໆ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

