ແຂກຖືກເຊີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໄດ້ລົງຢ້ຽມຢາມ ເຂດພັດທະນາກວມລວມໄຊເສດຖາ ນະຄອນຫຼວງວຽງຈັນ ໃນວັນທີ 7 ມັງກອນນີ້, ໂດຍໄດ້ຮັບການຕ້ອນຮັບຈາກ ສະຫາຍ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ໄກນະຄອນ ທຳມະວອນ ຮອງຫົວໜ້າຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະຜູ້ບໍລິຫານເຂົ້າຮ່ວມ.

ໃນໂອກາດນີ້ ສະຫາຍ ພູວົງ ວົງຄໍາຊາວ ຕາງໜ້າໃຫ້ຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ນະຄອນຫຼວງວຽງຈັນ ໄດ້ກ່າວຕ້ອນຮັບ, ພ້ອມທັງລາຍງານໃຫ້ຮູ້ວ່າ: ເຂດພັດທະນາກວມລວມໄຊເສດຖາ ນວ ໄດ້ຮັບການສ້າງຕັ້ງຂຶ້ນ ຕາມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ເພື່ອເປັນແກ່ນສໍາຄັນໃນການດຶງດູດການລົງທຶນ, ສ້າງວຽກເຮັດງານທໍາ, ຍົກສູງຂີດຄວາມສາມາດໃນການຜະລິດອຸດສາຫະກຳ, ເພື່ອປັບປຸງໂຄງສ້າງເສດຖະກິດໃຫ້ ທັນສະໄໝ ແລະ ຍືນຍົງ. ພາຍໃຕ້ການນໍາພາຂອງພັກ, ການຊີ້ນໍາ ນໍາພາຂອງລັດຖະບານ ແລະ ການອໍານວຍຄວາມສະດວກຈາກຂະແໜງການຕ່າງໆ, ເຂດພັດທະນາກວມລວມໄຊເສດຖາແຫ່ງນີ້ ກໍາລັງມີຄວາມກ້າວໜ້າຢ່າງຕໍ່ເນື່ອງ ໃນການພັດທະນາພື້ນຖານໂຄງລ່າງ ເປັນຕົ້ນ ເສັ້ນທາງ, ລະບົບໄຟຟ້າ, ນໍ້າປະປາ, ລະບົບສາທາລະນຸປະໂພກ ແລະ ສະພາບແວດລ້ອມທີ່ເອື້ອອໍານວຍຕໍ່ກິດຈະການລົງທຶນ ແລະ ການດໍາລົງຊີວິດຂອງພະນັກງານ-ກຳມະກອນ ແລະ ປະຊາຊົນ.
ພ້ອມກັນນັ້ນ, ໄດ້ມີໂຄງການລົງທຶນຈາກພາຍໃນ ແລະ ຕ່າງປະເທດເຂົ້າມາດໍາເນີນກິດຈະການຢ່າງຕໍ່ເນື່ອງ, ຊຶ່ງສ້າງມູນຄ່າເພີ່ມ, ການເຕີບໂຕທາງເສດຖະກິດ ແລະ ເຕີບໂຕອັດຕາການຈ້າງງານ ແລະ ການຢ້ຽມຢາມຄັ້ງນີ້ ຖືເປັນກຳລັງໃຈອັນໃຫຍ່ຫຼວງ ແລະ ເປັນຄໍາແນະນໍາອັນລໍ້າຄ່າ ໃຫ້ແກ່ຄະນະບໍລິຫານ ແລະ ພະນັກງານທຸກພາກສ່ວນ ໃນການຂັບເຄື່ອນການພັດທະນາເຂດພັດທະນາກວມລວມໄຊເສດຖາ ໃຫ້ກ້າວໜ້າ ຢ່າງມີປະສິດທິຜົນ ແລະ ຈະພັດທະນາເຂດພັດທະນາກວມລວມແຫ່ງນີ້ ໃຫ້ກາຍເປັນແຫຼ່ງການລົງທຶນ, ການຜະລິດ ແລະ ການສ້າງວຽກເຮັດງານທໍາທີ່ສໍາຄັນແຫ່ງໜຶ່ງຂອງນະຄອນຫຼວງ ແລະ ຂອງຊາດ, ໃຫ້ສອດຄ່ອງກັບຄວາມຄາດຫວັງຂອງພັກ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ.

ໃນວັນດຽວກັນ, ແຂກຖືກເຊີນ ກອງປະຊຸມຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ກໍໄດ້ລົງຢ້ຽມຢາມເຂດເສດຖະກິດພິເສດບຶງທາດຫຼວງ, ໂດຍການຕ້ອນຮັບຂອງ ສະຫາຍ ນາງ ລຳພອຍ ສີອັກຄະຈັນ ຮອງປະທານສະພາປະຊາຊົນນະຄອນຫຼວງວຽງຈັນ (ນວ), ພ້ອມດ້ວຍພະນັກງານກ່ຽວຂ້ອງໃຫ້ການຕ້ອນຮັບ ແລະ ໃນໂອກາດກັນນີ້ ກໍໄດ້ຮັບຟັງການລາຍງານສະພາບລວມການລົງທຶນຈາກຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ນວ ແລະ ຮັບຟັງການລາຍງານສະພາບລວມຂອງການພັດທະນາເຂດເສດຖະກິດພິເສດບຶງທາດຫຼວງໂດຍຫຍໍ້, ພ້ອມທັງທ່ຽວຊົມເຂດເສດຖະກິດພິເສດບຶງທາດຫຼວງຕື່ມອີກ.

