ຂ່າວຕ່າງປະເທດລາຍງານ ໃນວັນທີ 6 ມັງກອນ ຜ່ານມາວ່າ: ນັບຕັ້ງແຕ່ວັນທີ 5 ມັງກອນ 2026, ລັດຖະບານອັງກິດໄດ້ຫ້າມການໂຄສະນາອາຫານຂີ້ເຫຍື້ອໃນໂທລະພາບ ແລະ ທາງອອນລາຍໃນເວລາກາງເວັນ ຊຶ່ງລັດຖະບານເອີ້ນວ່າເປັນມາດຕະການ “ຄວາມທັນສະໄໝ” ໃນການແກ້ໄຂບັນຫາໂຣກຕຸ້ຍໃນເດັກນ້ອຍ.
ກະຊວງສາທາລະນະສຸກຂອງອັງກິດ ລະບຸຕື່ມວ່າ: ການຫ້າມດັ່ງກ່າວຈະສົ່ງຜົນກະທົບຕໍ່ການໂຄສະນາທີ່ອອກອາກາດກ່ອນເວລາ 21:00 ໂມງ ແລະ ການໂຄສະນາທາງອອນລາຍຕະຫຼອດເວລາ ຊຶ່ງຈະຊ່ວຍຫຼຸດຜ່ອນຈຳນວນເດັກທີ່ເປັນໂຣກຕຸ້ຍລົງໄດ້ 20,000 ຄົນ ແລະ ສ້າງຜົນປະໂຫຍດດ້ານສຸຂະພາບປະມານ 2 ຕື້ປອນ (ສະກຸນເງິນອັງກິດ).
ການນຳໃຊ້ມາດຕະການນີ້ແມ່ນປະຕິບັດຕາມມາດຕະການອື່ນໆທີ່ໄດ້ຈັດຕັ້ງປະຕິບັດເມື່ອບໍ່ດົນມານີ້, ລວມທັງການຂະຫຍາຍການເກັບພາສີນ້ຳຕານສຳລັບສິນຄ້າທີ່ຫຸ້ມຫໍ່ສຳເລັດຮູບເຊັ່ນ: ນົມປັ່ນ, ກາເຟພ້ອມດື່ມ ແລະ ເຄື່ອງດື່ມນົມສົ້ມ. ນອກຈາກນັ້ນ, ອຳນາດການປົກຄອງທ້ອງຖິ່ນໄດ້ຮັບອຳນາດໃນການຫ້າມບໍ່ໃຫ້ຮ້ານອາຫານຈານດ່ວນມາເປີດຢູ່ບໍລິເວນໜ້າໂຮງຮຽນ.
ຂໍ້ມູນທາງການຂອງລັດຖະບານອັງກິດລະບຸວ່າ: 22% ຂອງເດັກນ້ອຍທີ່ເລີ່ມຮຽນຊັ້ນປະຖົມໃນປະເທດ, ໂດຍປົກກະຕິແລ້ວມີອາຍຸປະມານ 5 ປີ ມີນ້ຳໜັກເກີນ ຫຼື ເປັນໂຣກຕຸ້ຍ ແລະ ເພີ່ມຂຶ້ນຫຼາຍກວ່າໜຶ່ງສ່ວນສາມ ເມື່ອພວກເຂົາເຂົ້າໂຮງຮຽນມັດທະຍົມຕົ້ນ ຕອນອາຍຸ 11 ປີ.ນອກຈາກນັ້ນ, ແຂ້ວຜຸຍັງເປັນສາເຫດຫຼັກຂອງການເຂົ້າໂຮງໝໍໃນເດັກນ້ອຍອາຍຸ 5-9 ປີ

