Friday, January 9, 2026
Homeຂ່າວໜ້າໜຶ່ງ5 ປີຜ່ານມາ ວຽກງານ ປກຊ-ປກສ ມີຜົນສຳເລັດຫຼາຍດ້ານ

5 ປີຜ່ານມາ ວຽກງານ ປກຊ-ປກສ ມີຜົນສຳເລັດຫຼາຍດ້ານ

ຕະຫຼອດໄລຍະ 5 ປີຜ່ານມາ, ການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ(ປກຊ)-ປ້ອງກັນຄວາມສະຫງົບ(ປກສ) ມີຜົນສຳເລັດຫຼາຍດ້ານຢ່າງຕໍ່ເນື່ອງດ້ວຍຄວາມຮັບຜິດຊອບສູງ, ພວກເຮົາໄດ້ເຮັດສຳເລັດໜ້າທີ່ການເມືອງຂອງຕົນຢ່າງໜ້າເພິ່ງພໍໃຈ, ເຖິງວ່າຈະພົບກັບຄວາມຫຍຸ້ງຍາກ ແລະ ອຸປະສັກນາໆປະການ, ແຕ່ພາຍໃຕ້ການຊີ້ນໍາ-ນໍາພາໂດຍກົງ, ເດັດຂາດ ແລະ ຮອບດ້ານຂອງພັກ, ຊຶ່ງມີຄະນະກຳມະການ ປກຊ-ປກສ ສູນກາງ ເປັນຜູ້ຊີ້ນໍາ, ບັນຊາໂດຍກົງ, ບວກກັບຄວາມເປັນເອກະພາບສູງຂອງຄະນະພັກສອງກະຊວງ, ຄວາມພະຍາຍາມບຸກບືນ, ສູ້ຊົນຂອງຄະນະພັກແຕ່ລະຂັ້ນ ແລະ ການສະໜັບສະໜູນຈາກບັນດາຂະແໜງການອ້ອມຂ້າງສູນກາງ, ອົງການປົກຄອງທ້ອງຖິ່ນ, ປະຊາຊົນລາວບັນດາເຜົ່າ ແລະ ການຮ່ວມມືຂອງປະເທດເພື່ອນມິດຍຸດທະສາດໄດ້ເຮັດໃຫ້ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກໍຄືແນວທາງ ປກຊ-ປກສ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ, ຮັບປະກັນໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບໂດຍພື້ນຖານ, ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ການພັດທະນາເສດຖະກິດ-ສັງຄົມໄດ້ດໍາເນີນໄປຢ່າງຕໍ່ເນື່ອງ.

fbtw

ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກຳມະການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ລາຍງານຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ວ່າ: 5 ປີຜ່ານມາ, ພວກເຮົາໄດ້ສຸມໃສ່ຄົ້ນຄວ້າປັບປຸງຄືນແຜນຍຸດທະສາດປ້ອງກັນ ສປປ ລາວ ແລະ ນິຕິກຳອື່ນໆທີ່ກ່ຽວຂ້ອງ ເພື່ອໃຫ້ສອດຄ່ອງກັບສະພາບການໃໝ່, ເປັນບ່ອນອີງໃຫ້ການຈັດຕັ້ງປະຕິບັດ ແລະ ເພີ່ມຄວາມສັກສິດໃນການຄຸ້ມຄອງເຂດຍຸດທະສາດປ້ອງກັນຊາດໃຫ້ຖືກກັບທ່າສະໜາມປ້ອງກັນຊາດທີ່ໄດ້ກຳນົດໄວ້ ຕິດພັນກັບວຽກຈັດຕັ້ງ, ຈັດວາງ, ສັບຊ້ອນສະ ຖານທີ່ຂອງຫົວໜ່ວຍ, ກົມກອງທະຫານຈຳນວນໜຶ່ງຄືນໃໝ່ ເພື່ອເສີມຄວາມເຂັ້ມແຂງໃນການກຽມພ້ອມເຮັດສຳ ເລັດໜ້າທີ່ປ້ອງກັນຊາດຢູ່ແຕ່ລະທິດຍຸດທະສາດຂອງປະເທດ, ສຸມກຳລັງລົງກໍ່ສ້າງຮາກຖານການເມືອງຢູ່ເຂດຫ່າງ ໄກສອກຫຼີກ, ເຂດຊາຍແດນ ແລະ ເຂດຈຸດສຸມທີ່ຫຼໍ່ແຫຼມ. ປັດຈຸບັນມີ 19 ກອງປະຕິບັດງານມີຈຳນວນພົນ 405 ສະຫາຍປະຈຳຢູ່ 28 ຈຸດຂອງ 210 ບ້ານ, ລົງກໍ່ສ້າງຮາກຖານການເມືອງແບບມູນເຊື້ອມີ 1,107 ຫົວໜ່ວຍ, ກົມກອງມີຈຳນວນພົນ 4,141 ສະຫາຍ, ສ້າງບ້ານປ້ອມໝັ້ນໄດ້ 717 ບ້ານ, ສ້າງກຸ່ມບ້ານສູ້ຮົບຕິດລຽນໄດ້ 204 ກຸ່ມບ້ານ, ປັບປຸງ ແລະ ກໍ່ສ້າງກຳລັງກອງຫຼອນໄດ້ 1,223 ກອງຮ້ອຍ, ສ້າງຕັ້ງກໍາລັງປ້ອງກັນຕົວໄດ້ 17 ກອງ ຮ້ອຍ. ຈັດຕັ້ງປະຕິບັດແຜນການກໍ່ສ້າງເຂດແນວຫຼັງຍຸດທະສາດ ຕິດພັນກັບການພັດທະນາກຸ່ມບ້ານລຽບຕາມຊາຍແດນທາງທິດແນວຫຼັງຍຸດທະສາດຢ່າງມີຈຸດສຸມ ແລະ ບັນລຸໄດ້ຕາມຄາດໝາຍທີ່ວາງໄວ້ ເຮັດໃຫ້ບໍລິເວນດັ່ງກ່າວໄດ້ຮັບການພັດທະນາ, ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນກວ່າເກົ່າ, ສໍາຄັນແມ່ນສາມາດເຮັດໃຫ້ເຂດດັ່ງກ່າວມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ. ນອກຈາກນັ້ນ, ຍັງໄດ້ສຸມໃສ່ຈັດຕັ້ງປະຕິບັດໂຄງ ການກໍ່ສ້າງທ່າສະໜາມປ້ອງກັນຊາດຈຳນວນໜຶ່ງເຊັ່ນ: ສົມທົບກັບບັນດາຂະແໜງການຂັ້ນສູນກາງ, ອົງການປົກ ຄອງທ້ອງຖິ່ນວາງແຜນພັດທະນາເສດຖະກິດ-ສັງຄົມຢູ່ໃນແຕ່ລະທິດ, ບໍລິເວນຍຸດທະສາດທີ່ສໍາຄັນໃຫ້ຮັບປະກັນ ສົມທົບແໜ້ນລະຫວ່າງການພັດທະນາເສດຖະກິດ-ສັງຄົມກັບວຽກງານ ປກຊ-ປກສ. ໄປຄຽງຄູ່ກັບວຽກງານປ້ອງກັນຊາດ, ພວກເຮົາຍັງໄດ້ຖືສໍາຄັນ ແລະ ເອົາໃຈໃສ່ວຽກງານຕ້ານ ແລະ ແກ້ໄຂການກໍ່ອາດຊະຍາກຳຕ່າງໆ ໃນນີ້ແມ່ນສຸມໃສ່ອາດຊະຍະກຳທາງອິນເຕີເນັດ, ເຊິ່ງໃນຊຸມປີຜ່ານມາ, ວິທະຍາສາດເທັກໂນໂລຊີໄດ້ມີການຂະຫຍາຍ ຕົວຢ່າງວ່ອງໄວ ແລະ ມີລັກສະນະກ້າວກະໂດດ, ເຕັກໂນໂລຊີທາງຂໍ້ມູນຂ່າວສານ, ການກຳເນີດຂອງສື່ອອນລາຍ, ອິນເຕີເນັດໄດ້ເຮັດໃຫ້ສັງຄົມໂລກ ສາມາດເຂົ້າໃກ້ຫາກັນໄດ້ຢ່າງສະດວກວ່ອງໄວ ໂດຍບໍ່ມີພົມແດນ. ແຕ່ຂະນະດຽວກັນ, ພວກຄົນບໍ່ດີກໍໄດ້ສວຍໃຊ້ອິນເຕີເນັດເພື່ອກໍ່ອາດຊະຍາກຳ ເປັນຕົ້ນການສໍ້ໂກງເອົາຊັບສິນ, ແຊກຊຶມເອົາຂໍ້ມູນລັບຂອງບຸກຄົນ, ອົງກອນ, ໂຈມຕີເຂົ້າລະບົບການເງິນ, ບັນຊີທະນາຄານ ແລະ ອື່ນໆ ຊຶ່ງໄດ້ສ້າງຄວາມເສຍຫາຍທາງດ້ານສັບສິນຢ່າງມະຫາສານ ແລະ ເປັນໄພຂົ່ມຂູ່ເຖິງຄວາມໝັ້ນຄົງທາງດ້ານການເມືອງ ແລະ ເສດຖະກິດ-ສັງຄົມຂອງປະເທດເຮົາ. ບັນດາອິດທິກຳລັງປໍລະປັກໄດ້ສວຍໃຊ້ອິນເຕີເນັດເປັນເຄື່ອງມື ເພື່ອດໍາເນີນການເຄື່ອນໄຫວມ້າງແນວຄິດດ້ວຍຮູບການບິດເບືອນຂໍ້ມູນ, ໂຄສະນາຜ່ານສື່ອອນລາຍ ແນໃສ່ໂຄ່ນລົ້ມໂຈມຕີແນວທາງ, ນະໂຍບາຍຂອງພັກ, ລັດ; ປັ່ນປ່ວນມ້າງແນວຄິດຂອງປະຊາຊົນ ເຮັດໃຫ້ສັງຄົມເກີດມີແນວຄິດຊັ່ງຊາປຽບທຽບ, ຄອນແຄນ, ລະແວງສົງໃສກັນ, ຖືກແກ່ດຶງໃຫ້ເຂົ້າຮ່ວມລຸກຮື້ຂຶ້ນປະທ້ວງຕໍ່ຕ້ານແນວທາງ, ນະໂຍບາຍຂອງພັກ-ລັດ. ແຕ່ຍ້ອນຄວາມເອົາໃຈໃສ່ຊີ້ນໍາຢ່າງໃກ້ສິດຈາກສູນກາງພັກ, ລັດຖະບານ ແລະ ການປະສານສົມ ທົບຂອງພາກສ່ວນທີ່ກ່ຽວຂ້ອງ, ການປະຕິບັດໜ້າທີ່ຢ່າງເຂັ້ມງວດ ແລະ ດ້ວຍຄວາມຕັດສິນໃຈສູງຂອງເຈົ້າໜ້າທີ່ພວກເຮົາຈຶ່ງສາມາດປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂເຫດການ ກໍຄືສາມາດທຳລາຍກົນອຸບາຍຂອງພວກຄົນບໍ່ຫວັງດີໃຫ້ປະລາໄຊລົງ.

ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ໃຫ້ຮູ້ຕື່ມອີກວ່າ: ຄຽງຄູ່ກັບຜົນສໍາເລັດທີ່ກ່າວມານັ້ນ, ໃນຊຸມປີຕໍ່ໜ້ານີ້, ພວກເຮົາຮັບຮູ້ໄດ້ບັນຫາທີ່ຈະສຸມໃສ່ແກ້ໄຂ ເພື່ອຮັບປະກັນຄວາມໝັ້ນຄົງຂອງຊາດບາງບັນຫາດັ່ງນີ້: ຜັນຂະຫຍາຍຜົນສຳເລັດຂອງການສ້າງພື້ນຖານເຂດຍຸດທະສາດແນວຫຼັງ, ກຸ່ມບ້ານເຂດຈຸດສຸມ ແລະ ກຸ່ມບ້ານລຽບຊາຍແດນທີ່ໄດ້ສ້າງສຳເລັດແລ້ວນັ້ນ. ໃນນັ້ນ, ຈະສຸມໃສ່ສົມທົບກັບອົງການປົກຄອງທ້ອງຖິ່ນ ຊຸກຍູ້ການພັດທະນາເສດຖະກິດເພື່ອແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ; ສືບຕໍ່ປັບປຸງວຽກງານກໍ່ສ້າງຮາກຖານການເມືອງ, ຍົກລະດັບຄວາມສາມາດຂອງພະນັກງານລົງກໍ່ສ້າງຮາກຖານໃຫ້ມີຄຸນນະພາບ, ປັບປຸງເນື້ອໃນ ແລະ ວິທີປະຕິບັດຕົວຈິງໃຫ້ສອດຄ່ອງກັບສະພາບການ ແລະ ຈຸດພິເສດຂອງແຕ່ລະທ້ອງຖິ່ນ; ສຸມໃສ່ປັບປຸງບັນດາກິດ ຈະການປ້ອງກັນຊາດທີ່ສ້າງສຳເລັດແລ້ວໃຫ້ມີຄວາມແໜ້ນໜາຖາວອນ ແລະ ສາມາດນໍາໃຊ້ໄດ້ຢ່າງມີປະສິດທິຜົນ. ພ້ອມກັນນີ້, ເອົາໃຈໃສ່ປັບປຸງ ແລະ ກໍ່ສ້າງບ້ານປ້ອມໝັ້ນ, ກຸ່ມບ້ານສູ້ຮົບຕິດລຽນ, ປັບປຸງກຳລັງກອງຫຼອນ, ກອງປ້ອງກັນຕົວໃຫ້ມີຄວາມເຂັ້ມແຂງຂຶ້ນ ສາມາດເຄື່ອນໄຫວເຮັດໜ້າທີ່ຮັກສາຄວາມສະຫງົບ, ຄວາມບໍ່ເປັນລະ ບຽບຮຽບຮ້ອຍພາຍໃນບ້ານຂອງຕົນ; ປະສານສົມທົບແໜ້ນກັບພາກສ່ວນທີ່ກ່ຽວຂ້ອງເພື່ອຊອກເຫັນເລ່ຫຼ່ຽມ, ຮູບການເຄື່ອນໄຫວຕົວະຍົວະຫຼອກລວງ, ສໍ້ໂກງຜ່ານອິນເຕີເນັດ ພ້ອມທັງໂຄສະນາ, ເຜີຍແຜ່ໃຫ້ສັງຄົມຮັບຮູ້ຢ່າງທັນເວລາ; ກະຊວງປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນປະເທດ ແລະ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຕ້ອງຮ່ວມກັນຄົ້ນຄວ້າວາງລະບຽບ, ສ້າງນິຕິກຳໃນການຄຸ້ມຄອງລະບົບໂທລະຄົມມະນາຄົມ, ອິນເຕີເນັດ ແລະ ບັນດາຂົງເຂດທີ່ກຳລັງຖືກພວກອາດຊະຍາກຳຜ່ານອິນເຕີເນັດສວຍໃຊ້ໃຫ້ຄົບຖ້ວນ ແທດເໝາະກັບສະພາບຄວາມເປັນຈິງຂອງປະເທດເຮົາ; ສຸມໃສ່ການກໍ່ສ້າງ ຫຼືດຶງດູດເອົາບຸກຄະລາກອນທີ່ມີຄວາມຮູ້ຄວາມສາມາດດ້ານນີ້ ເພື່ອ ດໍາເນີນການຕ້ານ, ສະກັດກັ້ນ, ຕໍ່ສູ້ກັບພວກອາດຊະຍາກຳຜ່ານອິນເຕີເນັດໃຫ້ມີປະສິດທິຜົນ. ຄຽງຄູ່ກັນນັ້ນເພີ່ມທະວີວຽກງານການຮ່ວມມືສາກົນໃນການເຄື່ອນໄຫວຕໍ່ສູ້, ສະກັດກັ້ນຕ້ານອາດຊະຍາກຳທາງອິນເຕີເນັດ ຫຼື ອາດຊະຍະກຳທາງໄຊເບີໃຫ້ແຂງແຮງ, ແໜ້ນແຟ້ນ ແລະ ມີປະສິດທິຜົນສູງ.

ຂ່າວ: ໜັງສືພິມກອງທັບ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments