Thursday, January 8, 2026
Homeຂ່າວຕ່າງປະເທດບໍລິສັດ Hyundai ກະກຽມນໍາໃຊ້ຫຸ່ນຍົນໃນໂຮງງານຜະລິດລົດທົ່ວໂລກ

ບໍລິສັດ Hyundai ກະກຽມນໍາໃຊ້ຫຸ່ນຍົນໃນໂຮງງານຜະລິດລົດທົ່ວໂລກ

ຂ່າວຕ່າງປະເທດລາຍງານ ໃນວັນທີ 6 ມັງກອນ ຜ່ານມາວ່າ: Hyundai, ບໍລິສັດລົດຍົນຍັກໃຫຍ່ຂອງ ສ ເກົາຫຼີໄດ້ປະກາດແຜນການທີ່ຈະນໍາຫຸ່ນຍົນຮູບຮ່າງຄ້າຍຄືມະນຸດມານໍາໃຊ້ໃນໂຮງງານຜະລິດລົດຍົນທົ່ວໂລກ ເລີ່ມຕົ້ນໃນປີ 2028, ໃນທ່າມກາງການແຂ່ງຂັນຂອງອຸດສາຫະກຳຂະໜາດໃຫຍ່ ທີ່ເລັ່ງປັບຕົວເຂົ້າກັບຍຸກ AI.

ກຸ່ມບໍລິສັດ Hyundai Motor ໄດ້ແນະນຳ “Atlas” ຫຸ່ນຍົນຮູບຮ່າງຄ້າຍຄືມະນຸດທີ່ພັດທະນາໂດຍ Boston Dynamics, ໃນງານວາງສະແດງເຄື່ອງໃຊ້ໄຟຟ້າສຳລັບຜູ້ບໍລິໂພກ (CES) ປີ 2026 ທີ່ Las Vegas ສະຫະລັດ ອາເມຣິກາ. ບໍລິສັດລະບຸວ່າ: ຈະຄ່ອຍໆລວມລະບົບຫຸ່ນຍົນເຂົ້າໃນເຄືອຂ່າຍໂຮງງານທົ່ວໂລກ.

Hyundai ຊີ້ໃຫ້ເຫັນວ່າ Atlas ຈະຖືກນຳໃຊ້ໃນໂຮງງານຫຼາຍແຫ່ງ, ລວມທັງໂຮງງານໃນລັດ Georgia ສະຫະລັດ ອາເມຣິກາ ຊຶ່ງເຄີຍເປັນຂ່າວໃຫຍ່ຈາກການປະຕິບັດການກວດຄົ້ນຄົນເຂົ້າເມືອງ ໃນປີ 2025.

Atlas ຖືກອອກແບບມາສຳລັບການນຳໃຊ້ໃນອຸດສາຫະກຳທົ່ວໄປ, ສາມາດເຮັດວຽກຮ່ວມກັບມະນຸດ ແລະ ປະຕິບັດໜ້າວຽກແບບອັດຕະໂນມັດເຊັ່ນ: ການຄວບຄຸມເຄື່ອງຈັກ, ການຍົກວັດຖຸໜັກ ຫຼື ການເຮັດວຽກໃນສະພາບແວດລ້ອມທີ່ມີຄວາມສ່ຽງອັນຕະລາຍ.

Hyundai ຊຶ່ງຖືຫຸ້ນສ່ວນໃຫຍ່ໃນ Boston Dynamics ລະບຸວ່າ: ໃນເບື້ອງຕົ້ນ Atlas ຈະເລີ່ມຈາກການປະຕິບັດໜ້າທີ່ພື້ນຖານ ກ່ອນທີ່ຈະຂະຫຍາຍໄປສູ່ພາລະກິດທີ່ສັບສົນຫຼາຍຂຶ້ນໃນອະນາຄົດ.

ທັງນີ້, ບໍລິສັດ Hyundai ໄດ້ເນັ້ນໜັກວ່າ: ການນຳໃຊ້ຫຸ່ນຍົນຮູບຮ່າງຄ້າຍຄືມະນຸດຈະຊ່ວຍຫຼຸດຜ່ອນພາລະແຮງງານຂອງມະນຸດ ແລະ ເພີ່ມຄວາມປອດໄພໃນວຽກງານທີ່ມີຄວາມສ່ຽງ, ແຕ່ບໍ່ໄດ້ເປີດເຜີຍຈຳນວນຫຸ່ນຍົນທີ່ຈະນຳໃຊ້ໃນເບື້ອງຕົ້ນ ຫຼື ງົບປະມານການລົງທຶນຂອງໂຄງການ.

ໃນລະຫວ່າງການກ່າວຄຳປາໄສທີ່ງານ CES, ທ່ານ ແຈຮຸນ ຊາງ ຮອງປະທານບໍລິສັດ Hyundai ຍອມຮັບເຖິງຄວາມກັງວົນຂອງສັງຄົມວ່າ: ຫຸ່ນຍົນອາດຈະເຂົ້າມາທົດແທນແຮງງານຂອງມະນຸດ, ແຕ່ຢືນຢັນວ່າມະນຸດຈະສືບຕໍ່ມີບົດບາດສຳຄັນເຊັ່ນ: ການຝຶກອົບຮົມ ແລະ ການຄວບຄຸມຫຸ່ນຍົນ, ການປະຕິບັດວຽກງານດ້ານເຕັກນິກ ແລະ ການຄຸ້ມຄອງ ລວມເຖິງການພັດທະນາ ແລະ ການຮັກສາລະບົບ AI.

ການປະກາດນີ້ເກີດຂຶ້ນຫຼັງຈາກບໍລິສັດ Hyundai ໄດ້ລະບຸໃນປີ 2025 ວ່າ: ບໍລິສັດຈະລົງທຶນຫຼາຍກວ່າ 20 ຕື້ໂດລາ ໃນສະຫະລັດ ອາເມຣິກາ, ສອດຄ່ອງກັບນະໂຍບາຍຂອງທ່ານ ໂດໂນ ທຣໍາ ປະທານາທິບໍດີ ສະຫະລັດ ອາເມຣິກາ ທີ່ຕ້ອງການການກະຕຸ້ນການຜະລິດພາຍໃນປະເທດ ຊຶ່ງການລົງທຶນນີ້ກວມເອົາການຂະຫຍາຍກຳລັງການຜະລິດຍານພາຫະນະຂອງສະຫະລັດ ອາເມຣິກາ, ເຕັກໂນໂລຊີຍານພາຫະນະອັດຕະໂນມັດ ແລະ ປັນຍາປະດິດ (AI).

ນອກຈາກ Hyundai ແລ້ວ, ບໍລິສັດທົ່ວໂລກຫຼາຍແຫ່ງກຳລັງເລັ່ງການພັດທະນາ ແລະ ການນຳໃຊ້ຫຸ່ນຍົນຮູບຮ່າງຄ້າຍຄືກັບມະນຸດເຊັ່ນ: Amazon, Tesla ດ້ວຍຫຸ່ນຍົນ Optimus ແລະ BYD, ຜູ້ຜະລິດລົດໄຟຟ້າຍັກໃຫຍ່ຂອງຈີນ. ດັ່ງນັ້ນ, ການເຄື່ອນໄຫວຂອງ Hyundai ຈຶ່ງຖືກເບິ່ງວ່າເປັນອີກບາດກ້າວໜຶ່ງທີ່ສຳຄັນສຳລັບອຸດສາຫະກຳລົດຍົນທົ່ວໂລກ, ກ້າວໄປສູ່ຍຸກໂຮງງານອັດສະລິຍະຢ່າງເຕັມຮູບແບບ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments