ສະຫາຍ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 6 ມັງກອນຜ່ານມາ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວວ່າ: ໃນນາມຕາງໜ້າອົງຄະນະພັກແຂວງສະຫວັນນະເຂດ ຮູ້ສຶກພາກພູມໃຈທີ່ສຸດທີ່ໄດ້ຮັບກຽດເປັນຕົວແທນໃຫ້ປະຊາຊົນບັນດາເຜົ່າ, ສະມາຊິກພັກທົ່ວແຂວງ ຊຶ່ງແຂວງສະຫວັນນະເຂດໄດ້ສ້າງຂະບວນການທີ່ຍິ່ງໃຫຍ່ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ.
ສະຫາຍ ໃຫ້ຮູ້ວ່າ: ກ່ຽວກັບວຽກງານການຜັນຂະຫຍາຍຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກ ພາຍໃນແຂວງສະຫວັນນະເຂດພົ້ນເດັ່ນທີ່ສຸດໄດ້ນໍາເອົາມະຕິດັ່ງກ່າວມາຜັນຂະຫຍາຍເປັນໂຄງການລະອຽດ ໂດຍສະເພາະເນັ້ນໃສ່ການແກ້ໄຂຄວາມທຸກຍາກຂອງປະຊາຊົນ ແກ້ໄຂການຜະລິດຂອງປະຊາຊົນໃຫ້ເປັນສິນຄ້າ. ຕະຫຼອດໄລຍະ 5 ປີ ຜ່ານມາ ຖືວ່າຜົນສໍາເລັດອັນຍິ່ງໃຫຍ່ໄດ້ແກ້ໄຂຄວາມທຸກຍາກຂອງປະຊາຊົນພາຍໃນແຂວງ ຊຶ່ງສາມາດລົບລ້າງໄດ້ 5 ເມືອງເປັນເມືອງພົົ້ນທຸກ ສາມາດແກ້ໄຂບັນດາຈຸດສຸມປະຊາຊົນທີ່ທຸກຍາກ ປະຊາຊົນທີ່ຢູ່ເຂດຫ່າງໄກສອກຫຼີກ ນໍາພາປະຊາຊົນຜະລິດເປັນສິນຄ້າ. ໄລຍະຜ່ານມາພົ້ນເດັ່ນທີ່ສຸດແມ່ນການຜະລິດເຂົ້າເປັນສິນຄ້າສະເລ່ຍເກືອບລ້ານໂຕນຕໍ່ປີ; ການຜະລິດເປັນສິນຄ້າສົ່ງອອກໂດຍສະເພາະແມ່ນການປູກໄມ້ອຸດສາຫະກໍາຂອງປະຊາຊົນສະໜອງໃຫ້ໂຮງງານເຈ້ຍ ເພາະຄວາມຕ້ອງການຜະລິດຕະພັນໄມ້ສໍາລັບປ້ອນໂຮງງານປະມານ 1 ລ້ານຫ້າແສນໂຕນຕໍ່ປີ ຊຶ່ງປັດຈຸບັນສາມາດສະໜອງໄດ້ 2 ແສນໂຕນຕໍ່ປີ ນີ້ແມ່ນຜົນຜະລິດທີ່ຕິດພັນກັບປະຊາຊົນພາຍໃນແຂວງ.
ແຂວງສະຫວັນນະເຂດ ເປັນແຂວງໜຶ່ງທີ່ມີທ່າແຮງບົ່ມຊ້ອນມີຂີດຄວາມສາມາດສູູງ ໂດຍສະເພາະແມ່ນເສັ້ນທາງເລວເສດຖະກິດຕາເວັນອອກ, ຕາເວັນຕົກ, ຜ່ານແຂວງສະຫວັນນະເຂດ ສາມາດເປັນພື້ນຖານໃຫ້ການປະຕິບັດມະຕິ XI ຂອງພັກ ຖືວ່າເສດຖະກິດ 5 ປີພາຍໃນແຂວງສະເລ່ຍແມ່ນ 8% ຂອງການເຕີບໂຕລາຍຮັບງົບປະມານລື່ນແຜນເກືອບ 150 ກວ່າເປີເຊັນ ປະກອບສ່ວນອັນໃຫຍ່ຫຼວງຕໍ່ການປະຕິບັດມະຕິ XI ຂອງສູນກາງພັກໃນໄລຍະຜ່ານມາ. ສິ່ງທີ່ພົ້ນເດັ່ນສາມາດຖອດຖອນບົດຮຽນໄດ້ ອົງຄະນະພັກແຂວງໄດ້ນໍາເອົາແຜນເສດຖະ ກິດ-ສັງຄົມຂອງແຂວງ 5 ປີຄັ້ງທີ IX ມາຜັນຂະຫຍາຍໃຫ້ກົມກຽວກັນລະຫວ່າງແຜນ 5 ປີ ຄັ້ງທີ IX ແຫ່ງຊາດອັນໃດທີ່ເພິ່ນກໍານົດອອກຢູ່ໃນຕົວເລກມະຫາພາກກໍນໍາມາຜັນຂະຫຍາຍ ຫັນເປັນໂຄງການລະອຽດໂດຍສະເພາະ ການຜະລິດເປັນສິນຄ້າຂອງປະຊາຊົນແມ່ນເປັນວຽກງານທີ່ເດັ່່ນຫຼາຍ ພ້ອມນີ້ການແກ້ໄຂບັນດາຈຸດສຸມປະຊາຊົນທີ່ທຸກຍາກຢູ່ເຂດຫ່າງໄກສອກຫຼີກກໍເຮັດໄດ້ດີ ເຮັດໃຫ້ການປະຕິບັດມະຕິ XI ຂອງພັກມີຜົນສໍາເລັດເປັນຢ່າງດີ.
ພາຍຫຼັງສໍາເລັດກອງປະຊຸມໃຫຍ່ຄັ້ງນີ້, ອົງຄະນະພັກແຂວງສະຫວັນນະເຂດຈະນໍາເອົາໂຄງການ ການເມືອງສະບັບທີ III, ບົດລາຍງານການເມືອງທີ່ຜ່ານກອງປະຊຸມໃຫຍ່ຄັ້ງນີ້ທັງພາກສະຫຼຸບ, ພາກທິດທາງແຜນການ ໂດຍຈະນໍາເອົາແຜນເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ X ເພື່ອນໍາມາປະກອບໃຫ້ເປັນແຜນງານຮ່ວມກັບມະຕິຂອງແຂວງ, ແຂວງສະຫວັນນະເຂດມີຄໍາຂວັນ ຍົກສູງບົດບາດການນໍາພາຂອງຄະນະພັກແຕ່ລະຂັ້ນ, ເພີ່ມທະວີສ້າງແຂວງສະຫວັນນະເຂດເປັນຫົວໜ່ວຍຍຸດທະສາດຢ່າງເຂັ້ມແຂງ ໜັກແໜ້ນ ສ້າງຕັ້ງເສດຖະກິດເປັນເຈົ້າຕົນເອງ ສຸມໃສ່ແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ໄດ້ໂດຍພື້ນຖານ ແຂວງໄດ້ກໍານົດແຜນໃນ 5 ປີຄັ້ງທີ X ຂອງແຂວງ; ຮອດປີ 2030 ຕ້ອງລົບລ້າງຄວາມທຸກຍາກໃຫ້ໄດ້ໂດຍພື້ນຖານ, ປັດຈຸບັນພາຍໃນແຂວງມີ 14 ເມືອງ ໜຶ່ງນະຄອນ ຍັງມີເມືອງທຸກຍາກ 4 ເມືອງ, ຍັງມີຄອບຄົວທຸກຍາກປະມານ 49 ພັນຄອບຄົວ ນີ້ເປັນວຽກບຸລິມະສິດທີ່ຈະຕ້ອງໄດ້ຜັນຂະຫຍາຍໂດຍໄວ ເພື່ອໃຫ້ບັນລຸໄດ້ຕາມຈຸດປະສົງລະດັບຄາດໝາຍ.

