Thursday, January 8, 2026
Homeຂ່າວຕ່າງປະເທດພິທີສະເຫລີມສະຫລອງ 80 ປີແຫ່ງວັນເລືອກຕັ້ງສະພາແຫ່ງຊາດຫວຽດນາມ ຄັ້ງທຳອິດ

ພິທີສະເຫລີມສະຫລອງ 80 ປີແຫ່ງວັນເລືອກຕັ້ງສະພາແຫ່ງຊາດຫວຽດນາມ ຄັ້ງທຳອິດ

ວັນທີ 6 ມັງກອນ, ຢູ່ສະໂມສອນຢຽນຮົ່ງ, ຫໍສະພາແຫ່ງຊາດ, ສະພາແຫ່ງຊາດຫວຽດນາມ ໄດ້ຈັດພິທີສະເຫລີມສະຫລອງ 80 ປີແຫ່ງວັນເລືອກຕັ້ງສະພາແຫ່ງຊາດຫວຽດນາມຄັ້ງທຳອິດ (ວັນທີ 6 ມັງກອນ 1946 -ວັນທີ 6 ມັງກອນ 2026). ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ເຂົ້າຮ່ວມພິທີ. ພິທີດັ່ງກ່າວໄດ້ຮັບການຖ່າຍທອດສົດ ໃນຊ່ອງ VOV1, ວິທະຍຸກະຈາຍສຽງຫວຽດນາມ. ນີ້ແມ່ນພິທີສະເຫລີມສະຫລອງລະດັບຊາດ ເຊິ່ງມີຄວາມໝາຍດ້ານການເມືອງ-ປະຫວັດສາດຢ່າງເລິກເຊິ່ງ, ແນໃສ່ໂຄສະນາເຜີຍແຜ່ຢ່າງເລິກເຊິ່ງເຖິງຖອງ ກ່ຽວກັບຄວາມໝາຍອັນຍິ່ງໃຫຍ່ ຂອງການເລືອກຕັ້ງທົ່ວປະເທດ ຄັ້ງທຳອິດ ເມື່ອປີ 1946, ເຫດການ ໄດ້ສ້າງຂີດໝາຍບາດລ້ຽວ ໃນປະຫວັດສາດແຫ່ງການສ້າງລັດຖະທຳມະນູນ, ສ້າງກົດໝາຍ ຂອງ ສສ ຫວຽດນາມ; ພ້ອມທັງຢັ້ງຢືນບົດບາດ, ທີ່ຕັ້ງ ແລະ ການປະກອບສ່ວນສຳຄັນຂອງສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ ໃນພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ ໃນຕະຫລອດ 80 ປີຜ່ານມາ.

ພິທີສະເຫລີມສະຫລອງກໍແມ່ນໂອກາດ ເພື່ອໃຫ້ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບຫວນຄືນປະຫວັດແຫ່ງໄລຍະ ສ້າງສາ ແລະ ພັດທະນາ ຂອງສະພາແຫ່ງຊາດຫວຽດນາມ, ຮັບຮູ້ບັນດາຜົນງານ, ບົດຮຽນອັນລ້ຳຄ່າຜ່ານບັນດາໄລຍະປະຕິວັດ. ໃນໂອກາດນີ້ ທ່ານ ໂຕເລິມ ເລຂາທິການໃຫຍ່ ຢັ້ງຢືນວ່າ: “ໃນຂົງເຂດສ້າງລັດຖະທຳມະນຸນ, ສ້າງກົດໝາຍ, ສະພາແຫ່ງຊາດ ໄດ້ປະກາດ ໃຊ້ລັດຖະທຳມະນູນ 5 ສະບັບ, ຕິດພັນກັບບັນດາບາດລ້ຽວໃຫຍ່ ຂອງການປະຕິວັດ ຫວຽດນາມ. ລັດຖະທຳມະນູນ ແຕ່ລະສະບັບລ້ວນແຕ່ສ່ອງແສງລະດັບການພັດທະນາ ຂອງປະເທດຊາດ, ສະແດງໃຫ້ເຫັນຈິນຕະນາການປ່ຽນແປງໃໝ່ການຈັດຕັ້ງ ແລະ ການເຄື່ອນໄຫວສິດອຳນາດລັດຢ່າງບໍ່ຢຸດຢັ້ງ. ພິເສດເລື່ອງສະພາແຫ່ງຊາດຊຸດທີ XV ໄດ້ຮັບຮອງເອົາມະຕິວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງລັດຖະທຳມະນູນ ໄດ້ສ້າງຂີດໝາຍພັດທະນາໃໝ່ໃນປະຫວັດແຫ່ງການສ້າງລັດຖະທຳມະນູນ, ສ້າງບັນດາຮູບແບບອຳນາດການປົກຄອງທ້ອງຖິ່ນສອງຂັ້ນ, ປັບປຸງກົງຈັກການຈັດຕັ້ງໃຫ້ກະທັດລັດ, ຍົກສູງຜົນສັກສິດ, ປະສິດທິຜົນໃນການບໍລິຫານປະເທດ, ຕອບສະໜອງຄວາມ ຮຽກຮ້ອງຕ້ອງການພັດທະນາປະເທດໃນໄລຍະໃໝ່.” ກ່ອນດຳເນີນພິທີສະເຫລີມສະຫລອງ, ຄະນະຜູ້ແທນໄດ້ວາງພວງມາລາ, ເຂົ້າສຸສານອາໄລຫາປະທານປະທານ ໂຮ່ຈີມິນ, ຈູດທູບທຽນອາໄລຫາບັນດານັກຮົບ ທີ່ເສຍສະຫລະຊີວິດເພື່ອຊາດ; ພ້ອມທັງຢ້ຽມຢາມເຂດວາງສະແດງ ກ່ຽວກັບປະຫວັດສາດແຫ່ງການສ້າງຕັ້ງ ແລະ ພັດທະນາຂອງສະພາແຫ່ງຊາດ ຫວຽດນາມ ໃນຕະຫລອດໄລຍະ 80 ປີຜ່ານມາ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments