Thursday, January 8, 2026
Homeຂ່າວໜ້າໜຶ່ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ເປັນຈຸດປ່ຽນທີ່ສຳຄັນໃນການກໍານົດແນວທາງນະໂຍບາຍຂອງພັກ

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ເປັນຈຸດປ່ຽນທີ່ສຳຄັນໃນການກໍານົດແນວທາງນະໂຍບາຍຂອງພັກ

ສະຫາຍ ພົນໂທ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ຕາງໜ້າໃຫ້ຄະນະຜູ້ແທນສົມບູນ ກະຊວງປ້ອງກັນປະເທດ ໃຫ້ສຳພາດເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ວ່າ: ໃນນາມຜູ້ແທນສົມບູນຕາງໜ້າໃຫ້ບັນດາສະຫາຍຜູ້ແທນສົມບູນ ຂອງກະຊວງປ້ອງກັນປະເທດ, ຕາງໜ້າໃຫ້ຜູ້ແທນສະມາຊິກພັກໃນທົ່ວກອງທັບ ກໍຄືນາຍ ແລະ ພົນທະຫານ ມີຄວາມຮູ້ສຶກພາກພູມໃຈ ແລະ ເປັນກຽດຢ່າງຍິ່ງ ທີ່ໄດ້ເຂົ້າກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ເຊິ່ງເປັນກອງປະຊຸມຄັ້ງປະຫວັດສາດ ທີ່ສຳຄັນໃນຊີວິດການເມືອງ ຂອງພັກປະຊາຊົນປະຕິວັດລາວ ກໍຄືຂອງທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນລາວທັງຊາດ ເຊິ່ງໄດ້ດຳເນີນ ພາຍໃຕ້ຄຳຂວັນ: “ຍົກສູງບົດບາດການນຳພາທີ່ເຂັ້ມແຂງຂອງພັກ ສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ສຶບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນໃຫ້ໜັກແໜ້ນເຂັ້ມແຂງກ້າວຂຶ້ນສັງຄົມນິຍົມ”. ເຊິ່ງບັນດາເນື້ອໃນຈິດໃຈ ແລະ ມະຕິກອງປະຊຸມໃຫຍ່ໃນຄັ້ງນີ້ ຈະກາຍເປັນຈຸດປ່ຽນທີ່ສຳຄັນ ໃນການກຳນົດແນວທາງນະໂຍບາຍຂອງພັກ ໃນໄລຍະຍາວແຕ່ນີ້ຮອດປີ 2055 ແລະ ໄລຍະ 5 ປີ ແຕ່ນີ້ຮອດປິ 2030, ເຊິ່ງທັງໝົດນັ້ນ ຈະເປັນທວນໄຟເຍືອງທາງອັນໃສແຈ້ງໃຫ້ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນລາວບັນດາເຜົ່າ ເພື່ອປະຕິບັດສອງໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຂອງພວກເຮົາ ໃຫ້ຈະເລີນຮັ່ງມີ ແລະ ເຂັ້ມແຂງ.

ສະຫາຍ ພົນໂທ ວົງສອນ ອິນປານພິມ ກ່າວຕື່ມອີກວ່າ: ພາຍຫຼັງກອງປະຊຸມໃຫຍ່ ສຳເລັດພວກຂ້າພະເຈົ້າຜູ້ແທນກອງປະຊຸມໃຫຍ່ ຈາກກະຊວງປ້ອງກັນປະເທດ ຈະນໍາເອົາເນື້ອໃນຈິດໃຈ ຂອງກອງປະຊຸມນີ້ໄປຈັດຕັ້ງຜັນຂະຫຍາຍ ໃຫ້ແທດເໝາະກັບສະພາບຈຸດພິເສດ ແລະ ໜ້າທີ່ການເມືອງຂອງກອງທັບໃນໄລຍະໃໝ່, ໂດຍສະເພາະແມ່ນຂົງເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອເຮັດໃຫ້ປະເທດຊາດ ໄດ້ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບປອດໄພ ເຮັດໃຫ້ປະຊາຊົນໄດ້ດຳລົງຊີວິດ ແລະ ມີເງື່ອນໄຂທໍາມາຫາກິນຢ່າງສະດວກສະບາຍ, ສ້າງທຸກເງື່ອນໄຂໃຫ້ການພັດທະນາເສດຖະກິດ-ສັງຄົມ ຂອງຊາດ ໄດ້ດໍາເນີນໄປຢ່າງຕໍ່ເນື່ອງ ເພື່ອເຮັດໃຫ້ປະເທດຊາດພວກເຮົາມີຄວາມໜັກແໜ້ນ, ເຂັ້ມແຂງ, ສີວິໄລ ແລະ ສຸ່ມໃສ່ໃນການປັບປຸງກໍ່ສ້າງກອງທັບ ໃຫ້ກາຍເປັນກອງທັບປະຕິວັດ ທີ່ມີແບບແຜນທັນສະໄໝ, ມີຄວາມຈົ່ງຮັກພັກດີຕໍ່ພັກຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນ, ສ້າງກອງທັບ ໃຫ້ມີຄວາມທັນສະໄໝຂຶ້ນເລື້ອຍໆ ແລະ ຖືເອົາໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້ ສະແດງຄວາມຂອບໃຈ ແລະ ຂໍອວຍພອນ ການນຳພັກ-ລັດ ແລະ ຜູ້ແທນກອງປະຊຸມຕະຫຼອດເຖິງພະນັກງານສະມາຊິກພັກໃນທົ່ວປະເທດ ເວົ້າລວມ, ສະເພາະ ໃນທົ່ວກອງທັບຈົ່ງມີສຸຂະພາບເຂັ້ມແຂງ ເພື່ອພ້ອມກັນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃຫ້ປະກົດຜົນເປັນຈິງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments