ສະຫາຍ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ໃນວັນທີ 6 ມັງກອນນີ້ ທີ່ຫໍປະຊຸມແຫ່ງຊາດ ໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ວ່າ:ຮູ້ສຶກເປັນກຽດ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ຕາງໜ້າໃຫ້ພະນັກງານສະມາຊິກພັກ ເວົ້າລວມ ສະມາຊິກພັກໃນຂອບເຂດທົ່ວປະເທດ ໂດຍສະເພາະແມ່ນສະມາຊິກພັກກະຊວງ ຍທຂ ໄດ້ຮັບກຽດເປັນຜູ້ແທນສົມບູນ ເຂົ້າຮ່ວມກອງປະຊຸມໃຫຍ່ ທີ່ມີຄວາມໝາຍຄວາມສໍາຄັນໃນຄັ້ງນີ້.
ກອງປະຊຸມໃຫຍ່ຂອງພັກ 5 ປີໃດ, ຈະໄດ້ຈັດຂຶ້ນເທື່ອໜຶ່ງ ຊຶ່ງເປັນເຫດການ ການເມືອງ ທີ່ມີຄວາມໝາຍຄວາມສໍາຄັນຫຼາຍ ສະຫາຍໃດຫາກໄດ້ມີໂອກາດເຂົ້າຮ່ວມແມ່ນວ່າເປັນປະຫວັດສາດໃນຊີວິດ ທີ່ໄດ້ຮັບຮູ້ໃນການສະຫຼຸບຕີລາຄາການນໍາພາຂອງພັກ ຕະຫຼອດໄລຍະ 5 ປີ ຜ່ານມາ ແລະ ກໍານົດວາງທິດທາງແຜນການ 5 ປີ ຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາໃນຕໍ່ໜ້າ ໃຫ້ມີອັນພົ້ນເດັ່ນ ມີອັນໃໝ່ໆ ນໍາພາປະເທດຊາດເຮົາກ້າວຂຶ້ນໃນແຕ່ລະໄລຍະ. ຜ່ານການຮັບຟັງໂຄງການການເມືອງຂອງພັກ ຜ່ານຮ່າງການລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ຮູ້ສຶກວ່າມີຫຼາຍອັນພົ້ນເດັ່ນ ຕີລາຄາຜົນໄດ້ຮັບໄລຍະ 5 ປີຜ່ານມາ ແລະ ທິດທາງແຜນການຕໍ່ໜ້າ ທີ່ເປັນລັກສະນະຈຸດສຸມ ລັກສະນະບຸກທະລຸທາງດ້ານຈິດໃຈ ສ້າງການຫັນປ່ຽນຢ່າງແຂງແຮງ ໂດຍສະເພາະ ວຽກງານ ຍທຂ ໃນ 7 ວຽກຈຸດສຸມ ທີ່ເປັນເສດຖະກິດປາຍແຫຼມ; ໃນນັ້ນ, ວຽກ ຍທຂ ເປັນວຽກໜຶ່ງ ທີ່ມີການຂົນສົ່ງ, ການເຊື່ອມໂຍງ, ເຊື່ອມຈອດ.
ສະຫາຍ ເຫຼັກໄຫຼ ສີວິໄລ ກ່າວອີກວ່າ: ຂ້າພະເຈົ້າຮູ້ສຶກວ່າ ທິດຊີ້ນໍາໃນ 5 ປີ ຕໍ່ໜ້າ ແມ່ນຈະໄດ້ເນັ້ນຫຼາຍບັນຫາ ທີ່ຢູ່ໃນຄໍາຂວັນຂອງພັກ ໂດຍສະເພາະ ແມ່ນເພີ່ມທະວີການຊີ້ນໍາ-ນໍາພາຂອງພັກ ຢ່າງໜັກແໜ້ນ ເຂັ້ມແຂງ ໃນຕໍ່ໜ້າໃຫ້ແຂງແຮງກວ່າເກົ່າ, ວຽກງານເສດຖະກິດກໍເຊັ່ນກັນ ຈະເປັນກົນໄກນໍາພາ, ເປັນການກະຕຸ້ນການພັດທະນາ ແລະ ການປ່ຽນແປງໃນການພັດທະນາເສດຖະກິດ ເຊື່ອໝັ້ນວ່າຈະມີຫຼາຍອັນພົ້ນຂຶ້ນໃນ 5 ປີ ຕໍ່ໜ້າ. ເຊື່ອໜັ້ນວ່າ ພວກເຮົາຈະເຫັນວ່າມີຫຼາຍອັນປ່ຽນແປງ ຊຶ່ງຂົງເຂດ ຍທຂ ຈະສຸມໃສ່ພ້ອມກັນ ຮີບຮ້ອນຜັນຂະຫຍາຍ ຫຼັງຈາກສໍາເລັດກອງປະຊຸມໃຫຍ່ຄັ້ງນີ້ ວຽກງານ ຍທຂ ຈະຕ້ອງເລີ່ມປະຕິບັດແຕ່ຫົວທີ ເພາະເປັນໄມ້ງັດເສດຖະກິດປາຍແຫຼມ ເປັນເສັ້ນເລືອດ ທີ່ຈະກະຕຸ້ນການພັດທະນາໃຫ້ແກ່ປະເທດຊາດ, ບ່ອນໃດມີເສັ້ນທາງໄປຮອດໄປເຖິງໝົດ ບ່ອນນັ້ນແມ່ນມີການພັດທະນາ. ສໍາລັບແຜນພັດທະນາ 5 ປີ ຈະບັນລຸຕາມຈຸດປະສົງຄາດໝາຍນັ້ນ, ຂະແໜງ ຍທຂ ຕ້ອງໄດ້ປະຕິບັດຕາມຄໍາຂວັນທີ່ວາງໄວ້ “ເພີ່ມທະວີ ພັດທະນາໂຍທາທິການ ແລະ ຂົນສົ່ງ ເປັນປາຍແຫຼມມີຈຸດສຸມ ທົນທານ ທັນສະໄໝ ປອດໄພ ເຊື່ອມໂຍງ ເຊື່ອມຈອດ ແລະ ຍືນຍົງ” ໃຫ້ປະກົດຜົນເປັນຈິງ

