ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ຕາງໜ້າໃຫ້ກອງເລຂາກອງປະຊຸມໃຫຍ່ ໄດ້ຖະແຫຼງຂ່າວຜົນກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ມື້ທໍາອິດ ຕໍ່ສື່ມວນຊົນໃນວັນທີ 6 ມັງກອນນີ້ ທີ່ຫໍປະຊຸມແຫ່ງຊາດວ່າ: ກອງປະຊຸມໃຫຍ່ຄັ້ງນີ້, ໄດ້ເປີດຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 6 ມັງກອນ 2026 ດ້ວຍບັນຍາກາດຄຶກຄື້ນ, ຕື່ນເຕັ້ນ ແລະ ພາກພູມໃຈ. ກອງປະຊຸມຄັ້ງນີ້, ມີຜູ້ແທນສົມບູນເຂົ້າຮ່ວມ 834 ສະຫາຍ, ຍິງ 123 ສະຫາຍ ແລະ ຜູ້ແທນຮັບເຊີນຈໍານວນ 384 ສະຫາຍ.
ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແມ່ນເຫດປະຫວັດສາດການທາງດ້ານການເມືອງ-ສັງຄົມອັນສໍາຄັນຍິ່ງ ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໄດ້ດໍາເນີນຢ່າງຖືກຕ້ອງ ຕາມກົດລະບຽບຂອງພັກ ພາຍໃຕ້ບັນຍາກາດສ້າງສັນ ເອົາການເອົາງານ ມີຄວາມຮັບຜິດຊອບສູງ.
ການດໍາເນີນກອງປະຊຸມໃຫຍ່ ໃນມື້ທໍາອິດນີ້, ຜູ້ແທນກອງປະຊຸມໃຫຍ່ ແລະ ແຂກເຂົ້າຮ່ວມກອງປະຊຸມ ໄດ້ຮັບຟັງສູນທອນພົດເປີດກອງປະຊຸມໃຫຍ່ ໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ສປປ ລາວ ຊຶ່ງມີດ້ວຍເນື້ອໃນທີ່ເລິກເຊິ່ງ, ຄົບຖ້ວນ; ໄດ້ຮັບຟັງການສະເໜີ ຮ່າງໂຄງການການເມືອງ ສະບັບທີ III ຂອງພັກ; ຮ່າງລາຍງານການເມືອງ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI; ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030); ຮ່າງກົດລະບຽບພັກ ສະບັບປຸງ ສະໄໝທີ XII ຂອງພັກ. ພ້ອມດຽວກັນນີ້, ໄດ້ຮັບຟັງການປະກອບຄໍາເຫັນຂອງຜູ້ຕາງໜ້າໃຫ້ກະຊວງ-ອົງການທັງສູນກາງ ແລະ ທ້ອງຖິ່ນ ຈໍານວນ 10 ພາກສ່ວນ.
ສຸດທ້າຍ, ໃນມື້ທໍາອິດນີ້ ກອງປະຊຸມໄດ້ລົງມະຕິຮັບຮອງເອົາ 4 ເອກະສານສຳຄັນນັ້ນ ຢ່າງເປັນເອກກະສັນ ກໍຄືຮັບຮອງເອົາ ຮ່າງໂຄງການການເມືອງ ສະບັບທີ III, ຮ່າງລາຍງານການເມືອງ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI; ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X; ຮ່າງກົດລະບຽບພັກ ສະບັບປຸງ ສະໄໝທີ XII ຂອງພັກ ປະຊາຊົນ ປະຕິວັດລາວ.
ສັງລວມແລ້ວ, ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໃນມື້ທໍາອິດ ແມ່ນດໍາເນີນໄປດ້ວຍບັນຍາກາດທີ່ດີ ແລະ ມີຄວາມຮັບຜິດຊອບສູງ, ມີເນື້ອໃນອຸດົມສົມບູນ, ຮັບປະກັນໄດ້ຕາມກົດລະບຽບຂອງພັກ ປະຊາຊົນ ປະຕິວັດລາວ ທີ່ກຳນົດໄວ້.
ຜົນກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ມື້ທໍາອິດ
RELATED ARTICLES

