ສະຫາຍ ຫົງທອງ ຈັນທະຈິດ ຄະນະປະຈຳພັກແຂວງຫົວພັນ ເລຂາຄະນະບໍລິຫານງານພັກເມືອງຊຳເໜືອ ໄດ້ໃຫ້ສຳພາດເນື່ອງໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ, ໃນວັນທີ 6 ມັງກອນນີ້ວ່າ: ໃນນາມຕາງໜ້າຜູ້ແທນສົມບູນຂອງ ແຂວງ ຫົວພັນ ແລະ ໄດ້ຮັບຟັງການລາຍງານຮ່າງບົດລາຍງານການເມືອງ ຈາກ ສະຫາຍ ທອງລູນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຈາກ ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຊຶ່ງໄດ້ເຫັນດີເປັນເອກກະພາບສູງ ຕໍ່ກັບເນື້ອໃນ.
ສະຫາຍ ຫົງທອງ ຈັນທະຈິດ ກ່າວຕື່ມວ່າ: ສໍາລັບແຂວງຫົວພັນ ໄດ້ມີຜົນສຳເລັດຫຼາຍດ້ານ ໂດຍສະເພາະການຈັດຕັ້ງແຜນພັດທະນາເສດຖະກິດ-ສັງຄົມ ຊຶ່ງໂດຍລວມປະຊາຊົນແຂວງຫົວພັນ ແມ່ນມີຄວາມສະຫງົບໂດຍພື້ນຖານ, ປະຊາຊົນມີຄວາມເປັນລະບຽບຮຽບຮ້ອຍ, ການທຳມາຫາກິນມີການຂະຫຍາຍຕົວ, ເສດຖະກິດກໍເຕີບໂຕຢ່າງຕໍ່ເນື່ອງ ສະແດງອອກຢູ່ໃນການຈັດເກັບລາຍຮັບຢູ່ໃນໄລຍະ 5 ປີຜ່ານມາ ຊຶ່ງແຂວງຫົວພັນຂອງພວກເຮົາ ສາມາດຈັດເກັບລາຍຮັບໄດ້ເກີນແຜນ ແລະ ເປັນສິ່ງໜຶ່ງສາມາດປະກອບສ່ວນສ້າງສາພັດທະນາແຂວງຫົວພັນ ໃຫ້ການພັດທະນາ ແລະ ກ້າວໜ້າຍິ່ງໆຂຶ້ນ; ທັງເປັນການປະກອບສ່ວນແກ່ຜົນສຳເລັດຂອງການຈັດຕັ້ງປະຕິບັດມະຕິ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX.
ພາຍຫຼັງກອງປະຊຸມໃຫຍ່ໃນຄັ້ງນີ້, ກໍຈະນຳເອົາບັນດາເນື້ອໃນຈິດໃຈຂອງກອງປະຊຸມໃຫຍ່ ໄປຜັນຂະຫຍາຍຢູ່ພາຍໃນແຂວງຫົວພັນ, ໂດຍສະເພາະແມ່ນຕົວເມືອງຊໍາເໜືອ, ເພາະໃນນາມເປັນເລຂາຄະນະບໍລິຫານງານເມືອງຊໍາເໜືອ ກໍຈະນຳເອົາເນື້ອໃນກອງປະຊຸມໄປຈັດຕັ້ງຜັນຂະຫຍາຍ ໃຫ້ປະກົດຜົນເປັນຈິງ ແລະ ແທດເຖິງກັບສະພາບຕົວຈິງ ຢູ່ພາຍໃນແຂວງຫົວພັນ.

