ສະຫາຍ ທະນູໄຊ ບັນຊາລິດ ຮອງເລຂາພັກແຂວງ ປະທານຄະນະກໍາມະການປົກຄອງແຂວງອັດຕະປື ໄດ້ໃຫ້ສໍາພາດຕໍ່ນັກຂ່າວໃນວັນທີ 6 ມັງກອນນີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນວ່າ: ໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ກອງປະຊຸມຄັ້ງນີ້ສຸດທີ່ມີຄວາມໝາຍສໍາຄັນສໍາລັບປະເທດ.
ແຂວງອັດຕະປື ແມ່ນແຂວງໜຶ່ງທີ່ໄດ້ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ຊຶ່ງເປັນຄາດໝາຍສໍາຄັນ ແລະ ຄາດໝາຍສູ້ຊົນ ເຮັດໃຫ້ປະເທດເຮົາຫຼຸດພົ້ນ ແລະ ຂ້າມຜ່ານຈາກສະຖານະພາບປະເທດດ້ອຍພັດທະນາ ແລະ ກ້າວສູ່ຈຸດໝາຍທີ່ວາງໄວ້.
ໃນກອງປະຊຸມໃຫຍ່ທຸກໆຄັ້ງທີ່ຜ່ານມາ, ພວກເຮົາມີຄວາມຫວັງສູງ ແລະ ຄັ້ງນີ້ ກໍຈະເປັນຄັ້ງໜຶ່ງທີ່ຈະຍົກບົດບາດການນໍາພາຂອງພັກໃຫ້ສູງເດັ່ນຂຶ້ນ ຊຶ່ງຈະໄດ້ຫັນເອົາພະນັກງານລົງສູ່ຮາກຖານ ໃນການນໍາພາວຽກງານຕົວຈິງ, ວຽກງານກໍ່ສ້າງພັກ-ພະນັກງານ. ຕະຫຼອດໄລຍະທີ່ຜ່ານມາ ໄດ້ສຸມໃສ່ຄຸນນະພາບເປັນຕົ້ນຕໍ, ສຸມໃສ່ປັບ ປຸງກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ໜັກແໜ້ນ, ປັບປຸງຍົກລະດັບຄວາມຮູ້, ຄວາມສາມາດໃຫ້ພະນັກງານຢ່າງເປັນລະບົບຕໍ່ເນື່ອງນັບທັງຢູ່ພາຍໃນ-ຕ່າງປະເທດ. ຜ່ານການປັບປຸງກົງຈັກການຈັດຕັ້ງ ຊຶ່ງໄດ້ໂຮມເອົາບັນດາພະ ແນກການ, ຫ້ອງການຂັ້ນແຂວງ-ເມືອງຕ່າງໆ, ໄດ້ທ້ອນໂຮມບັນດາກໍາລັງທີ່ເຂັ້ມແຂງໃສ່ກັນ ແລະ ກໍານົດໜ້າວຽກ, ພາລະບົດບາດ, ຄວາມຮັບຜິດຊອບຢ່າງຈະແຈ້ງ, ການແບ່ງຄວາມຮັບຜິດຊອບ-ໜ້າທີ່ວຽກງານຕາມເງື່ອນໄຂສະພາບການໃໝ່ ຊຶ່ງໄລຍະທີ່ຜ່ານມາ ແມ່ນໄດ້ແບ່ງຄວາມຮັບຜິດຊອບແລ້ວ ແຕ່ເຖິງແນວໃດກໍຕາມ ຍັງຈະຕ້ອງໄດ້ມີການປະສານງານລະອຽດຕື່ມອີກ ນັບທັງສະພາປະຊາຊົນແຂວງ, ຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າ ວຽກງານດັ່ງກ່າວຈະດໍາເນີນໄປດ້ວຍດີ ແລະ ເພື່ອຮັບປະກັນໃຫ້ວຽກງານດໍາເນີນໄປດ້ວຍດີ ກົນໄກການປະສານງານ ຊຶ່ງຈຸດດັ່ງກ່າວຈະໄດ້ເອົາໃຈໃສ່ຕື່ມອີກ. ຕໍ່ກັບການພັດທະນາເສດຖະກິດ-ສັງຄົມ ແຂວງອັດຕະປືໄດ້ຕັ້ງໜ້າຈັດຕັ້ງປະຕິບັດຫຼາຍວຽກງານ ອັນພົ້ນເດັ່ນ 5 ປີຜ່ານມາ ສາມາດບືນຕົວສ້າງລາຍຮັບເກີນແຜນທຸກໆປີ, ສໍາລັບປີ 2025 ລາຍຮັບເກີນດູນ 80% ຂອງແຜນທີ່ວາງໄວ້.
ໃນຕໍ່ໜ້າຈະສຸມໃສ່, ລົງໄປຊຸກຍູ້, ສ້າງຂະບວນການ ແລະ ຊ່ວຍເຫຼືອກໍ່ສ້າງສະມາຊິກພັກ-ພະນັກງານທີ່ຈະປະກອບໃຫ້ຕາແສງ, ພາຍຫຼັງກອງປະຊຸມໃຫຍ່ສໍາເລັດຈະໄດ້ດໍາເນີນວຽກງານຕົວຈິງ ນີ້ແມ່ນວຽກງານທີ່ຈໍາເປັນ ແລະ ຮີບດ່ວນທີ່ຈະເຮັດໃນຕໍ່ໜ້າ.

