ໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ. ສະຫາຍ ຄໍາມອນ ຈັນທະຈິດ ກໍາມະການຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະທານ-ຜູ້ປະຈໍາການສະພາທິດສະດີສູນກາງພັກ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 6 ມັງກອນນີ້, ທີ່ຫໍປະຊຸມແຫ່ງຊາດວ່າ: ກອງປະຊຸມຄັ້ງນີ້, ເປັນກອງປະຊຸມທີ່ມີຄວາມໝາຍສຳຄັນ, ເປັນເຫດການ ການເມືອງສຳຄັນຂອງພັກປະຊາຊົນ ປະຕິວັດລາວ ແລະ ຮູ້ສຶກເປັນກຽດພາກພູມໃຈ, ດີໃຈທີ່ໄດ້ມີສ່ວນຮ່ວມໃນການກະກຽມກອງປະຊຸມໃນຄັ້ງນີ້ ແລະ ມີບັນຍາກາດຄຶກຄື້ນ, ມີຄວາມຮັບຜິດຊອບ ທັງມີຄວາມສະນິດສະໜົມ, ມີຄວາມຮັບຜິດຊອບ ບໍ່ວ່າຈະຢູ່ພາຍໃນກອງປະຊຸມ ກໍຄືຢູ່ນອກກອງປະຊຸມລ້ວນແລ້ວແຕ່ສະແດງເຖິງຄວາມຕັ້ງຈິດຕັ້ງໃຈ, ຄວາມເຊື່ອໝັ້ນ ແລະ ຄວາມຮັບຜິດຊອບຂອງແຕ່ລະພາກສ່ວນ ແລະ ເນື້ອໃນກອງປະຊຸມໃນຄັ້ງນີ້ມີຄວາມອຸດົມສົມບູນ ແລະ ແຕກຕ່າງຈາກກອງປະຊຸມໃນສະໄໝກ່ອນໆ. ເນື່ອງຈາກມີໂຄງການການ ເມືອງສະບັບທີ 3 ຂອງພັກ. ຕະຫຼອດໄລຍະ 50 ກວ່າປີຜ່ານມາ, ພວກເຮົາໄດ້ວາງໂຄງການ ການເມືອງແລະ ໄດ້ນຳພາດ້ວຍແນວທາງແຜນຍຸດທະສາດ, ນະໂຍບາຍຂອງພັກໃນແຕ່ລະສະໄໝ.
ກອງປະຊຸມຄັ້ງນີ້, ພິເສດມີໂຄງການ ການເມືອງສະບັບທີ 3 ຊຶ່ງເປັນໂຄງການ ການເມືອງທີ່ກຳນົດທິດທາງວິໄສທັດລະອຽດ ໂດຍສະເພາະມີ 11 ນະໂຍບາຍໃຫຍ່ ທີ່ໄດ້ກໍານົດອອກໃນໂຄງການການເມືອງ ແຕ່ນີ້ຈົນຮອດປີ 2055 ຖືວ່າໄດ້ກໍານົດຊັດເຈນ ແລະ ແຈ້ງຂ່າວໃນແຕ່ລະນະໂຍບາຍຕ່າງໆ ສະແດງເຖິງຄວາມພິເສດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ. ສຳລັບວຽກງານ ຄອສພ ຊຶ່ງເປັນວຽກໜຶ່ງທີ່ມີຄວາມສຳຄັນ ແລະ ເປັນກະບອກສຽງສຳຄັນໃຫ້ພັກ, ບົນຈິດໃຈເນື້ອໃນກອງປະຊຸມດັ່ງກ່າວ ພວກເຮົາຈະນໍາເອົາເນື້ອໃນກອງປະຊຸມຄັ້ງນີ້ໄປເຜີຍແຜ່, ໂຄສະນາ, ຖ່າຍທອດຜ່ານສື່ມວນຊົນ, ການໂຄສະນາດ້ວຍປາກ ແລະ ພາຫະນະສື່ມວນຊົນຕ່າງໆ ເພື່ອນຳເອົາຂໍ້ມູນຂ່າວສານດັ່ງກ່າວໃຫ້ເກີດດອກອອກຜົນຕົວຈິງ.
ສະຫາຍ ຄໍາມອນ ຈັນທະຈິດ ກ່າວຕື່ມວ່າ: ເນື່ອງຈາກຈິດໃຈທີ່ພວກເຮົາຢາກບັນລຸໃຫ້ໄດ້ໃນກອງປະຊຸມໃຫຍ່ຄັ້ງນີ້ ກໍຄືໃນ 5 ປີຕໍ່ໜ້າ ເພື່ອເຮັດໃຫ້ເນື້ອໃນກອງປະຊຸມປະກົດຜົນເປັນຈິງ ບໍ່ວ່າຈະເປັນທາງດ້ານການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ ແລະ ວຽກງານອື່ນໆໄດ້ວາງເປົ້າໝາຍ, ຈຸດໝາຍ ແລະ ວິໄສທັດໄວ້ຢ່າງລະອຽດຄົບຖ້ວນ; ຄຳຂວັນກອງປະຊຸມຄັ້ງນີ້, ຍົກສູງບົດບາດຄວາມສາມາດນຳພາທີ່ເຂັ້ມແຂງຂອງພັກ ເພື່ອເຮັດໃຫ້ບົດບາດຂອງພັກສູງຂຶ້ນ, ໄດ້ຮັບຄວາມເຊື່ອໝັ້ນ ແລະ ເປັນແກນກາງໃນລະບົບການເມືອງຢ່າງແທ້ຈິງ; ຍູ້ແຮງພາລະກິດປ່ຽນແປງໃໝ່ ໂດຍສະເພາະແມ່ນສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ; ສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ; ພັດທະນາຊັບພະຍາກອນມະນຸດ ໂດຍສະເພາະໃນເງື່ອນໄຂວິທະຍາສາດ-ເຕັກໂນໂລຊີ ທີ່ນັບມື້ຂະຫຍາຍຕົວ, ການຫັນເປັນທັນສະໄໝ, ຫັນເປັນດີຈີຕອນ ເປັນເປົ້າໝາຍສຳຄັນໃນຍຸກປັດຈຸບັນ ເພື່ອບັນລຸຈິດໃຈດັ່ງກ່າວ, ໃນນາມ ຄອສພ ກໍຄືສະພາທິດສະດີສູນກາງພັກ ຮຽກຮ້ອງມາຍັງປະຊາຊົນ, ພະນັກງານ, ສະມາຊິກພັກຈົ່ງຮ່ວມແຮງຮ່ວມໃຈກັນ ເຮັດໃຫ້ມະຕິກອງປະຊຸມໃຫຍ່ປະກົດຜົນເປັນຈິງ ແລະ ກາຍເປັນຮູບປະທຳ. ໃນນີ້ຕ້ອງພ້ອມກັນເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນ ທົ່ວພັກ ທົ່ວປວງຊົນ ເພື່ອເຮັດວຽກໃຫຍ່ໃຫ້ສຳເລັດ (ທັງແຜນ 5 ປີ ແລະ ຮອດປີ 2055), ແຕ່ລະພາກສ່ວນຕ້ອງຍົກສູງຄວາມຮັບຜິດຊອບເປັນເຈົ້າການ. ໃນສະພາບທີ່ຫຍຸ້ງຍາກ ພວກເຮົາຕ້ອງປະຕິບັດຕາມທິດຊີ້ນຳທີ່ວ່າ: “ຍິ່ງຫຍຸ້ງຍາກ ກໍຍິ່ງອົດທົນ, ຍິ່ງສັບສົນ ກໍຍິ່ງອຸ່ນອ່ຽນ, ຍິ່ງລະອຽດຂ້ຽວຂາດ ກໍຍິ່ງມີຄວາມສະຫຼາດສ່ອງໃສ”. ຈົ່ງນຳເອົາຄວາມສະຫຼາດສ່ອງໃສຂອງຕົນເອງ ມາປະກອບສ່ວນໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

