ສະຫາຍ ພົນຈັດຕະວາ ດຣ ນາງ ທອງສີ ວົງພະຈັນ ຫົວໜ້າກົມຮັກສາສຸຂະພາບສູນກາງ ຄະນະຮັບຜິດຊອບ ໜ່ວຍງານຮັກສາສຸຂະພາບອາຫານປອດໄພ ພະຍາດຕິດຕໍ່ກະຊວງສາທາລະນະສຸກ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນໂອກາດຮັບໃຊ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໃນວັນທີ 5 ມັງກອນນີ້ ທີ່ຫໍປະຊຸມແຫ່ງຊາດວ່າ: ໜ່ວຍງານແພດ-ໝໍໄດ້ເລີ່ມເຄື່ອນໄຫວວຽກງານນັບແຕ່ວັນທີ 2 ມັງກອນເປັນຕົ້ນມາ ຢູ່ທີ່ຫໍປະຊຸມແຫ່ງຊາດ ໂດຍມີ 3 ຈຸດຄື: ຈຸດວີໄອພີ ສໍາລັບການນໍາລະດັບສູງ ແລະ ກໍລະນີສຸກເສີນ, ຈຸດບໍລິການຜູ້ແທນ-ແຂກຖືກເຊີນ, ຈຸດຮັບໃຊ້ພະນັກງານບໍລິການທົ່ວໄປ ແລະ ໜ່ວຍງານບໍລິການອາຫານປອດໄພ, ໜ່ວຍງານດັ່ງກ່າວປະກອບດ້ວຍບັນດາແພດ-ໝໍປະຈໍາການນໍາລະດັບສູງ, ຊ່ຽວຊານຈາກໂຮງໝໍມິດຕະພາບ ແລະ ໂຮງໝໍມະໂຫສົດ. ໃນນັ້ນມີກາຍະບໍາບັດ, ສະຖານທີ່ດັ່ງກ່າວກຽມພ້ອມບໍລິການ ການນໍາລະດັບສູງ ແລະ ກໍລະນີເກີດພາວະສຸກເສີນກະທັນຫັນຈະແກ້ໄຂຢູ່ຈຸດດັ່ງກ່າວເລີຍ ຊຶ່ງມີລົດຮັບ-ສົ່ງຄົນເຈັບ 2 ຄັນ, ຈຸດໜ້າຫ້ອງປະຊຸມ ແມ່ນໜ່ວຍງານແພດໂຮງໝໍ 103 ຮັບຜິດຊອບບໍລິການຜູ້ແທນ ແລະ ແຂກຖືກເຊີນ ພ້ອມທັງກອງເລຂາ, ບັນດາແພດ-ໝໍດັ່ງກ່າວເຂົ້າປະຈໍາການທີ່ຫໍປະຊຸມໃນວັນທີ 5 ມັງກອນ ເວລາ 13:00 ໂມງ, ສ່ວນບັນດາໂຮງແຮມເຂົ້າປະຈໍາການໃນວັນທີ 4 ມັງກອນ ເວລາ 14:00 ໂມງ, ໃນນັ້ນໂຮງໝໍ 5 ເມສາ ໄດ້ກຽມຄວາມພ້ອມມີ 6 ໂຮງແຮມຄື: ໂຮງແຮມເມືອງແທ໋ງ, ຣາຊະວົງ, ດອນຈັນ, ແລນມາກ, ມາລາດາ ແລະ ແສງສະຫວັນ. ແຕ່ລະໂຮງແຮມມີຄວາມພ້ອມ 100%. ສຳລັບໜ່ວຍງານກວດອາການ ໄດ້ເຄື່ອນໄຫວມາແຕ່ວັນທີ 2 ມັງກອນ ຊຶ່ງໄດ້ກວດຕາມໂຮງແຮມ, ຮ້ານອາຫານທີ່ສະໜອງອາຫານໃຫ້ຫໍປະຊຸມແຫ່ງຊາດ ໄດ້ເຮັດສັນຍາເລື່ອງອາຫານທີ່ປອດໄພຢ່າງຄົບຊຸດ, ໜ່ວຍງານພະຍາດຕິດຕໍ່ ກໍໄດ້ພົ່ນຢາຂ້າຍຸງ (ໃນຕອນແລງວັນທີ 4 ມັງກອນ) ແລະ ຮອບທີ 2 ຕາມແຜນຈະໄດ້ພົ່ນຢາຂ້າຍຸງ-ຂ້າເຊື້ອຕື່ມຕອນແລງວັນທີ 7 ມັງກອນ ເວລາ 18:00 ໂມງ ຫຼັງຈາກຜູ້ແທນເລີກປະຊຸມ. ນອກຈາກນັ້ນ, ບັນດາໂຮງໝໍ 9 ຕົວເມືອງໃນນະຄອນຫຼວງວຽງຈັນແມ່ນກຽມຄວາມພ້ອມທິມງານເພື່ອຮັບຮອງສຸກເສີນ ຈາກພະນັກງານຮັບໃຊ້ຕາມຈຸດຕ່າງໆ.

ໃນໂອກາດຮັບໃຊ້ກອງປະຊຸມຄັ້ງນີ້, ໜ່ວຍງານແພດ-ໝໍສຸດທີ່ມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ມີໂອກາດຮັບໃຊ້ກອງປະຊຸມ ຊຶ່ງເປັນກອງປະຊຸມທີ່ມີຄວາມໝາຍສໍາຄັນທີ່ສຸດຂອງພັກປະຊາຊົນ ປະຕິວັດລາວ ຊຶ່ງຈະເລືອກຕັ້ງເອົາການນໍາຂອງປະເທດ ຄັ້ງທີ XII ຂອງພັກ. ໃນໂອກາດອັນສະຫງ່າລາສີນີ້, ຂໍອວຍພອນໄຊແດ່ບັນດາການນໍາພັກ-ລັດທຸກໆທ່ານ ທັງອາດີດ ແລະ ປັດຈຸບັນ, ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມທຸກໆທ່ານ ຈົ່ງມີສຸຂະພາບແຂງແຮງ ອວຍພອນແດ່ກອງປະຊຸມໃຫຍ່ຈົ່ງປະສົບຜົນສຳເລັດຢ່າງຈົບງາມ.

