Thursday, January 8, 2026
Homeຂ່າວໜ້າໜຶ່ງກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ເປີດຂຶ້ນຢ່າງສະຫງ່າຜ່າເຜີຍ

ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ເປີດຂຶ້ນຢ່າງສະຫງ່າຜ່າເຜີຍ

ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ (ພັກ ປປລ) ໄດ້ເປີດຂຶ້ນຢ່າງສະຫງ່າຜ່າເຜີຍ ໃນຕອນເຊົ້າວັນທີ 6 ມັງກອນນີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມເປັນຄະນະປະທານ ຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປລ, ບັນດາສະຫາຍກໍາມະການກົມການເມືອງສູນກາງພັກ, ກໍາມະການຄະນະເລຂາທິການສູນກາງພັກ, ອະດີດເລຂາທິການໃຫຍ່ ສະຫາຍ ຈູມມະລີ ໄຊຍະສອນ ແລະ ສະຫາຍ ບຸນຍັງ ວໍລະຈິດ, ສະຫາຍ ພົນໂທ ແສງນວນ ໄຊຍະລາດ ປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ, ບັນດາສະຫາຍຫົວໜ້າອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ແລະ ຕົວແທນວິລະຊົນແຫ່ງຊາດ.

ພ້ອມນີ້, ກໍມີຜູ້ແທນເຂົ້າຮ່ວມທັງໝົດ 834 ສະຫາຍ ຍິງ 123 ສະຫາຍ ທີ່ເປັນຕົວແທນໃຫ້ ແກ່ສະມາຊິກພັກທົ່ວປະເທດ 421,865 ສະຫາຍ, ຜູ້ແທນກອງປະຊຸມໃຫຍ່ ແມ່ນຮັບປະກັນທາງດ້ານໂຄງປະກອບ, ມີຄຸນນະພາບ, ມີມາດຕະຖານ ແລະ ເງື່ອນໄຂຖືກຕ້ອງຄົບຖ້ວນ, ເປັນຕົວແທນຂອງບັນດາຊັ້ນຄົນ, ຊົນເຜົ່າ, ເພດ-ໄວ ແລະ ໄດ້ຜ່ານການເລືອກຕັ້ງຈາກກອງປະຊຸມໃຫຍ່ອົງຄະນະພັກກະຊວງ, ອົງການທຽບເທົ່າກະຊວງ ແລະ ທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ທີ່ໄດ້ຕັ້ງໜ້າເຂົ້າຮ່ວມກອງປະຊຸມໃນຄັ້ງນີ້.ນອກນີ້, ຍັງມີແຂກຖືກເຊີນ ຈໍານວນ 388 ສະຫາຍ ຈະໄດ້ເປັນກຽດເຂົ້າຮ່ວມ.

ກອງປະຊຸມໄດ້ເລີ່ມຕົ້ນຂຶ້ນຢ່າງເປັນທາງການ ດ້ວຍການເຄົາລົບທຸງຊາດ, ເຍົາວະຊົນທັນວາ ຂຶ້ນມອບຊໍ່ດອກໄມ້ໃຫ້ຄະນະປະທານ ແລະ ໄດ້ມີການສະເໜີລາຍຊື່ຄະນະປະທານ ແລະ ກອງເລຂາກອງປະຊຸມ; ຈາກນັ້ນ, ສະຫາຍ ທອງລຸນ ສີສຸລິດ ໄດ້ສະເໜີຜູ້ແທນຮັບຮອງເອົາຄະນະປະທານ ແລະ ກອງເລຂາກອງປະຊຸມໃຫຍ່.

ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ໃນນາມປະທານຄວບຄຸມກອງປະຊຸມຕາມລະບຽບວາລະ ກໍໄດ້ເລີ່ມປະຕິບັດໜ້າທີ່ຄວບຄຸມການດຳເນີນກອງປະຊູມ ໃນມື້ເປີດກອງປະຊຸມໃຫຍ່ຄັ້ງນີ້;

ສະຫາຍ ນາງ ສີໃສ ລືເດດມູນສອນ ໄດ້ຜ່ານມະຕິຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການດໍາເນີນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ; ປະທານຄວບຄູມກອງປະຊຸມ ສະເໜີຮັບຮອງເອົາຄຸນລັກສະນະຜູ້ແທນກອງປະຊຸມໃຫຍ່; ຈາກນັ້ນ, ສະຫາຍ ທອງລຸນ ສີສຸລິດ ກໍໄດ້ກ່າວສູນທອນພົດ ເປີດກອງປະຊຸມໃຫຍ່ ຊຶ່ງມີເນື້ອໃນສໍາຄັນໃຫ້ຮູ້ວ່າ: ການເປີດຂຶ້ນ ແລະ ການດໍາເນີນກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກນັ້ນ ຖືເປັນເຫດການການເມືອງທີ່ສໍາຄັນໜຶ່ງຂອງພັກ ແລະ ຂອງປະເທດຊາດເຮົາ; ກອງປະຊຸມໃຫຍ່ໃນຄັ້ງນີ້, ໄດ້ດໍາເນີນໃນຈຸດເວລາທີ່ໂລກຂອງພວກເຮົາມີການປ່ຽນແປງອັນໃຫຍ່ຫຼວງຫຼາຍດ້ານ ໂດຍສະເພາະຄວາມກ້າວໜ້າຂອງວິທະຍາສາດ ແລະ ເຕັກໂນໂລຊີໄດ້ກ້າວກະໂດດ ຊຶ່ງໄດ້ເປັນປັດໄຈສໍາຄັນ ຍູ້ແຮງການພັດທະນາຂອງໂລກໄປສູ່ບາດກ້າວໃໝ່, ແຕ່ພ້ອມດຽວກັນນັ້ນ ກໍເກີດສິ່ງທ້າທາຍທົດສອບໃໝ່ຫຼາຍປະການ ທີ່ສົ່ງຜົນກະທົບຕໍ່ປະເທດຂອງພວກເຮົາ ໃນຂະນະດຽວກັນ ພັກກໍຕ້ອງສະແຫວງຫາເສັ້ນທາງການພັດທະນາ ທີ່ສອດຄ່ອງກັບຈຸດພິເສດຂອງປະເທດ ແລະ ປັບຕົວໃຫ້ທັນກັບສະພາບການປ່ຽນແປງຂອງຍຸກສະໄໝ.

ສະຫາຍ ທອງລຸນ ສີສຸລິດ ໄດ້ສືບຕໍ່ສະເໜີຮ່າງໂຄງການ ການເມືອງຂອງພັກ, ສືບຕໍ່ສະເໜີຮ່າງລາຍງານການເມືອງຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI; ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ໄດ້ສະເໜີຮ່າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X ແລະ ສະຫາຍ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ກໍໄດ້ສະເໜີຮ່າງກົດລະບຽບຂອງພັກ ສະບັບປັບປຸງ.

ນອກນີ້, ກອງປະຊຸມໃຫຍ່ຄັ້ງນີ້, ຈະໄດ້ຮັບຟັງການປະກອບຄໍາເຫັນໃນຫົວຂໍ້ຕ່າງໆ ຈາກ 10 ພາກສ່ວນ ຄື: ຄະນະຈັດຕັ້ງສູນກາງພັກ ຫົວຂໍ້ “ຍົກສູງບົດບາດ ແລະ ຄວາມສາມາດນໍາພາທີ່ເຂັ້ມແຂງຂອງພັກ”, ອົງຄະນະພັກແຂວງຈໍາປາສັກ ຫົວຂໍ້ “ຫັນລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດຮອບດ້ານ ແລະ ແກ້ໄຂຄວາມທຸກຍາກ ຢູ່ແຂວງຈໍາປາສັກ”, ຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ ຫົວຂໍ້ “ສ້າງທ່າສະໜາມປ້ອງກັນຊາດ ທົ່ວປວງຊົນຮອບດ້ານ ເພື່ອຮັບປະກັນຄວາມໝັ້ນຄົງຂອງຊາດ”, ອົງຄະນະພັກແຂວງໄຊຍະບູລີ ຫົວຂໍ້ “ບົດຮຽນການຮັກສາຄວາມສະຫງົບຕາມຊາຍແດນ ຢູ່ແຂວງໄຊຍະບູລີ”, ອົງຄະນະພັກກະຊວງການເງິນ ຫົວຂໍ້ “ສ້າງເສດຖະກິດມະຫາພາກ ໃຫ້ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ”, ອົງຄະນະພັກແຂວງອຸດົມໄຊ ຫົວຂໍ້ “ບົດຮຽນການສົ່ງເສີມການລົງທຶນທັງພາຍໃນ ແລະ ຕ່າງປະເທດ ຢູ່ແຂວງອຸດົມໄຊ”, ອົງຄະນະພັກສະພາແຫ່ງຊາດ ຫົວຂໍ້ “ຍົກສູງບົດບາດຂອງສະມາຊິກສະພາແຫ່ງຊາດ ໃນການສ້າງນິຕິກໍາ ໃຫ້ມີຄຸນນະພາບສູງ ແລະ ບົດບາດການກວດກາຂອງສະພາ”, ອົງຄະນະພັກນະຄອນຫຼວງວຽງຈັນ ຫົວຂໍ້ “ພັດທະນານະຄອນຫຼວງວຽງຈັນ ເປັນສູນກາງດ້ານການເມືອງ, ເສດຖະກິດ, ວັດທະນະທໍາ-ສັງຄົມຂອງປະເທດ”, ອົງຄະນະພັກແຂວງເຊກອງ ຫົວຂໍ້ “ການປູກກາເຟເປັນສິນຄ້າ ຂອງຄອບຄົວຕົວແບບຢູ່ແຂວງເຊກອງ”.

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ຈະໄດ້ດໍາເນີນເປັນເວລາ 3 ວັນ ແຕ່ວັນທີ 6-8 ມັງກອນ 2026 ພາຍໃຕ້ຄໍາຂວັນ “ຍົກສູງບົດບາດການນຳພາ ທີ່ເຂັ້ມແຂງຂອງພັກ, ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ”.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments