ວິທະຍຸໂທລະພາບສູນກາງຈີນ CMG ໄດ້ລາຍງານວ່າ: ຄຽງຄູ່ກັບປີໃໝ່ສາກົນ 2026 ໝູນວຽນມາເຖິງ, ຜູ້ນໍາຂອງຫລາຍປະເທດ ແລະ ຜູ້ຮັບຜິດຊອບອົງການຈັດຕັ້ງສາກົນຫລາຍທ່ານ ຕ່າງໄດ້ກ່າວປາໄສອວຍພອນໃນໂອກາດດັ່ງກ່າວ. ໃນນັ້ນ, ໃນບົດປາໄສຂອງທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ສະເໜີ “ເກາະແຂນກັນຊຸກຍູ້ສັນຕິພາບ ແລະ ການພັດທະນາຂອງໂລກ”, ໃນສານອວຍພອນປີໃໝ່ສາກົນ ຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດລາວ ໄດ້ລະບຸວ່າ “ຂໍໃຫ້ປະຊາຊົນໃນທົ່ວໂລກໄດ້ດໍາລົງຊີວິດຢູ່ຮ່ວມກັນພາຍໃຕ້ທ້ອງຟ້າສີຄາມແຫ່ງສັນຕິພາບ”, ຂະນະທີ່ຜູ້ນໍາຂອງຣັດເຊຍໄດ້ເນັ້ນໜັກ “ຄວາມສາມັກຄີຕັດສິນອະນາຄົດຂອງປະເທດຊາດ”. ຄໍາວ່າ “ສາມັກຄີ” ແລະ “ສັນຕິພາບ” ໄດ້ກາຍເປັນຄໍາສັບທີ່ຖືກຍົກຂຶ້ນເລື້ອຍໆ ແລະ ກາຍເປັນຄວາມປາດຖະໜາຮ່ວມກັນ ຂອງປະເທດຕ່າງໆທີ່ມີຕໍ່ປີໃໝ່.

ຄວາມຮຽກຮ້ອງຕໍ່ສັນຕິພາບທີ່ພົ້ນເດັ່ນຂຶ້ນ, ສາເຫດແມ່ນມາຈາກສະພາບການຕົວຈິງທີ່ຂ້ຽວຂາດຂອງສະຖານະການດ້ານຄວາມໝັ້ນຄົງໃນທົ່ວໂລກ. ໃນໜຶ່ງປີທີ່ຜ່ານມາ, ໂລກຂາດຄວາມສະຫງົບ, ທົ່ວໂລກພວມຜະເຊີນໜ້າກັບການປະທະກັນ ແລະ ຄວາມປັ່ນປ່ວນວຸ່ນວາຍອັນຮຸນແຮງທີ່ສຸດນັບແຕ່ສົງຄາມໂລກຄັ້ງທີ 2 ເປັນຕົ້ນມາ: ການປະທະກັນ ລະຫວ່າງ ຣັດເຊຍ-ອູແກຣນ ເຂົ້າສູ່ປີທີ 5 ແຕ່ຍັງບໍ່ທັນໄດ້ຮັບການແກ້ໄຂເທື່ອ; ການປະທະກັນ ລະຫວ່າງ ປາແລັດສະຕິນ-ອິດສະຣາແອນ ເຮັດໃຫ້ເກີດວິກິດການດ້ານມະນຸດສະທໍາ ແລະ ຍັງຫ່າງໄກທີ່ຈະຜ່ອນຄາຍລົງ; ການປະທະກັນຢູ່ເຂດຊາຍແດນ ລະຫວ່າງ ໄທ-ກໍາປູເຈຍ ເຮັດໃຫ້ປະຊາຊົນຫລາຍແສນຄົນບໍ່ມີທີ່ຢູ່ອາໄສ. ພ້ອມດຽວກັນນີ້, ນາງ ທະຄະອິຊິ ຊະນະເອະ ນາຍົກລັດຖະມົນຕີຍີ່ປຸ່ນ ໄດ້ປຸກປັ່ນກະແສເພື່ອເພີ່ມກໍາລັງທະຫານໂດຍຖືເອົາ “ສະພາບຄວາມໝັ້ນຄົງຢູ່ອ້ອມຂ້າງ” ເປັນຂໍ້ອ້າງ; ກອງທັບອາເມຣິກາ ບຸກໂຈມຕີເວເນຊູເອລາ ແບບກະທັນຫັນ, ເຮັດໃຫ້ສະຖານະການຢູ່ອາເມຣິກາລາຕິນ ມີຄວາມເຄັ່ງຕຶງ…ພາຍໃຕ້ເບື້ອງຫລັງດັ່ງກ່າວ, “ການຢຸດຍິງ ແລະ ປົກປັກຮັກສາສັນຕິພາບ” ໄດ້ກາຍເປັນຄວາມປາດຖະໜາຮ່ວມກັນຂອງປະຊາຊົນປະເທດຕ່າງໆ. ໃນນີ້, ຈີນ ເປັນປະເທດປະຕິບັດຕົວຈິງຢ່າງເດັດດ່ຽວໃນການປົກປັກຮັກສາສັນຕິພາບຢ່າງສະເໝີຕົ້ນສະເໝີປາຍ: ຈີນ ໃນຖານະເປັນປະເທດສະມາຊິກຖາວອນຂອງສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ ທີ່ສົ່ງທະຫານເພື່ອເຂົ້າຮ່ວມພາລະກິດຮັກສາສັນຕິພາບຫລາຍອັນດັບ 1, ໄດ້ສົ່ງທະຫານຮັກສາສັນຕິພາບຫລາຍກວ່າ 50.000 ເທຶື່ອຄົນໄປປະກອບສ່ວນເຂົ້າໃນພາລະກິດຮັກສາສັນຕິພາບ ຢູ່ 20 ກວ່າປະເທດ ແລະ ເຂດແຄ້ວນໃນຮອບ 35 ປີຜ່ານມາ; ຕໍ່ບັນຫາຄວາມຂັດແຍ້ງກັນຢູ່ພາກພື້ນ, “ວິທີການໄກ່ເກ່ຍແບບຈີນ” ທີ່ສົ່ງເສີມໂດຍຈີນ ຍິ່ງສະແດງໃຫ້ເຫັນເຖິງຄຸນຄ່າທີ່ມີເອກະລັກສະເພາະ, ໃນປີ 2025, ຈີນ ຈັດຕັ້ງການໄກ່ເກ່ຍຫລາຍຄັ້ງ ແລະ ສ້າງຕັ້ງເວທີສົນທະນາ, ໄດ້ຊຸກຍູ້ໃຫ້ 3 ປະເທດຄື: ຈີນ-ໄທ-ກໍາປູເຈຍ ຈັດການພົບປະກັນຢູ່ທະເລສາບຟູຊຽນ ນະຄອນຢູ້ຊີ ແຂວງຢຸນນານ ຈີນ ໂດຍໄດ້ຊຸກຍູ້ໃຫ້ການປະທະກັນຢູ່ເຂດຊາຍແດນ ລະຫວ່າງ ໄທ-ກໍາປູເຈຍ ຜ່ອນຄາຍລົງ ທັງໄດ້ເພີ່ມຄວາມແນ່ນອນເຂົ້າໃນສັນຕິພາບຢູ່ພາກພື້ນນໍາອີກ.

ກະແສແນວຄິດກ່ຽວກັບຄວາມສາມັກຄີທີ່ກໍາລັງເພີ່ມຂຶ້ນ, ທາດແທ້ແລ້ວແມ່ນເປັນການຕອບສະໜອງຕໍ່ສະພາບຄວາມຫຍຸ້ງຍາກຂອງການບໍລິຫານທົ່ວໂລກ. ໃນປີ 2025 ທີ່ຜ່ານມາ, ສົງຄາມພາສີ ທີ່ກໍ່ຂຶ້ນໂດຍອາເມຣິກາ ໄດ້ສົ່ງຜົນກະທົບຕໍ່ລະບົບການຄ້າຫລາຍຝ່າຍ, ການຟື້ນຕົວຂອງເສດຖະກິດໂລກຂາດແຮງຂັບເຄື່ອນ, ວິກິດການດ້ານດິນຟ້າອາກາດ ແລະ ສິ່ງທ້າທາຍດ້ານສາທາລະນະສຸກ ພົ້ນເດັ່ນຂຶ້ນຢ່າງຕໍ່ເນື່ອງ, ການພັດທະນາປັນຍາປະດິດຕ້ອງການຝ່າຍຕ່າງໆອອກແຮງຮ່ວມກັນເພື່ອສ້າງເປັນລະບຽບແບບແຜນ. ບໍ່ມີປະເທດໃດສາມາດຢູ່ລອດຈາກສິ່ງທ້າທາຍເຫລົ່ານີ້ພຽງລໍາພັງແຕ່ຝ່າຍດຽວ, ຄວາມສາມັກຄີ ແລະ ການປະສານງານກາຍເປັນວິທີດຽວໃນການແກ້ໄຂຄວາມຫຍຸ້ງຍາກ. ເມື່ອຜະເຊີນໜ້າກັບບັນຫາເຫລົ່ານີ້, ຈີນ ໄດ້ເຕົ້າໂຮມພະລັງແຮງແຫ່ງຄວາມສາມັກຄີດ້ວຍພຶດຕິກໍາຕົວຈິງດ້ານການຮ່ວມມື, ສັງເກດເຫັນໄດ້ຈາກ: ປີ 2025, ຈີນ ແລະ ອາຊຽນ ໄດ້ລົງນາມໃນສັນຍາວ່າດ້ວຍການຍົກລະດັບເຂດການຄ້າເສລີສອງຝ່າຍຂຶ້ນເປັນລະດັບ 3.0, ໂດຍໄດ້ເສີມຂະຫຍາຍການຮ່ວມມືໄປຮອດຂົງເຂດຈະເລີນໃໝ່ ເຊັ່ນ: ເສດຖະກິດດີຈິຕອນ ແລະ ເສດຖະກິດສີຂຽວ ເປັນຕົ້ນ, ຂະນະທີ່ຍອດມູນຄ່າການຄ້າ ລະຫວ່າງ ຈີນ-ອາຊຽນ ໃນ 11 ເດືອນຂອງປີ 2025 ບັນລຸເຖິງ 6.820 ຕື້ຢວນ, ເພີ່ມຂຶ້ນ 8,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024; ໂຄງການເຊື່ອມໂຍງເຊື່ອມຈອດເຊັ່ນ: ທາງລົດໄຟ ລາວ-ຈີນ ແລະ ຂະບວນລົດໄຟ ຈີນ-ເອີຣົບ ເປັນຕົ້ນສືບຕໍ່ສ້າງຜົນປະໂຫຍດຢ່າງຕໍ່ເນື່ອງ; ເກາະໄຫຫລຳຈີນ ປະຕິບັດນະໂຍບາຍດ່ານພາສີອິດສະຫລະທົ່ວເກາະ ກໍຄື ນະໂຍບາຍຍົກເວັ້ນວີຊາ ພຽງຝ່າຍດຽວຕໍ່ 48 ປະເທດ, ສະແດງໃຫ້ເຫັນເຖິງຄວາມຕັດສິນໃຈໃນການເປີດປະຕູສູ່ພາຍນອກທີ່ມີລະດັບສູງຂອງຈີນ. “4 ຂໍ້ລິເລີ່ມທົ່ວໂລກ” ທີ່ສະເໜີອອກໂດຍຈີນ ຄື: ຂໍ້ລິເລີ່ມການພັດທະນາທົ່ວໂລກ, ຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກ, ຂໍ້ລິເລີ່ມອະລິຍະທຳທົ່ວໂລກ ແລະ ຂໍ້ລິເລີ່ມການບໍລິຫານທົ່ວໂລກ ໄດ້ເຊື່ອມໂຍງເຂົ້າເປັນອັນໜຶ່ງອັນດຽວກັນ ແລະ ໄດ້ຮັບການຕອບຮັບ ແລະ ສະໜັບສະໜູນຈາກ 150 ກວ່າປະເທດ ແລະ ອົງການຈັດຕັ້ງສາກົນ, ໂດຍໄດ້ສະໜອງແຜນການຂອງຈີນ ແບບຊຸກຍູ້ຄວາມຈະເລີນຮຸ່ງເຮືອງດ້ວຍການພັດທະນາຮ່ວມກັນ ແລະ ຮັບປະກັນສະຖຽນລະພາບດ້ວຍຄວາມໝັ້ນຄົງທົ່ວໄປ ໃຫ້ແກ່ໂລກ.

ປີ 2026, ໂລກສືບຕໍ່ຜະເຊີນໜ້າກັບຄວາມບໍ່ແນ່ນອນຫລາຍຢ່າງ, ແຕ່ສັນຕິພາບ ແລະ ຄວາມສາມັກຄີ ໄດ້ກາຍເປັນຄວາມເຫັນທີ່ເປັນເອກະພາບກັນຂອງປະເທດສ່ວນຫລາຍໃນໂລກ. ມີພຽງແຕ່ຫັນປ່ຽນຄໍາໝັ້ນສັນຍາກ່ຽວກັບການຢຸດຍິງໃຫ້ກາຍເປັນປະສິດທິຜົນຕົວຈິງຂອງການເຈລະຈາ ແລະ ຈັດຕັ້ງປະຕິບັດຂໍ້ລິເລີ່ມ ຄວາມສາມັກຄີໃຫ້ກາຍເປັນການຮ່ວມມືທີ່ຕິດແທດຕົວຈິງຂ້າມພາກພື້ນ ແລະ ຂ້າມຂົງເຂດເທົ່ານັ້ນ, ຈຶ່ງຈະສາມາດທັບມ້າງຄວາມຫຍຸ້ງຍາກດ້ານຄວາມໝັ້ນຄົງ ແລະ ການຢຸດສະງັກຂອງການພັດທະນາໄດ້. ຂໍໃຫ້ປະເທດຕ່າງໆຈົ່ງຖືເອົາປີໃໝ່ສາກົນເປັນຈຸດເລີ່ມຕົ້ນໃໝ່, ນໍາໃຊ້ການເຄື່ອນໄຫວເພື່ອຈັດຕັ້ງປະຕິບັດຄວາມເຫັນທີ່ເປັນເອກະພາບກັນ ເພື່ອເຮັດໃຫ້ແສງຕາເວັນແຫ່ງສັນຕິພາບສົ່ງແສງສະຫວ່າງສະໄຫວໄປເຖິງທຸກມຸມແຈຫລາຍກວ່າເກົ່າ ແລະ ໃຫ້ພະລັງແຮງແຫ່ງຄວາມສາມັກຄີຊຸກຍູ້ການພັດທະນາຮ່ວມກັນຂອງມວນມະນຸດ.

