Wednesday, January 7, 2026
Homeຂ່າວໜ້າໜຶ່ງເຈົ້າໜ້າທີ່ມີຄວາມພ້ອມຮັບໃຊ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ເຈົ້າໜ້າທີ່ມີຄວາມພ້ອມຮັບໃຊ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ເພື່ອຮັບປະກັນໃຫ້ການດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິ ວັດລາວດໍາເນີນໄປດ້ວຍຜົນສໍາເລັດອັນຈົບງາມ. ຫຼາຍພາກສ່ວນໄດ້ເອົາໃຈໃສ່ເປັນເຈົ້າການປະຕິບັດໜ້າທີ່ວຽກງານຂອງຕົນຢ່າງຕັ້ງໜ້າ. ໃນນີ້, ກໍາລັງປ້ອງກັນຄວາມສະຫງົບ (ປກສ) ກໍເປັນອີກໜຶ່ງກໍາລັງປະກອບສ່ວນເຂົ້າໃນການປ້ອງກັນກອງປະຊຸມໃຫຍ່ດັ່ງກ່າວ ໂດຍສະເພາະກໍາລັງຕໍາຫຼວດຈະລາຈອນ ກໍຄືກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດໄດ້ວາງກໍາລັງເຂົ້າປະຈໍາແຕ່ລະຈຸດຂອງຫໍປະຊຸມແຫ່ງຊາດ ເພື່ອຈັດສັນຄວາມເປັນລະບຽບຮຽບຮ້ອຍຂອງສະຖານທີ່ຈອດລົດພາຍໃນຫໍປະຊຸມ ແລະ ເປີດທາງໃຫ້ບັນດາຄະນະຜູ້ແທນທີ່ຈະເຂົ້າຮ່ວມກອງປະຊຸມໃນຄັ້ງນີ້.

ທ່ານ ພັທ ບຸນມີ ຫຼວງບັນດິດ ຮອງຫົວໜ້າກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ, ຫົວໜ້າຊີ້ນໍາຈຸດປ້ອງກັນກອງປະຊຸມແຫ່ງຊາດໄດ້ໃຫ້ຮູ້ວ່າ: ການປ້ອງກັນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ສະເພາະກົມຕໍາຫຼວດຈະລາຈອນ ໄດ້ເຮັດໜ້າທີ່ອໍານວຍຄວາມສະດວກໃນການປ້ອງກັນເປີດທາງ ແລະ ການຈັດສັນຄວາມເປັນລະບຽບຮຽບຮ້ອຍຕາມສະຖານທີ່ປະຊຸມ ແລະ ຈຸດພັກເຊົາ, ໃນວັນທີ 5 ມັງກອນ 2026 ກໍາລັງຕໍາຫຼວດຈະລາຈອນໄດ້ນໍາກໍາລັງພົນເຂົ້າບັນຈຸສະຖານທີ່ຕ່າງໆ ພ້ອມທັງກະກຽມພາຫະນະຮັບໃຊ້ຈໍານວນ 50 ກວ່າຄົນ, ລົດສະຫຼາມ 4 ຄັນ ພ້ອມດ້ວຍອຸປະກອນເຕັກນິກຮັບໃຊ້ຕ່າງໆ ມາຮອດປັດຈຸບັນແມ່ນມີຄວາມພ້ອມຮ້ອຍສ່ວນຮ້ອຍ. ນອກຈາກນີ້, ທາງກົມຕໍາຫຼວດຈະລາຈອນຍັງໄດ້ປະສານສົມທົບກັບ ກໍາລັງຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ເພື່ອລະບາຍການສັນຈອນຕາມສາຍທາງຫຼັກ ໂດຍສະເພາະ ເສັ້ນທາງໄກສອນ ພົມວິຫານ.

ສະນັ້ນ, ຈຶ່ງຮຽກຮ້ອງໃຫ້ຜູ້ໃຊ້ລົດ-ໃຊ້ຖະໜົນຫຼີກລ່ຽງເສັ້ນທາງສາຍຫຼັກ ກໍຄືເສັ້ນທາງໄກສອນ ພົມວິຫານ ໃນໄລຍະທີ່ມີການດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ດໍາເນີນໄປດ້ວຍຜົນສໍາເລັດຢ່າງຈົບງາມ. ນອກຈາກກໍາລັງຕໍາຫຼວດຈະລາຈອນແລ້ວ, ເຈົ້າໜ້າທີ່ວິຊາສະເພາະກໍາລັງປ້ອງກັນຄວາມສະຫງົບ ກໍໄດ້ສຸມໃສ່ປ້ອງກັນພາຍໃນຫໍປະຊຸມແຫ່ງຊາດ ຊຶ່ງເປັນສະຖານທີ່ຈັດກອງປະຊຸມດັ່ງກ່າວ ເພື່ອຮັບປະກັນຄວາມສະຫງົບປອດໄພໃຫ້ຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ຊຶ່ງໄດ້ເລີ່ມນໍາກໍາລັງເຂົ້າບັນຈຸພາຍໃນສະຖານທີ່ຫໍປະຊຸມແຫ່ງຊາດນັບແຕ່ວັນທີ 5 ມັງກອນ 2025 ເປັນຕົ້ນໄປ.

ທ່ານ ພັທ ຂັນຄໍາ ພອນວິໄລ ຫົວໜ້າຈຸດປ້ອງກັນພາຍໃນຫໍປະຊຸມແຫ່ງຊາດ ໄດ້ໃຫ້ຮູ້ວ່າ: ກໍາລັງປ້ອງກັນຄັ້ງນີ້ແມ່ນເປັນກໍາລັງຫຼັກ, ກອງກຽດຕິຍົດ, ຮັກສາປະຕູເຂົ້າ-ອອກຂອງແຂກທີ່ເຂົ້າມາຮ່ວມກອງປະຊຸມ, ຄວາມຈົບງາມ-ຄວາມເປັນລະບຽບຮຽບຮ້ອຍ ພາຍໃນແມ່ນຂຶ້ນກັບກໍາລັງປ້ອງກັນຂອງພວກເຮົາ, ມາຮອດປັດຈຸ ບັນກໍາລັງເຈົ້າໜ້າທີ່ວິຊາສະເພາະມີຄວາມພ້ອມຮັບໃຊ້ກອງປະຊຸມຢ່າງສຸດໃຈ, ເຂັ້ມງວດ, ເຂັ້ມແຂງ, ຮັບປະກັນໄດ້ຄວາມປອດໄພ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments