Thursday, January 8, 2026
HomeUncategorizedຍອດການຈຳໜ່າຍລົດໄຟຟ້າໝົດປີຂອງ ບີວາຍດີ ລື່ນກາຍ ເທສລາ ເປັນຄັ້ງທຳອິດ

ຍອດການຈຳໜ່າຍລົດໄຟຟ້າໝົດປີຂອງ ບີວາຍດີ ລື່ນກາຍ ເທສລາ ເປັນຄັ້ງທຳອິດ

ວິທະຍຸ-ໂທລະພາບສູນກາງຈີນ ຫລື CMG, ​ເມື່ອບໍ່ດົນມານີ້, ບໍ​ລິ​ສັດ ເທສລາ (Tesla) ທີ່​ເປັນວິ​ສາ​ຫະ​ກິດຜະ​ລິດລົດ​​ໄຟ​ຟ້າ​ຂອງ ສ.​ອາ​ເມ​ລິກາ ​ໄດ້​ເປີດ​ເຜີຍ​ຂໍ້​ມູນໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ​ໃນ​ປີ 2025, ບໍ​ລິ​ສັດ Tesla ໄດ້ສົ່ງ​ມອບ​ລົດ​ 1.636.000 ຄັນໃນ​ທົ່ວ​ໂລກ, ຫລຸດ​ລົງ 8,6% ເມື່ອ​ທຽບ​ໃສ່​​ປີ​ 2024. ນີ້​ເປັນ​ຄັ້ງ​ທຳ​ອິດ​ ທີ່ຍອດ​ການ​ຈຳ​ໜ່າຍ ​ລົດ​ໄຟ​ຟ້າ​ໝົດ​ປີ​ຂອງ Tesla ຖືກ​ບໍ​ລິ​ສັດ ບີວາຍດີ(BYD) ທີ່​ເປັນ​ວິ​ສາ​ຫະ​ກິດ ​ຜະ​ລິດ​ລົດ​ຍົນ ​ຂອງ​ ສປ ຈີນ ​ລື່ນ​ກາຍ. ຂ່າວ​ສານ​ຣອຍ​ເຕີ​ ຂອງ​ອັງ​ກິດ​ລາຍ​ງານ​ວ່າ: ຍອດ​ການ​ຈຳ​ໜ່າຍ ​ຂອງ​ບໍ​ລິ​ສັດ Tesla ຫລຸດ​ລົງ​ເປັນ 2 ປີ​ລຽນ​ຕິດ ໄດ້​ເຮັດ​ໃຫ້​ຕະຫລາດ ເກີດ​ມີ​ຄວາມ​ສົງ​ໄສວ່າ ທຸ​ລະ​ກິດ​ລົດ​ຍົນ ​ທີ່​ເປັນ​ທຸ​ລະ​ກິດ ​ສໍາຄັນຕົ້ນຕໍ ​ຂອງ​ບໍ​ລິ​ສັດ Tesla ​ນັ້ນ ສາ​ມາດພັດ​ທະ​ນາຟື້ນຄືນ​ຢ່າງ​ໝັ້ນ​ທ່ຽງໄດ້ ຫລື ​ບໍ ໃນຕໍ່ໜ້າ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments