Wednesday, January 7, 2026
Homeຂ່າວຕ່າງປະເທດສິນໃນນ້ຳຫວຽດນາມ ມີການເຕີບໂຕລື່ນການ ຄາດຄະເນໃນປີ 2025

ສິນໃນນ້ຳຫວຽດນາມ ມີການເຕີບໂຕລື່ນການ ຄາດຄະເນໃນປີ 2025

ວິທະຍຸກະຈາຍສຽງຫວຽດນາມ, ປີ 2025, ໃນສະພາບການເສດຖະກິດທົ່ວໂລກມີການຜັນປ໋ຽນຫລາຍຢ່າງ, ຂະແໜງສິນໃນນ້ຳຫວຽດນາມ ຍັງຮັກສາທ່າເຕີບໂຕທີ່ຕັ້ງໜ້າດ້ວຍຍອດປະລິມານບັນລຸເກືອບ 9,95 ລ້ານໂຕນ, ເພີ່ມຂຶ້ນ 3% ເມື່ອທຽບໃສ່ປີ 2024 ແລະ ລື່ນກາຍແຜນການວາງອອກ. ຍອດມູນຄ່າການສົ່ງອອກສິນໃນນ້ຳຄາດວ່າບັນລຸກ່ວາ 11 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 7,8% ເມື່ອທຽບໃສ່ແຜນການ ແລະ ເພີ່ມຂຶ້ນ 12,7% ເມື່ອທຽບໃສ່ປີກ່ອນ. ນີ້ແມ່ນປີການສົ່ງອອກ ສິນໃນນ້ຳຕ້ອງຜະເຊີນໜ້າກັບກຳລັງດັນຫລາຍຢ່າງ, ຈາກພາສີ ສົມທົບ ຂອງ ສ.ອາເມ ລິກາ, ຄວາມສ່ຽງຈັດວາງອັດຕາພາສີ ຕ້ານການຂາຍບູບລາຄາ ສຳລັບກຸ້ງ, ຄ່າໃຊ້ຈ່າຍເພີ່ມຂຶ້ນ ຈາກບບັນດາຮົ່ວກີດຂວາງດ້ານເຕັກນິກນັບມື້ນັບເຄັ່ງຄັດ. ເຖິງຢ່າງໃດກໍຕາມ, ການສົ່ງອອກສິນໃນນ້ຳຍັງຮັບຮູ້ບັນດາບາດກ້າວເຕີບໂຕລື່ນກາຍລະບັດຄາດຄະເນ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments