ວິທະຍຸ ກະຈາຍສຽງ ຫວຽດນາມ, ຈົດໝາຍ ທາງລາຊະການຂອງໄທ ໄດ້ລົງຂໍ້ຕົກລົງຂອງລັດຖະບານປະເທດນີ້ ທີ່ກຳນົດ ວັນທີ 8 ກຸມພານີ້ ແມ່ນ ວັນຜູ້ມີສິດເລືອກຕັ້ງໄທ ໄດ້ໄປລົງ ປະຊາມະຕິ ກ່ຽວກັບເລື່ອງ ເຂົາເຈົ້າ ສະໜັບສະໜູນໃຫ້ແກ່ ການຮຽບຮຽງ ລັດຖະທຳມະນູນ ສະບັບໃໝ່ ເພື່ອ ປ່ຽນແທນ ລັດຖະທຳມະນູນ ສະບັບ ພວມປະກາດໃຊ້ (ລັດຖະທຳມະນູນສະ ບັບ ອອກໃນປີ 2017) ຫລື ບໍ່, ການລົງປະຊາມະຕິ ກ່ຽວກັບ ລັດຖະທຳມະ ນູນ ຈະໄດ້ດຳເນີນກົງກັບ ວັນເລືອກຕັ້ງທົ່ວປະເທດ ໃນວັນທີ 8 ກຸມພາ ຢູ່ ໄທ. ກ່ອນໜ້ານັ້ນ, ວິວັດການຈົດທະບຽນ ໃຫ້ແກ່ບັນດາ ຜູ້ອອກ ສະໝັກ ເລືອກຕັ້ງ ສະມາຊິກລັດຖະສະພາ ຕາມເຂດເລືອກຕັ້ງ ແລະ ຕາມບັນຊີ ລາຍຊື່ພັກ ໄດ້ປະຕິບັດ ສຳເລັດ ໃນວັນທີ 31 ທັນວາ 2025. ຍອດຈຳນວນຜູ້ອອກສະໝັກຮັບເລືອກຕັ້ງມີ 3.526 ທ່ານ ຕາມເຂດເລືອກຕັ້ງ ທີ່ມາ ຈາກ 60 ພັກການເມືອງ, ຜູ້ອອກສະໝັກ ເລືອກຕັ້ງ 1.570 ທ່ານ ຕາມບັນຊີ ລາຍຊື່ພັກ ທີ່ມາຈາກ 57 ພັກ ແລະ ຜູ້ອອກສະໝັກ ຮັບເລືອກຕັ້ງ ນາຍົກ ລັດຖະມົນຕີ 94 ທ່ານ ໂດຍມີ 43 ພັກ ສະເໜີ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

