Friday, January 9, 2026
Homeຂ່າວຕ່າງປະເທດສ.ອາເມລິກາ ໂຈະການເພີ່ມພາສີ ສຳລັບ ເຄື່ອງເຟີນີເຈີ ທີ່ນຳເຂົ້າຈຳນວນ ໜຶ່ງ

ສ.ອາເມລິກາ ໂຈະການເພີ່ມພາສີ ສຳລັບ ເຄື່ອງເຟີນີເຈີ ທີ່ນຳເຂົ້າຈຳນວນ ໜຶ່ງ

ວິທະຍຸກະຈາຍສຽງຫວຽດນາມ, ທ່ານ ໂດນັນ ທຣຳ(Donald Trump), ປະທານາທິບໍດີ ສ.ອາເມລິກາ ໄດ້ແຈ້ງຂໍ້ຕົກລົງໂຈະ ການຈັດວາງອັດຕາ ພາສີ 30% ສຳລັບເຄື່ອງເຟີນີເຈີ ທີ່ຫຸ້ມດ້ວຍ ແຜ່ນແພ ແລະ 50% ສຳລັບ ຕູ້ເຮືອນຄົວ ແລະ ໂຕະແຕ່ງໜ້າ ຮອດວັນທີ 1 ມັງກອນ 2027. ສະນັ້ນ, ເລື່ອງເພີ່ມອັດຕາພາສີ ສຳລັບ ບັນດາສິນຄ້າດັ່ງກ່າວໄດ້ຖອຍໄປຕື່ມ 1 ປີ ເມື່ອທຽບໃສ່ ແຜນການ ກ່ອນໜ້ານັ້ນ. ຖະແຫລງການ ຂອງທຳນຽບຂາວ ໃຫ້ຮູ້ວ່າ ສ.ອາເມລິກາ ພວມດຳເນີນບັນດາການເຈລະຈາ ທີ່ກ່ຽວຂ້ອງ ເຖິງ ການນຳເຂົ້າ ບັນດາຜະລິດຕະພັນ ຈາກໄມ້, ສະນັ້ນ, ທ່ານ ໂດນັນ ທຣຳ ໄດ້ ໂຈະ ການເພີ່ມພາສີເພື່ອ “ອະນຸຍາດ ໃຫ້ບັນດາການເຈລະຈາ ຕໍ່ໄປ ສືບຕໍ່ ໄດ້ດຳເນີນ ກັບບັນດາປະເທດອື່ນ”. ພ້ອມກັນນັ້ນ, ຂໍ້ຕົກລົງນີ້ ຂອງການນຳ ສ.ອາເມລິກາ ກໍ່ໄດ້ຍົກອອກມາ ໃນສະພາບທີ່ ການໃຊ້ຈ່າຍ ໃນການດຳລົງ ຊີວິດ ຂອງບັນດາຄອບຄົວຢູ່ ສ.ອາເມລິກາ ພວມຖືກເພີ່ມຂຶ້ນສູງ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments