Friday, January 9, 2026
Homeຂ່າວໜ້າໜຶ່ງມວນຊົນຮ່ວມສະຫລອງ ສົ່ງທ້າຍປີເກົ່າ 2025 ຕ້ອນຮັບປີໃໝ່ ສາກົນ 2026 ຢ່າງຄຶກຄື້ນ

ມວນຊົນຮ່ວມສະຫລອງ ສົ່ງທ້າຍປີເກົ່າ 2025 ຕ້ອນຮັບປີໃໝ່ ສາກົນ 2026 ຢ່າງຄຶກຄື້ນ

ໃນຕອນຄ່ຳວັນທີ 31 ທັນວາ 2025 ນີ້, ມວນຊົນລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດ ໄດ້ຮ່ວມກັນສະເຫລີມສະຫລອງສົ່ງທ້າຍປີເກົ່າ 2025 ຕ້ອນຮັບປີໃໝ່ 2026 ຢູ່ຕາມເຮືອນຊານບ້ານຊ່ອງ, ສຳນັກງານ-ອົງການ ແລະ ສະຖານທີ່ສຳຄັນຕ່າງໆ ຢ່າງຄຶກຄື້ນມ່ວນຊີື່ນ ຮັກສາໄດ້ວັດທະນະທຳ, ຮີດຄອງປະເພນີ ອັນດີງາມ ແລະ ຄວາມສະຫງົບປອດໄພ. ສະເພາະຢູ່ ນະຄອນຫລວງວຽງຈັນ (ນວ) ອົງການປົກຄອງ ນວ ໄດ້ຈັດງານພົບປະອວຍພອນສົ່ງທ້າຍປີເກົ່າ 2025 ແລະ ຕ້ອນຮັບປີໃໝ່ສາກົນ 2026 ຢູ່ຫ້ອງວ່າການ ນວ ໂດຍການເປັນປະທານຂອງ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ, ມີທ່ານ ອານຸພາບ ຕຸນາລົມ ເລຂາຄະນະພັກ, ປະທານສະພາປະຊາຊົນ ນວ, ບັນດາທູດຕານຸທູດ, ພ້ອມດ້ວຍການນຳຂັ້ນສູນກາງ, ການນຳ ນວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມສະຫລອງສົ່ງທ້າຍປີເກົ່າ ດ້ວຍຄວາມເບີກບານມ່ວນຊື່ນ.

ທ່ານ ອາດສະພັງທອງ ສີພັນດອນ ໃຫ້ຮູ້ວ່າ: ການຈັດງານສະເຫລີມສະຫລອງສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ ໃນຄັ້ງນີ້, ເປັນການ ຊົມເຊີຍຜົນສຳເລັດ ການປະຕິບັດໜ້າທີ່ວຽກງານ ຂອງແຕ່ລະພາກສ່ວນ ຕະຫລອດ ໄລຍະ 1 ປີຜ່ານມາ, ຊຶ່ງຕະຫລອດໄລຍະຜ່ານມາ ການນຳຂອງ ນວ ພ້ອມດ້ວຍມວນຊົນ ຊາວນະຄອນຫລວງວຽງຈັນ ໄດ້ມີຄວາມພາກພູມໃຈ, ກະຕືລືລົ້ນ ໄດ້ຮ່ວມເປັນຈິດໜຶ່ງໃຈດຽວກັນ ພ້ອມພຽງກັນ ເຮັດວຽກຢ່າງຫ້າວຫັນ ສຸມໃສ່ ບັນດາວຽກງານ ທີ່ສຳຄັນຂອງພັກ, ລັດ ຂັ້ນເທິງ ມອບໝາຍໃຫ້ ຢ່າງມີຜົນສຳເລັດ. ພ້ອມນີ້, ທ່ານ ຍັງໄດ້ຕາງໜ້າອົງການປົກຄອງ ນວ ກໍຄື ໃນນາມສ່ວນຕົວ ອວຍພອນໄຊອັນປະເສີດ ໃຫ້ແກ່ບັນດາທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີພາລະລາໄມສົມບູນ, ຫ້າວຫັນເບີກບານ ຕໍ່ໜ້າທີ່ວຽກງານທຸກປະການ, ຂໍໃຫ້ທຸກທ່ານ ມີແຕ່ໂຊກໄຊ ຕະຫລອດປີ, ໂຊກດີຕະຫລອດໄປ. ພ້ອມນີ້, ຍັງໄດ້ຮັບຊົມວິດີໂອອວຍພອນປີໃໝ່ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ຕື່ມອີກ.

ໃນໂອກາດດຽວກັນນີ້, ມວນຊົນຊາວ ນະຄອນຫລວງວຽງຈັນ ແລະ ຊາວຕ່າງປະເທດ ທີ່ອາໄສ ຢູ່ ນະຄອນຫລວງວຽງຈັນ ກໍໄດ້ຮ່ວມກັນ ສະເຫລີມສະຫລອງສົ່ງທ້າຍປີເກົ່າ 2025 ຕ້ອນຮັບປີໃໝ່ 2026 ຢູ່ສວນປະຕູໄຊ ນະຄອນຫລວງວຽງຈັນ ຢ່າງຄຶກຄື້ນ, ມ່ວນຊື່ນ, ພາຍໃນງານ ໄດ້ຈັັດໃຫ້ມີຫລາກຫລາຍກິດຈະກຳ ເປັນຕົ້ນ ສະແດງສິລະປະ, ຊົມການສະແດງເສບດົນຕີພື້ນເມືອງ ປະສົມພື້ນບ້ານ, ຟ້ອນ, ຮ້ອງເພງ, ສະແດງກາຍຍະສິນ, ພ້ອມທັງມອບລາງວັນ ໃຫ້ມວນຊົນ ຜູ້ທີ່ເຂົ້າຮ່ວມງານ. ພ້ອມນີ້, ຍັງໄດ້ວາງສະແດງຮູບພາບ ແລະ ສາຍວິດີໂອ ເຫດການສຳຄັນຕ່າງໆ ຂອງພັກ, ຂອງຊາດ ໃນປີ 2025 ຕື່ມອີກ ແລະ ກ່ອນຈະມີການນັບຖ້ອຍຫລັງເພື່ອກ້າວເຂົ້າສູ່ປີໃໝ່ 2026 ຍັງໄດ້ຮັບຊົມ ວິດີໂອອວຍພອນປີໃໝ່ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ຄສ 2025 ຕ້ອນຮັບປີໃໝ່ສາກົົນ ຄສ 2026.

ຈຸດເດັ່ນຂອງງານໃນຄັ້ງນີ້, ຢູ່ ສວນປະຕູໄຊ ໄດ້ມີການນັບຖອຍຫລັງຮ່ວມກັນ ເພື່ອກ້າວເຂົ້າສູ່ປີໃໝ່ 2026 ແລະ ຊົມການສາຍພາບຕ່າງໆທີ່ມີຄວາມໝາຍສຳຄັນ ໃສ່ປະຕູໄຊ ແລະ ຈຸດພຸດອກໄມ້ໄຟ ຢ່າງຄຶກຄື້ນສວຍງາມ. ນອກນີ້, ພາຍໃນງານ ຍັງມີການຈັດງານຂາຍອາຫານ, ເຄື່ອງດື່ມ ແລະ ຕົບແຕ່ງສະຖານທີ່ຮ້ານອາຫານ, ບ່ອນນັ່ງຊົມວິວ, ມູມຖ່າຍຮູບ, ບ່ອນນັ່ງຮັບປະທານອາຫານ, ມີການວາງສະແດງ ແລະ ຂາຍສິນຄ້າ ໂອດັອບ, ເຄື່ອງທີ່ລະນຶກຈຳນວນໜຶ່ງ ແລະ ມີເວທີເປີດເພງ ລາວ-ສາກົນ ເພື່ອສ້າງບັນຍາກາດ ໃຫ້ນັກທ່ອງທ່ຽວ ໄດ້ເຂົ້າມາຊົມ, ມາຊື້, ມາຊິມ ແລະ ສຳຜັດ ກັບບັນຍາກາດປະຕູໄຊ ໃນຍາມກາງເວັນ ແລະ ກາງຄືນ.

ການຈັດງານໃນຄັ້ງນີ້, ນອກຈາກເປັນການສະເຫລີມສະຫລອງ ສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ 2026 ແລ້ວ ຍັງເປັນການສະເຫລີມສະຫລອງ 3 ວັນປະຫວັດຊາດຂອງພັກ, ຂອງຊາດ ເປັນຕົ້ນ ວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ, ວັນຊາດ ທີ 2 ທັນວາ ຄົບຮອບ 50 ປິ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments