ສຳນັກຂ່າວຊິນຮວາຂອງ ສປ ຈີນ, ຍີ່ປຸ່ນ ຢືນຢັນການແຜ່ລະບາດ ຂອງພະຍາດໄຂ້ຫວັດສັດປີກ ຊຶ່ງເປັນເຊື້ອພະຍາດຊະນິດ ຮຸນແຮງໃນຟາມສັດປີກ ຊຶ່ງເປັນກໍລະນີທີ 10 ພາຍໃນປະເທດ ໃນລະດູການນີ້. ການແຜ່ລະບາດໃນຟາມທີ່ເມືອງຊິໂຣຊາໂຕະ ແຂວງອິບາຣາກິ ສົ່ງຜົນໃຫ້ຕ້ອງເລັ່ງກຳຈັດໄກ່ໄຂ່ ປະມານ 970.000ໂຕ ຊຶ່ງເປັນປະລິມານສັດປີກຫລາຍທີ່ສຸດໃນລະດູການນີ້. ການແຜ່ລະບາດຄັ້ງຫລ້າສຸດເຮັດໃຫ້ຈຳນວນໄກ່ ທີ່ຕ້ງຖືກກຳຈັດສະສົມເພີ່ມຂຶ້ນປະມານ 3,65 ລ້ານໂຕ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

