Sunday, January 11, 2026
Homeຂ່າວຕ່າງປະເທດລາຄາແຮ່ທາດເງິນ ເພີ່ມສູງຂຶ້ນເຖິງ 75 ໂດລາສະຫະລັດຕໍ່ອອນ ເປັນຄັ້ງ ທຳອິດ

ລາຄາແຮ່ທາດເງິນ ເພີ່ມສູງຂຶ້ນເຖິງ 75 ໂດລາສະຫະລັດຕໍ່ອອນ ເປັນຄັ້ງ ທຳອິດ

ຕາມຂ່າວຈາກນະຄອນຫລວງໂຕກ່ຽວ ວັນທີ 26 ທັນວານີ້ ລາຄາແຮ່ທາດເງິນເພີ່ມສູງຂຶ້ນເຖິງ 75,15 ໂດລາສະຫະລັດຕໍ່ອອນໃນໄລຍະໜຶ່ງຂອງການຊື້-ຂາຍທີ່ຕະຫລາດອາຊີ ຖືວ່າເປັນການເພີ່ມຂຶ້ນເປັນຄັ້ງທຳອິດ. ປັດໄຈສຳຄັນທີ່ຊຸກຍູ້ການເພີ່ມຂຶ້ນຂອງລາຄາແຮ່ທາດເງິນແມ່ນການປະສົມປະສານຂອງຄວາມຕ້ອງການອຸດສາຫະກໍາທີ່ເຂັ້ມແຂງ ແລະ ການຊື້ທີ່ປອດໄພທ່າມກາງຄວາມເຄັ່ງຕຶງ ທາງພູມິສາດການເມືອງທີ່ຍັງ ສືບຕໍ່ ຢູ່ໃນຫລາຍພາກພື້ນ, ເຊັ່ນດຽວກັນກັບ ຄວາມຄາດຫວັງ ຂອງນະໂຍບາຍການເງິນ ຂອງສະຫະລັດອາເມລິກາ ທີ່ມີທ່າອ່ຽງຜ່ອນຄາຍຫລາຍຂຶ້ນໃນ ປີ 2026. ນັບຕັ້ງແຕ່ຕົ້ນປີນີ້ ຈົນຖິງປັດຈຸບັນ ລາຄາແຮ່ທາດງິນ ພີ່ມສູງ ຂຶ້ນຫລາຍກວ່າ 133% ໂດຍລາຄາ ໃນໄລຍະຕົ້ນປີ ຍັງຄົງຄື່ນໄຫວ ຢູ່ທີ່ລະ ຫວ່າງ 28-30 ໂດລາສະຫະລັດ ຕໍ່ອອນ ທີ່ລາຄາ ເຄື່ອນໄຫວ ຢູ່ທີ່ປະມານ 2-30ໂດລາສະຫະລັດ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments