Sunday, January 11, 2026
Homeຂ່າວຕ່າງປະເທດສປ ຈີນ ສ້າງສະຖິຕິໃໝ່ໃນການທົດລອງລະບົບ ຂັບເຄື່ອນ ເທິງລາງລົດໄຟພະລັງງານແມ່ຫລັກ

ສປ ຈີນ ສ້າງສະຖິຕິໃໝ່ໃນການທົດລອງລະບົບ ຂັບເຄື່ອນ ເທິງລາງລົດໄຟພະລັງງານແມ່ຫລັກ

ຕາມຂ່າວຈາກນະຄນຫລວງປັກກິ່ງຂອງ ສປ ຈີນ, ໜ່ວຍງານນັກຄົ້ນຄວ້າຈີນ ປະສົບຄວາມສຳເລັດໃນການສ້າງສະຖິຕິໃໝ່ ດ້ວຍການເລັ່ງຄວາມໄວຍານພາຫະນະທົດລອງຂະໜາດນ້ຳໜັກ 1 ໂຕນ ໃຫ້ແລ່ນດ້ວຍຄວາມໄວເຖິງ 700 ກິໂລແມັດ ຕໍ່ຊົ່ວໂມງ ໃນເວລາພຽງ 2 ວິນາທີ ເທິງເສັ້ນທາງລົດໄຟພະລັງງານແມ່ເຫລັກ ຫລື maglev ໄລຍະທາງຍາວ 400 ແມັດ.

ການທົດລອງຄັ້ງນີ້ໄດ້ໃຊ້ລະບົບຂັບເຄື່ອນແມ່ເຫລັກໄຟຟ້າທີ່ມີການນຳໄຟຟ້າສູງສຸດ ຫລື Superconducting Electromagnetic Propul sion, ຊຶ່ງຖືເປັນອັດຕາເລັ່ງຄວາມໄວ ເທິງແພລດຟອມ ລັກສະນະນີ້ທີ່ໄວທີ່ສຸດໃນໂລກ ແລະ ສາມາດຢຸດລົດໄດ້ ຢ່າງປອດໄພ ພາຍຫລັງ ການທົດ ລອງ ສຳເລັດ.ຄວາມສຳເລັດຄັ້ງນີ້ ປັນຜົນງານຂອງໜ່ວຍງານຄົ້ນຄວ້າ ຈາກວິທະຍາໄລ ຕັກໂນ ໂລຊີ ການປ້ງກັນປະທດແຫ່ງຊາດ ທີ່ໄດ້ພັດທະນາ ມາຫລາຍກວ່າ10ປີ ໂດຍສາມາດກ້າວຂ້າມຂິດຈຳກັດ ທາງເຕັກໂນໂລຊີ ຫລາຍດ້ານ ບໍ່ວ່າ ຈະເປັນລະບົບ ຂັບເຄື່ອນ ດ້ວຍແມ່ເຫລັກໄຟຟ້າ ຄວາມ ໄວສູງ ພິເສດ, ລະບົບການ ປະຄອງ ຍານພາຫະນະ ໃຫ້ລອຍໂຕ ດ້ວຍໄຟຟ້າ, ລະບົບ ການເກັບຮັກສາ ແລະ ການປ່ຽນພະລັງງານ ກຳລັງສູງ ໃນໄລຍະ ວລາ ອັນສັ້ນ ລວມຖິງ ເຕັກໂນໂລຊີແມ່ເຫລັກໄຟຟ້າ ທີ່ມີຕົວນຳ ໄຟຟ້າສູງສຸດ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments