Saturday, January 10, 2026
Homeຂ່າວຕ່າງປະເທດສ.ອາເມລິກາ ໂຈະການເກັບພາສີນໍາເຂົ້າຊິບຈາກຈີນ ຈົນເຖິງເດືອນມິຖຸນາ 2027

ສ.ອາເມລິກາ ໂຈະການເກັບພາສີນໍາເຂົ້າຊິບຈາກຈີນ ຈົນເຖິງເດືອນມິຖຸນາ 2027

ສຳນັກຂ່າວອິນໂຟເຄວສ: ສຳນັກງານຜູ້ແທນການຄ້າ ສ.ອາເມລິກາ ເປີດເຜີຍວ່າ: ຢຸດການບັງຄັບໃຊ້ພາສີເພີ່ມເຕີມຕໍ່ການນໍາເຂົ້າ ເຊມິຄອນດັກເຕີຈາກຈີນ ອອກໄປຈົນເຖິງເດືອນມິຖຸນາ 2027. ການປະກາດດັ່ງກ່າວມີຂຶ້ນຫລັງຈາກສຳນັກງານຜູ້ແທນການຄ້າ ສ.ອາເມລິກາ ສະຫລຸບຜົນການສອບສວນດ້ານການຄ້າທີ່ດຳເນີນການມາເປັນເວລາ 1 ປີ ທ່າມກາງສັນຍານຄວາມເຄັ່ງຕຶງລະຫວ່າງ ສ.ອາເມລິກາ ແລະ ຈີນ ທີ່ຜ່ອນຄາຍລົງ.

ໂດຍລະດັບພາສີທີ່ເພີ່ມເຕີມໃນໄລຍະທຳອິດຈະຍັງຄົງຢູ່ທີ 0% ເປັນເວລາ 18 ເດືອນ. ຕາມການປະກາດຂອງລັດຖະບານກາງການປັບຂຶ້ນພາສີ ຈະມີຜົນໃນວັນທີ 23 ມິຖຸນາ 2027 ໂດຍຈະມີການປະກາດອັດຕາພາສີລ່ວງໜ້າຢ່າງໜ້ອຍ 30 ວັນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments