Thursday, January 8, 2026
Homeຂ່າວດ່ວນພົບສົບ ຜູ້ສຸດທ້າຍ ເຫດການເຮືອຫລົ້ມຢູ່ບໍລິເວນຖ້ຳຕິ່ງ ເມືອງປາກອູ

ພົບສົບ ຜູ້ສຸດທ້າຍ ເຫດການເຮືອຫລົ້ມຢູ່ບໍລິເວນຖ້ຳຕິ່ງ ເມືອງປາກອູ

ແຫລ່ງຂ່າວຈາກໜ່ວຍກູ້ໄພສຸກເສີນອົງການກາແດງ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ໃນຕອນແລງຂອງວັນທີ 25 ທັນວາ 2025 ເວລາ​16:15 ນາທີ ທີມງານໄດ້ຮັບແຈ້ງເຫດຈາກປະຊາຊົນຜ່ານເບີສຸກເສີນວ່າພົບເຫັນສົບຄົນເສຍຊີວິດ ຢູ່ເຂດບ້ານຄໍ້ແລ ເມືອງນານ ແຂວງຫລວງພະບາງ ຈາກກໍລະນີເຫດເຮືອຕຳໂງ່ນຫີນ ໃນວັນທີ 18 ທັນວາ 2025 ຜ່ານມາ ຢູ່ບໍລິເວນຖ້ຳຕິ່ງເມືອງປາກອູ ແຂວງຫລວງພະບາງ, ຊຶ່ງສົບທີ່ພົບເຫັນເພດຍິງ ຜູ້ເປັນລູກ​ ອາຍຸປະມານ 01ປີ, ສັນຊາດລາວ,​ ຊົນເຜົ່າມົ້ງ,​ ຊຶ່ງເປັນສົບຜູ້ສຸດທ້າຍ ຂອງເຫດການເຮືອຫລົ້ມໃນຄັ້ງນີ້. ພາຍຫລັງໄດ້ພົບສົບຜູ້ເປັນແມ່ ໃນວັນທີ 22 ທັນວາ 2025 ຢູ່ກາງນ້ຳບໍລິເວນເໜືອ ບ້ານຊ່າງໄຫ ແລະ ພົບສົບຜູ້ເປັນລູກສາວອາຍຸ 3 ປີ ໃນວັນທີ 23 ທັນວາ ຢູ່ເຂດບ້ານສາຍລົມ ເມືອງຫລວງພະບາງ. ປັດຈຸບັນ ທາງທີມ​ງານ​ໄດ້ທຳການຫໍ່ຮ່າງຜູ້ເສຍຊີວິດແລ້ວນຳສົ່ງໂຮງເຢັນຂອງໂຮງໝໍແຂວງຫລວງພະບາງລໍຖ້າ ເພື່ອ​ໃຫ້ຍາດພີ່ນ້ອງປະກອບພິທີຕາມສາສະໜາ.

ອຸບັດເຫດເຮືອຫລົ້ມ ຢູ່ແມ່ນໍ້າຂອງ ແກ້ງເຫລືອກ ເຂດເມືອງປາກອູ ແຂວງຫລວງພະບາງ ເກີດຂຶ້ນໃນເວລາ ປະມານ 15:45 ໂມງ, ຊຶ່ງເຮືອລໍາດັ່ງກ່າວ ບັນທຸກຜູ້ໂດຍສານຕົ້ນທາງ ທີ່ຂຶ້ນຢູ່ທ່າເຮືອປາກແບງ ແຂວງອຸດົມໄຊ ມີທັງໝົດ 125 ຄົນ ໃນນັ້ນ, ມີຜູ້ໂດຍສານທີ່ເປັນຄົນຕ່າງປະເທດ 118 ຄົນ, ຄົນລາວ 07 ຄົນ (ຜູ້ໂດຍສານ 03 ຄົນ, ລູກເຮືອ 03 ຄົນ ແລະ ນາຍທ້າຍເຮືອ 01 ຄົນ); ຈໍານວນຜູ້ໂດຍສານທີ່ຂຶ້ນຢູ່ຕາມບັນດາບ້ານຂອງສາຍທາງ ມີທັງໝົດ 22 ຄົນ (ຄົນລາວທັງໝົດ) ລວມຜູ້ໂດຍສານທີ່ຢູ່ເທິງເຮືອ (ລວມທັງລູກເຮືອ ແລະ ນາຍທ້າຍເຮືອ) ມີທັງໝົດ 147 ຄົນ. ເຫດການດັ່ງກ່າວ, ມີຜູ້ລອດຊີວິດ 144 ຄົນ ແລະ ເສຍຊີວິດ 3 ຄົນ (03 ແມ່ລູກ ຢູ່ບ້ານຄົກແອກ ເມືອງຫົງສາ ແຂວງ ໄຊຍະບູລີ).

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments