Tuesday, December 23, 2025
Homeຂ່າວໜ້າໜຶ່ງຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ

ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ

ວັນທີ 22 ທັນວາ 2025 ນີ້, ຢູ່ກົວລາລໍາເປີ ປະເທດມາເລເຊຍ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ເເທນ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ ໂດຍການເປັນປະທານຂອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງມາເລເຊຍ ໃນນາມປະທານອາຊຽນ ປີ 2025, ມີບັນດາລັດຖະມົນຕີຕ່າງປະເທດອາຊຽນ, ຜູ້ຕາງໜ້າ ແລະ ເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງການລາຍງານ ກ່ຽວກັບການປະຕິບັດໜ້າທີ່ໃນໄລຍະຜ່ານມາ ຂອງໜ່ວຍງານສັງເກດການອາຊຽນ, ຊຶ່ງໄດ້ຮັບການສ້າງຕັ້ງຂຶ້ນໃນເດືອນຕຸລາ 2025. ພ້ອມກັນນັ້ນ, ກອງປະຊຸມໄດ້ຮັບຟັງການແຈ້ງສະພາບການປັດຈຸບັນ ທາງດ້ານຊາຍແດນ ໂດຍລັດຖະມົນຕີກະຊວງການຕ່າງປະ ເທດ ແລະ ການຮ່ວມມືສາກົນຂອງ ກຳປູເຈຍ ແລະ ລັດຖະມົນຕີກະຊວງການຕ່າງປະເທດຂອງ ໄທ. ໃນກອງປະຊຸມ, ບັນດາລັດຖະມົນຕີຕ່າງປະເທດອາຊຽນ ໄດ້ປະກອບຄຳເຫັນ ໂດຍໄດ້ສະແດງຄວາມເປັນຫ່ວງຕໍ່ສະພາບການໃນປັດຈຸບັນ ແລະ ຮຽກຮ້ອງໃຫ້ທັງສອງຝ່າຍແກ້ໄຂບັນຫາໂດຍສັນຕິວິທີ ໂດຍສອດຄ່ອງກັບກົດບັດອົງການສະຫະປະຊາຊາດ, ກົດບັດອາຊຽນ, ສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້. ກອງປະຊຸມ ໄດ້ຢໍ້າຄືນເຖິງຄວາມໝາຍໝັ້ນຕໍ່ຄວາມເປັນເອກະພາບ ແລະ ຄວາມສາມັກຄີຂອງອາຊຽນ ແລະ ຄວາມເປັນແກນກາງຂອງອາຊຽນ ໃນການຮັບປະກັນສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະ ຄວາມສົມບູນພູນສຸກໃນພາກພື້ນ ອີງຕາມກົດບັດອາຊຽນ.

ໃນກອງປະຊຸມ, ທ່ານ ທອງສະຫວັນ ພົມວິຫານ ໄດ້ຢໍ້າຄືນນະໂຍບາຍການຕ່າງປະເທດ ອັນສະເໝີຕົ້ນສະເໝີປາຍຂອງ ສປປ ລາວ ໃນການຮັດແໜ້ນການພົວພັນຮ່ວມມືກັບປະເທດຕ່າງໆ, ລວມທັງ ກຳປູເຈຍ ແລະ ໄທ. ພ້ອມນັ້ນ, ກໍໄດ້ຮຽກຮ້ອງໃຫ້ທັງສອງຝ່າຍໃຊ້ຄວາມອົດທົນອົດກັ້ນ ຫລີກເວັ້ນການໃຊ້ກຳລັງ ບົນຈິດໃຈໄມຕີຈິດມິດຕະພາບ ໃນຖານະເປັນປະເທດສະມາຊິກອາຊຽນດ້ວຍກັນ, ກັບຄືນປະຕິບັດຕາມຂໍ້ຕົກລົງເພື່ອສັນຕິພາບ ທີ່ສອງປະເທດໄດ້ລົງນາມ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ແລະ ນຳໃຊ້ກົນໄກທີ່ມີຢູ່ ເພື່ອຊອກຫາຊ່ອງທາງແກ້ໄຂບັນຫາໂດຍສັນຕິວິທີ.

ພາຍຫລັງກອງປະຊຸມ ໄດ້ມີການອອກຖະແຫລງການຂອງປະທານ, ຊຶ່ງໄດ້ລະບຸກ່ຽວກັບຄວາມພະຍາຍາມຂອງອາຊຽນ ໃນການແກ້ໄຂບັນຫາທີ່ພວມດຳເນີນຢູ່ ພ້ອມທັງສະແດງຄວາມຍິນດີຕໍ່ກັບການປຶກສາຫາລືຂອງທັງສອງປະເທດ ເພື່ອບັນລຸການຢຸດຍິງ ແລະ ສະແດງຄວາມຫວັງວ່າສະພາບຄວາມເຄັ່ງຕຶງຈະຫລຸດຜ່ອນລົງໂດຍໄວ, ໃນນີ້ ຄະນະກຳມະການຊາຍແດນຂອງສອງປະເທດ ຈະຈັດກອງປະຊຸມປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດການຢຸດຍິງໃນໄວໆນີ້.

ໃນໂອກາດດຽວກັນນີ້, ທ່ານ ທອງສະຫວັນ ພົມວິຫານ ໄດ້ພົບປະສອງຝ່າຍກັບບັນດາລັດຖະ ມົນຕີຕ່າງປະເທດອາຊຽນ ແລະ ເລຂາທິການໃຫຍ່ອາຊຽນ ເພື່ອເສີມຂະຫຍາຍການພົວພັນຮ່ວມມື ແລະ ປຶກສາຫາລືບັນຫາທີ່ມີຄວາມສົນໃຈຮ່ວມກັນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments