ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສະຫະພາບເອີຣົບ ແລະ ຫ້ອງການພົວພັນການຕ່າງປະເທດເອີຣົບ ເປີດງານວາງສະແດງຮູບພາບ ເພື່ອສະເຫລີມສະຫລອງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບ ຄົບຮອບ 50 ປີ ໃນວັນທີ 16 ທັນວາ 2025 ຜ່ານມາ, ທີ່ບຣຸກແຊນ ປະເທດ ແບນຊິກ. ພິທີດັ່ງກ່າວ ຈັດຂຶ້ນພາຍໃຕ້ການເປັນປະທານຮ່ວມກ່າວເປີດຂອງ ທ່ານ ກິ່ງໂພແກ້ວ ພົມມະຫາໄຊ ເອກະອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສະຫະພາບເອີຣົບ ແລະ ທ່ານ ນາງ ເປົາລ່າ ປາມປາໂລນີ (Paola Pampaloni) ຜູ້ອຳນວຍການອາຊີ-ປາຊີຟິກ, ຫ້ອງການພົວພັນການຕ່າງປະເທດເອີຣົບ, ມີບັນດາເອກອັກຄະລັດຖະທູດປະເທດອາຊຽນ ແລະ ຕາງໜ້າຈາກບັນດາສະຖາບັນຕ່າງໆຂອງສະຫະພາຍເອີຣົບ ເຂົ້າຮ່ວມ.

ງານວາງສະແດງຮູບພາບໃນຄັ້ງນີ້, ໄດ້ສັງຮວມເອົາຮູບພາບການສາຍພົວພັນການຮ່ວມມືທີ່ດີ ແລະ ເຫດ ການສຳຄັນທີ່ສະແດງໃຫ້ເຫັນເຖິງພັດທະນາການຂອງສາຍພົວພັນການທູດ ລະຫວ່າງ ສປປ ລາວ-ອີຢູ ຕະຫລອດໄລຍະ 50 ປີຜ່ານມາ ນັບແຕ່ການສ້າງຕັ້ງຄວາມສຳພັນທາງການທູດ ຈົນຮອດການຂະຫຍາຍການຮ່ວມມືໃນຫລາຍຂົງເຂດຢ່າງຮອບດ້ານ ແລະ ຕໍ່ເນື່ອງ. ຕະຫລອດ 50 ປີທີ່ຜ່ານມາ, ສະຫະພາບເອີຣົບ ໄດ້ເປັນຄູ່ຮ່ວມມືທີ່ສຳຄັນຂອງ ສປປ ລາວ ໃນດ້ານການພັດທະນາ ເສດຖະກິດ-ສັງຄົມ ໂດຍສະເພາະໃນຂົງເຂດການສຶກສາ, ສາທາລະນະສຸກ, ການພັດທະນາຊົນນະບົດ, ການຄຸ້ມຄອງສິ່ງແວດລ້ອມການພັດທະນາພາກເອກະຊົນ ແລະ ການສົ່ງເສີມການຄ້າ-ການລົງທຶນ. ບັນດາໂຄງການຮ່ວມມືຂອງ ອີຢູ ໄດ້ມີສ່ວນສຳຄັນໃນການສົ່ງເສີມການພັດທະນາແບບຍືນຍົງ ແລະ ການຫລຸດຜ່ອນຄວາມທຸກຍາກໃນ ສປປ ລາວ.

ພ້ອມກັນນັັ້ນ, ຄວາມຮ່ວມມືດ້ານການຄ້າ ແລະ ການເຂົ້າເຖິງຕະຫລາດອີຢູ ຜ່ານລະບົບ “Everything But Arms (EBA)” ໄດ້ຊ່ວຍສົ່ງເສີມການສົ່ງອອກຂອງລາວ ແລະ ເປີດໂອກາດໃຫ້ຜະລິດຕະພັນຂອງລາວເຂົ້າສູ່ຕະຫລາດສາກົນຢ່າງກວ້າງຂວາງ. ນອກຈາກນັ້ນ, ການແລກປ່ຽນດ້ານວັດທະນະທຳ, ການສຶກສາ ແລະ ປະຊາຊົນ ໄດ້ຊ່ວຍເສີມສ້າງຄວາມເຂົ້າໃຈ ແລະ ມິດຕະພາບອັນດີລະຫວ່າງສອງຝ່າຍ. ໃນຕໍ່ໜ້າ, ສປປ ລາວ ແລະ ສະຫະ ພາບ ເອີຣົບ ຈະສືບຕໍ່ຍົກລະດັບການຮ່ວມມືໃຫ້ເຂັ້ມແຂງ ແລະ ເລິກເຊິ່ງຍິ່ງຂຶ້ນ ໂດຍເນັ້ນໃສ່ຂົງເຂດທີ່ສອດຄ່ອງກັບຍຸດທະສາດການພັດທະນາຂອງ ສປປ ລາວ ແລະ ວາລະການພັດທະນາຢ່າງຍືນຍົງ ເປັນຕົ້ນ ການພັດທະນາເສດຖະກິດສີຂຽວ, ການຫັນເປັນດີຈິຕອນ, ພະລັງງານສະອາດ, ການຮັບມືກັບການປ່ຽນແປງດິນຟ້າອາກາດ ແລະ ການພັດທະນາຊັບພະຍາກອນມະນຸດ.

ພິທີເປີດງານວາງສະແດງຮູບພາບໃນຄັ້ງນີ້, ບໍ່ພຽງແຕ່ເປັນການທົບທວນຄືນສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບ ເທົ່ານັ້ນ ແຕ່ຍັງເປັນການຢືນຢັນຄວາມໝາຍໝັ້ນຮ່ວມກັນ ໃນການສ້າງອະນາຄົດແຫ່ງຄວາມຮ່ວມມື ມິດຕະພາບ ແລະ ການພັດທະນາຢ່າງຍືນຍົງ ເພື່ອຜົນປະໂຫຍດຮ່ວມຂອງປະຊາຊົນທັງສອງຝ່າຍ.

