Friday, December 19, 2025
Homeຂ່າວຕ່າງປະເທດຈັດກອງປະຊຸມສາກົນ ກ່ຽວກັບການປາບປາມການຫລອກລວງທາງໂທລະຄົມຢູ່ບາງກອກ

ຈັດກອງປະຊຸມສາກົນ ກ່ຽວກັບການປາບປາມການຫລອກລວງທາງໂທລະຄົມຢູ່ບາງກອກ

ວິທະຍຸ-ໂທລະພາບສູນກາງຈີນ ຫລື CMG ກອງປະຊຸມສາກົນ ກ່ຽວກັບການປາບປາມການລອກລວງທາງໂທລະຄົມ ທົ່ວໂລກ ຈັດຂຶ້ນຢູ່ນະຄອນຫລວງບາງກອກ ຂອງໄທ ເມື່ອບໍ່ດົນມານີ້ ໂດຍມີຈຸດປະສົງເພື່ອຮຽກຮ້ອງໃຫ້ປະຊາຄົມໂລກເລັ່ງລັດປະສານງານກັນເພື່ອພ້ອມກັນຮັບມືກັບການຫລອກລວງທາງໂທລະຄົມ ທີ່ນັບມື້ນັບຮ້າຍແຮງຂຶ້ນ. ເຂົ້າຮ່ວມເປັນເຈົ້າພາບ ໂດຍລັດຖະບານໄທ ແລະ ສຳນັກງານວ່າດ້ວຍຢາເສບຕິດ ແລະ ກໍ່ອາຊະຍາກຳອົງການສະຫະປະຊາຊາດ(ສປຊ)ໂດຍມີ ຜູ້ແທນຫລາຍ ກວ່າ 330 ຄົນ ທີ່ມາຈາກ 60 ປະເທດ, ອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງທາງສັງຄົມ 5 ແຫ່ງ ລວມມີ ສປ ຈີນ, ອິນໂດເນເຊຍ, ສສ ຫວຽດນາມ, ມຽນມາ ແລະ ສປປ ລາວ ກໍ່ໄດ້ສົ່ງຜູ້ແທນລະດັບກະຊວງເຂົ້າຮ່ວມ. ຈາກນັ້ນ ທ່ານ ອະນຸທິນ ຊານວີຣະກູນ, ຮັກສາການນາຍົກລັດຖະມົນຕີໄທ ກ່າວວ່າ: ໄທ ກະກຽມດຳເນີນການຮ່ວມມືກັບປະເທດຕ່າງໆ ແລະ ຝ່າຍທີ່ກ່ຽວຂ້ອງໃນທຸກເວລາເພື່ອປາບປາມການຫລອກລວງທາງໂທລະຄົມໃນຂອບເຂດທົ່ວໂລກຢ່າງແທ້ຈິງ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments