ສຳນັກຂ່າວອິນໂຟເຄວສ: ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ ລົງນາມ ເມື່ອວັນທີ 16 ທັນວາວ່າ: ໄດ້ປະກາດ ເພີ່ມລາຍຊື່ປະເທດ ພາຍໃຕ້ຂໍ້ຈຳກັດ ການເຂົ້າປະເທດ ຢ່າງເຕັມຮູບແບບ ຫລື ບາງສ່ວນ. ໂດຍຄຳປະກາດ ເພື່ອຂະຫຍາຍ ແລະ ເພີ່ມຄວາມເຂັ້ມງວດ ຂອງ ມາດຕະການຈຳກັດ ການເດີນທາງ ຕໍ່ພົນລະເມືອງຈາກປະເທດ ທີ່ມີຂໍ້ບົກພອງ ຢ່າງຮຸນແຮງ ຕໍ່ເນື່ອງ ແລະ ຊັດເຈນ ໃນດ້ານການຄັດກອງ, ການກວດກາປະຫວັດ ແລະ ການແບ່ງປັນຂໍ້ມູນ ເພື່ອປົກປ້ອງສ.ອາເມລິກາ ຈາກໄພຄຸກຄາມ ຕໍ່ຄວາມໝັ້ນຄົງແຫ່ງຊາດ ແລະ ຄວາມປອດໄພ ສາທາ ລະນະ.
ຄຳປະກາດດັ່ງກ່າວໄດ້ເພີ່ມຂໍ້ຈຳກັດ ຢ່າງເຕັມຮູບແບບ ແລະ ຂໍ້ຈຳກັດ ການເຂົ້າປະເທດ ກັບ ພົນລະເມືອງຈາກ 5 ປະເທດ. ໂດຍອ້າງອິງຈາກຜົນວິເຄາະ ເມື່ອບໍ່ດົນມານີ້ໄດ້ແກ່: ບູກິນາຟາໂຊ, ມາລີ, ໄນເຈີ, ຊູດັງໃຕ້ ແລະ ຊີຣີ. ພ້ອມທັງເພີ່ມຂໍ້ຈຳກັດເຕັມຮູບແບບ ແລະ ຂໍ້ຈຳກັດ ການເຂົ້າປະເທດ ສຳລັບຜູ້ທີ່ຖືໜັງສືເດີນທາງທີ່ອອກໂດຍອົງການບໍລິຫານປາແລັດສະຕິນ (PA) ອີກດ້ວຍ.

