ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ ເກົາຫລີ, ຊຶ່ງນໍາໂດຍ ທ່ານ ກິມ ເທ ຮຶມ (Kim Tea Heum) ເຈົ້າແຂວງຊຸງຊອງນໍາໂດ ທີ່ໄດ້ເດີນທາງມາຢ້ຽມຢາມ, ເຮັດວຽກ ແລະ ພົບປະກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຂອງ ສປປ ລາວ ໃນວັນທີ 18 ທັນວາ 2025 ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ.
ໃນໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຕ້ອນຮັບ, ຊົມເຊີຍ ຕໍ່ທ່ານ ກິມ ເທ ຮຶມ ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້, ຊຶ່ງເປັນການປະກອບສ່ວນສໍາຄັນ ເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ-ສ ເກົາຫລີ, ໃນນາມຕາງໜ້າລັດຖະບານແຫ່ງ ສປປ ລາວ ຕີລາຄາສູງຕໍ່ການຮ່ວມມື ລະຫວ່າງ ສອງປະເທດ ສປປ ລາວ-ສ ເກົາຫລີ ທີ່ໄດ້ປະກອບສ່ວນຊ່ວຍເຫລືອ ແລະ ການຮ່ວມມື ຂອງທ່ານເຈົ້າແຂວງ ກໍຄືພາກສ່ວນຕ່າງໆ ຂອງແຂວງຊຸງຊອງນຳໂດ ທີ່ໄດ້ປະກອບສ່ວນອັນສຳຄັນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ, ເວົ້າລວມ, ເວົ້າສະເພາະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສປປ ລາວ ກັບ ແຂວງຊຸງຊອງນໍາໂດ ສ ເກົາຫລີ ທີ່ມີມາແລ້ວນັ້ນ ໃຫ້ນັບມື້ກ້າວເຂົ້າສູ່ລວງເລິກ.

ໃນໂອກາດນີ້, ທ່ານ ກິມ ເທ ຮຶມ ກໍໄດ້ຕາງໜ້າໃຫ້ກັບຄະນະ ສະແດງຄວາມຂອບໃຈ ຕໍ່ທ່ານນາຍົກ ລັດຖະມົນ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ພ້ອມທັງໄດ້ແຈ້ງຈຸດປະສົງ ຂອງການມາຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້ ໃຫ້ກັບທ່ານນາຍົກລັດຖະມົນຕີ ໄດ້ຮັບຊາບຕື່ມອີກ.

