Tuesday, December 16, 2025
Homeຂ່າວພາຍໃນສະຫຼອງວັນສ້າງຕັ້ງກອງພັນໃຫຍ່ 11 ຄົບຮອບ 50 ປີ

ສະຫຼອງວັນສ້າງຕັ້ງກອງພັນໃຫຍ່ 11 ຄົບຮອບ 50 ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງພັນໃຫຍ່ 11 (16 ທັນວາ 1975-16 ທັນວາ 2025) ຄົບຮອບ 50 ປີ ຈັດຂຶ້ນໃນວັນທີ 16 ທັນວານີ້, ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ພົນຕີ ກົງທອງ ສຸຂະວົງ ກຳມະການຄະນະປະຈຳພັກກະຊວງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີສະຫາຍ ພົນໂທ ວັນທອງ ກອງມະນີ ກຳມະການສູນກາງພັກ ເຈົ້າແຂວງອັດຕະປື ພ້ອມດ້ວຍນາຍ ແລະ ພົນທະຫານທົ່ວກອງພັນໃຫຍ່ 11 ເຂົ້າຮ່ວມ.

ກ່ອນຈະເລີ່ມຕົ້ນພິທີທາງການ, ໄດ້ຮັບຊົມລາຍການສະແດງສິລະປະຈາກໜ່ວຍສິລະປະ-ວັນນະຄະດີກອງພັນໃຫຍ່ 11, ຊົມການສະແດງຫັດກາຍແທງກະບີ່ ແລະ ສິນລະປະຍຸດ-ຍຸດທະວິທີຍິງປືນ ສະແດງໃຫ້ເຫັນເຖິງຜົນງານ ແລະ ມູນເຊື້ອແຫ່ງການກໍາເນີດເຕີບໃຫຍ່ເຂັ້ມແຂງຂອງກອງພັນໃຫຍ່ 11 ໃນໄລຍະ 50 ປີຜ່ານມາ.

ສະຫາຍ ພັນເອກ ຄໍາສາຍ ມົນດວງສິງ ເລຂາຄະນະພັກ ຫົວໜ້າການເມືອງກອງພັນໃຫຍ່ 11 ໄດ້ຫວນຄືນມູນເຊື້ອການກຳເນີດເກີດຂຶ້ນຂອງກອງພັນໃຫຍ່ 11 ວ່າ: ຕະຫຼອດໄລຍະ 50 ປີຜ່ານມາ, ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນໄດ້ຖືສໍາຄັນວຽກງານປັບປຸງກໍ່ສ້າງກໍາລັງທາງດ້ານການເມືອງ-ແນວຄິດ ແລະ ການຈັດຕັ້ງເອົາໃຈໃສ່ສຶກສາອົບຮົມນໍາພາການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບມີຄຸນທາດການເມືອງໜັກແໜ້ນ, ມີຄວາມຈົງຮັກພັກດີ, ບໍລິສຸດສັດຊື່ຕໍ່ພັກ, ຕໍ່ປະເທດຊາດ ແລະ ປະຊາຊົນ, ກຳແໜ້ນແນວທາງນະໂຍບາຍຂອງພັກໃນແຕ່ລະໄລຍະ, ຮັບຮູ້ເຊື່ອມຊຶມຕໍ່ໜ້າທີ່ການເມືອງຂອງກອງທັບ, ຂອງກົມກອງ, ຕັ້ງໜ້າຝຶກແອບດ້ານສິນລະປະຍຸດ, ຍຸດທະວິທີ, ຍົກລະດັບທາງດ້ານການທະຫານໃຫ້ພະນັກງານ-ນັກຮົບສູງຂຶ້ນເລື້ອຍໆ ໄປພ້ອມກັບການຈັດຕັ້ງປະຕິບັດບັນດາຂໍ້ກຳນົດ, ກົດລະບຽບຂອງກອງທັບ, ກົດໝາຍຂອງລັດຢ່າງເຂັ້ມງວດ, ຖັນແຖວພະນັກງານແຕ່ລະຮຸ່ນໄດ້ຮັບການບຳລຸງ, ກໍ່ສ້າງ, ຝຶກຝົນ ແລະ ຊຸບຫຼໍ່ໃຫ້ເຕີບໃຫຍ່ເຂັ້ມແຂງ ຂະຫຍາຍຕົວຢ່າງຕໍ່ເນື່ອງ. ຜ່ານຂະບວນເຄື່ອນໄຫວວຽກງານຕົວຈິງມີຫຼາຍສະຫາຍໄດ້ຮັບ ນາມມະຍົດເປັນວິລະຊົນແຫ່ງຊາດ ແລະ ນັກຮົບແຂ່ງຂັນ, ຫຼາຍກົມກອງໄດ້ເຄື່ອນໄຫວສູ້ຮົບທັງນ້ອຍ ແລະ ໃຫຍ່ຈຳນວນ 290 ຄັ້ງ, ດັບສູນສັດຕູໄດ້ 1,354 ຄົນ, ຈາກຜົນງານ ແລະ ໄຊຊະນະທີ່ຍາດມາໄດ້ນັ້ນ, ເຮັດໃຫ້ມີຫຼາຍກົມກອງລວມໝູ່ ແລະ ບຸກຄົນໄດ້ຮັບການຍ້ອງຍໍສັນລະເສີນຈາກການນໍາພັກ-ລັດ ກໍຄືກະຊວງປ້ອງກັນປະເທດຄື: ມີ 2 ກອງພັນນ້ອຍ, 5 ກອງຮ້ອຍໄດ້ຮັບນາມມະຍົດເປັນກອງວິລະຊົນແຫ່ງຊາດ, ມີ 6 ສະຫາຍໄດ້ຮັບນາມມະຍົດເປັນວິລະຊົນແຫ່ງຊາດ, 25 ສະຫາຍໄດ້ຮັບນາມມະຍົດນັກຮົບແຂ່ງຂັນ, ໄດ້ຮັບທຸງວິລະຊົນ 7 ຜືນ, ທຸງມູນເຊື້ອ 10 ຜືນ, ຫຼຽນໄຊອິດສະຫຼະຊັ້ນ I, II, III, 125 ໜ່ວຍ; ຫຼຽນໄຊແຮງງານຊັ້ນ I, II, III, 1,072 ໜ່ວຍ, ຫຼຽນໄຊພິລະອາດຫານຊັ້ນ I, II, III, 1,520 ໜ່ວຍ; ຫຼຽນກາແຮງງານຈໍານວນ 2,211 ໜ່ວຍ; ຫຼຽນກາລະນຶກ 50 ປີ, 60 ປີ ແລະ 70 ປີ ຈຳນວນ 2 ພັນກວ່າໜ່ວຍ, ໃບຍ້ອງຍໍປະເພດຕ່າງໆ 14,154 ໃບ. ໃນພິທີໄດ້ປະດັບຫຼຽນໄຊພິລະອາດຊັ້ນ II ໃຫ້ກອງພັນໃຫຍ່ 11 ແລະ ປະດັບຫຼຽນໄຊພິລະອາດຊັ້ນ III ໃຫ້ 4 ກອງພັນນ້ອຍ ຂຶ້ນກັບກອງພັນໃຫຍ່ 11 ຢ່າງສົມກຽດ.

ໂອກາດນີ້, ສະຫາຍ ພົນຕີ ກົງທອງ ສຸຂະວົງ ໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ຈົ່ງພ້ອມກັນເອົາໃຈໃສ່ປະຕິບັດພາລະບົດບາດ, ສິດ, ໜ້າ ຕາມການຈັດຕັ້ງຂັ້ນເທິງມອບໝາຍໃຫ້, ຕ້ອງຮັບປະກັນໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບປອດໄພ, ເປັນລະບຽບຮຽບຮ້ອຍ, ຕ້ອງເຊີດຊູສະຕິລະວັງຕົວ, ກຽມພ້ອມປະຕິບັດໜ້າທີ່ສູ້ຮົບ, ປົກປັກຮັກສາໝາກຜົນຂອງການປະຕິວັດ, ປົກປັກຮັກສາລະບອບໃໝ່ ປະຊາທິປະໄຕ ປະຊາຊົນໄວ້ໃຫ້ໝັ້ນຄົງ, ກອງທັບຕ້ອງເປັນຫຼັກແຫຼ່ງ, ເປັນພາຫະນະອັນແຫຼມຄົມຂອງພັກໃນການນໍາພາທົ່ວປວງຊົນ ເຮັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ຕັ້ງໜ້າຫັນລົງກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ ແລະ ອື່ນໆ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments