Tuesday, December 16, 2025
Homeຂ່າວໜ້າໜຶ່ງນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະ ນັກງານຫຼັກແຫຼ່ງ ຫສນຍ

ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະ ນັກງານຫຼັກແຫຼ່ງ ຫສນຍ

ວັນທີ 16 ທັນວາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ ຄະນະບໍລິຫານງານພັກ ແລະ ຄະນະກົມ ພາຍໃນອົງຄະ ນະພັກຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ( ຫສ ນຍ ) ໂດຍມີ ສະຫາຍ ບົວຄົງ ນາມມະວົງ ກໍາມະການສູນ ກາງພັກ ເລຂາຄະນະຄະນະບໍລິຫານງານພັກ,ລັດຖະມົນ ຕີ, ຫົວໜ້າ ຫສນຍ,ພ້ອມດ້ວຍບັນດາສະຫາຍ ຄະນະບໍລິ ຫານງານພັກ ແລະ ຄະນະກົມ ທົ່ວ ຫສນຍ ເຂົ້າຮ່ວມ.

ໃນໂອກາດນີ້, ສະຫາຍ ບົວຄົງ ນາມມະວົງ ຕາງໜ້າໃຫ້ແກ່ຄະນະພັກ-ຄະນະນຳ, ສະມາຊິກພັກ, ພະນັກງານ- ລັດ ຖະກອນ ພາຍໃນ ຫສນຍ ໄດ້ລາຍງານຕໍ່ທ່ານ ນາຍົກລັດ ຖະມົນຕີ ໂດຍຫຍໍ້ ກ່ຽວກັບສະພາບລວມ ແລະ ຜົນການເຄື່ອນໄຫວວຽກງານ ຂອງ ຫສນຍ ເປັນຕົ້ນ ວຽກງານການເມືອງ-ແນວຄິດ, ຜົນການດຳ ເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຫສນຍ ຄັ້ງທີ VI; ການປັບປຸງກົງຈັກການຈັດຕັ້ງ-ພະນັກງານ; ການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ເວົ້າລວມ, ເວົ້າສະເພາະແມ່ນ ບັນດາຜົນສຳເລັດ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາ, ລວມທັງ ທິດທາງແຜນການ ໃນຕໍ່ໜ້າ.

ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ສະຫາຍ ນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດ ທີ່ອົງຄະນະພັກ ຫສນຍ ສາມາດປະຕິບັດໄດ້ ໃນໄລຍະທີ່ຜ່ານມາ. ອັນສຳຄັນ, ທ່ານ ໄດ້ມີຄຳເຫັນເນັ້ນໜັກ ໃຫ້ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ໃນສະພາບການພາກພື້ນ ແລະ ສາກົນ ຍັງສືບຕໍ່ຜັນແປຢ່າງສະຫຼັບຊັບຊ້ອນ ທີ່ມີທັງກາລະໂອກາດ ແລະ ສິ່ງທ້າທາຍຫຼາຍປະການນັ້ນ, ຕ້ອງໄດ້ເອົາໃຈໃສ່ຕິດຕາມສະພາບຢ່າງໃກ້ສິດ ເພື່ອມີຂໍ້ມູນໃນການຄົ້ນຄວ້າ ແລະ ເປັນເສນາທິການ ໃຫ້ແກ່ລັດຖະບານ ແກ້ໄຂບັນຫາແຕ່ຫົວທີຢ່າງທັນການ; ຕ້ອງກໍາໃຫ້ໄດ້ທິດ ທາງລວມ ແລະ ບັນດາຄາດໝາຍໃຫຍ່ຕົ້ນຕໍ ຂອງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X; ສົມທົບກັບຂະແໜງການ ແລະ ທ້ອງຖິ່ນຕ່າງໆ ປະຕິບັດ 5 ບົດບາດຄຸ້ມຄອງມະຫາພາກ ຕາມຄຳສັ່ງ 34/ນຍ ເຂົ້າໃນແຕ່ລະຂົງເຂດວຽກງານ ໃຫ້ປະກົດຜົນເປັນຈິງ; ຍົກສູງຄວາມຮັບຜິດຊອບທາງດ້ານການເມືອງ ໃຫ້ສູງຂຶ້ນກວ່າເກົ່າ, ການປະຕິບັດໜ້າທີ່ວຽກງານ ຕ້ອງຄຳນຶງເຖິງຜົນໄດ້-ຜົນເສຍ ຂອງການປະຕິບັດແນວທາງນະໂຍບາຍຕ່າງໆ, ໃຫ້ມີສະຕິລະວັງຕົວ ຕໍ່ກັບກົນອຸບາຍເລຫຼ່ຽມຂອງພວກສັດຕູ; ສືບຕໍ່ຕິດຕາມຊຸກຍູ້ ການຈັດຕັ້ງປະຕິບັດບັນ ດາມະຕິ, ຄໍາສັ່ງ, ແຈ້ງການ ທິດຊີ້ນຳຂອງຂັ້ນເທິງ ເພື່ອໃຫ້ພາກສ່ວນກ່ຽວຂ້ອງ ຈັດຕັ້ງປະຕິິບັດແຕ່ລະບັນຫາ ແລະ ລາຍງານຄວາມຄືບໜ້າ; ສືບຕໍ່ເອົາໃຈໃສ່ການເປັນເສນາ ທິການ ຄົ້ນຄວ້າວຽກງານຕ່າງໆ ໃຫ້ແທດເໝາະກັບຄວາມເປັນຈິງ, ຖືກຕ້ອງຕາມກົດໝາຍ, ລະບຽບການ ແລະ ນະ ໂຍບາຍຕ່າງໆ; ປັບປຸງວຽກງານການຈໍລະຈອນເອກະສານ, ແກ້ໄຂເອກະສານຕ່າງໆ ໃຫ້ລະອຽດຊັດເຈນ, ວ່ອງໄວ ຫັນໄປສູ່ລະບົບທັນສະໄໝ; ເອົາໃຈໃສ່ສຶກສາອົບຮົມ ພະນັກງານ ໃຫ້ມີນໍ້າໃຈຮັບໃຊ້ປະເທດຊາດ ຮັບໃຊ້ປະຊາຊົນ, ບໍ່ຮຽກ-ບໍ່ຕິດພັນກັບຜົນປະໂຫຍດ, ບໍ່ອຸ້ມວຽກ, ບໍ່ປະໃຫ້ຊັກຊ້າແກ່ຍາວ; ປະຕິບັດຫຼັກການເຮັດວຽກ ລວມສູນປະຊາທິປະໄຕ ຕົກລົງເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ ແລະ ແທດເຖິງຕົວຈິງ, ເຮັດວຽກຢ່າງມີແຜນການ, ມີຄາດໝາຍທີ່ຊັດເຈນ; ມີຄວາມສາມັກຄີ, ເປັນຈິດໜຶ່ງໃຈດຽວ, ກ້າຕໍານິຕິຊົມເຊິ່ງກັນ ແລະ ກັນ; ຄະນະພັກ- ຄະນະນໍາທຸກຂັ້ນ ຕ້ອງຖືເອົາການນໍາພາ ວຽກງານການເມືອງແນວຄິດເປັນບັນຫາສໍາຄັນ, ຕິດພັນກັບການເອົາໃຈໃສ່ຄົ້ນຄວ້າ ແລະ ກຳແໜ້ນແນວທາງນະໂຍບາຍ, ມະຕິ, ຄຳສັ່ງ ແລະ ລະບຽບການຂອງພັກ-ລັດ ວາງອອກ ໃຫ້ເລິກເຊິ່ງ; ປະຕິບັດກົນໄກບໍລິຫານຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ໃຫ້ສອດຄ່ອງກັບລະບົບປະຕູດຽວ ແຕ່ສູນກາງຮອດທ້ອງຖິ່ນ; ສືບຕໍ່ເອົາໃຈໃສ່ປັບປຸງດ້ານກົງຈັກການຈັດຕັ້ງ ໃຫ້ກະທັດຮັດ, ມີປະສິດທິຜົນ; ກຳນົດແຜນການກໍ່ສ້າງບຸກຄາລະກອນ ໃຫ້ຈະແຈ້ງ, ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຕົວຈິງຂອງວຽກງານ; ຍົກລະດັບຄວາມຮູ້ຄວາມສາມາດ ຂອງພະນັກງານ-ລັດຖະກອນ ທາງດ້ານທິດສະດີ ແລະ ວິຊາສະເພາະ ຄຽງຄູ່ກັບການສັບຊ້ອນຈັດວາງ-ຍົກຍ້າຍ ໃຫ້ຖືກຕ້ອງ-ແທດເໝາະ, ຜູ້ໜຶ່ງຕ້ອງເຮັດໄດ້ຫຼາຍວຽກ ເພື່ອຮັບໃຊ້ໜ້າທີ່ການເມືອງ ໄປຕາມທິດ ສ້າງພະນັກງານເປັນຊ່ຽວຊານ ແລະ ສືບທອດປ່ຽນແທນແຕ່ລະໄລຍະ.

ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments