Tuesday, December 16, 2025
Homeຂ່າວຕ່າງປະເທດເອດີບີ ອະນຸມັດເງິນກູ້ຢືມໃຫ້ ຟີລິບປິນ ຊຸກຍູ້ເສດຖະກິດສີນໍ້າເງິນ 500 ລ້ານໂດລາ

ເອດີບີ ອະນຸມັດເງິນກູ້ຢືມໃຫ້ ຟີລິບປິນ ຊຸກຍູ້ເສດຖະກິດສີນໍ້າເງິນ 500 ລ້ານໂດລາ

ສຳນັກຂ່າວ ອິນໂຟເຄວສ: ທະນາຄານ ເພື່ອການພັດທະນາອາຊີ (ເອດີບີ) ປະກາດ ອະນຸມັດ ເງິນກູ້ຢືມ ຈຳນວນ 500 ລ້ານໂດລາສະຫະລັດ, ເພື່ອສະໜັບ ສະໜູນ ການບໍລິຫານ ຈັດການ ລະບົບນິເວດ ທາງທະເລ ຂອງຟີລິບປິນ ຢ່າງຍືນຍົງ, ຟື້ນຟູ ພື້ນທີ່ແຄມຝັ່ງ ແລະ ຂັບເຄື່ອນ ການເຕີບໂຕ ຂອງ ເສດຖະກິດ ສີນໍ້າເງິນ ທີ່ມີ ຄວາມຢຶຶດຢຸ່ນ ແລະ ການປ່ອຍ ກາກບອນຕໍ່າ,

ຕາມບົດລາຍງານ ລະບຸວ່າ: ໂຄງການ ພັດທະນາ ລະບົບນິເວດ ທາງທະເລ ເພື່ອເສດຖະກິດ ສີນໍ້າເງິນ(Marine Ecosystems for Blue Economy Development Program) ແນ່ໃສ່ ຍົກລະດັບ ຜະລິດຕະພາບ ຄວາມຫລາກຫລາຍ ໃນຂົງເຂດເສດຖະກິດ ທີ່ເພີ່ງພາ ຊັບພະຍາກອນ ທາງທະເລ , ພ້ອມທັງ ເພີ່ມຄວາມເຂັ້ມແຂງ ໃຫ້ພື້ນທີ່ແຄມຝັ່ງ ແລະ ຊຸມຊົນ ເພື່ອສາມາດປັບຕົວ ຕໍ່ຄວາມສ່ຽງ ດ້ານສິ່ງແວດລ້ອມ ທີ່ເພີ່ມຂຶ້ນ.

ນອກຈາກນີ້ ໂຄງການດັ່ງກ່າວ ແນ່ໃສ່ພັດທະນາ ຕອງໂຊ້ ມູນຄ່າການຈັດການຂີ້ເຫຍື້ອ ພະລາສະຕິກ ແລະ ຂີ້ເຫຍື້ອປະເພດແຂງ ລວມເຖິງ ການສົ່ງເສີມ ການລົງທຶນ ທາງທຳມະຊາດ ຂອງ ປະເທດ ເພື່ອສ້າງຄວາມຍືນຍົງ ທາງດ້ານລະບົບນິເວດ ແລະ ເສດຖະກິດ ໃນໄລຍະຍາວ ເພື່ອປົກປ້ອງ ປະຊາຊົນ ຫລາຍລ້ານຄົນ ຈາກຜົນກະທົບ ຂອງການປ່ຽນແປງ ສະພາບ ພູມອາກາດ ທີ່ເພີ່ມທະວີຄວາມຮຸນແຮງຂຶ້ນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments