Tuesday, December 16, 2025
Homeຂ່າວໜ້າໜຶ່ງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ເດິນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫົວພັນ

ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ເດິນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫົວພັນ

ວັນທີ 15 ທັນວາ 2025 ນີ້ ທ່ານ ພຸດພັນ ແກ້ວວົງໄຊ ເລຂາພັກແຂວງຫົວພັນ ພ້ອມດ້ວຍຄະນະໄດ້ຕ້ອນຮັບ ທ່ານ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງ ສູນກາງພັກ ຮອງປະທານປະເທດແຫ່ງ ສປປລາວ ພ້ອມດ້ວຍຄະນະ ຢູ່ທີ່ສະໜາມບິນໜອງຄ້າງ ດ້ວຍຄວາມອົບອຸ່ນ.

ຈຸດປະສົງຂອງຄະນະທີ່ເດິນທາງມາຢ້ຽນຢາມ ແລະເຮັດວຽກຢູ່ແຂວງຫົວພັນໃນຄັ້ງນີ້ແມ່ນເພື່ອຢ້ຽມຢາມຖາມຂ່າວເຖິງຊິວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າແຂວງຫົວພັນ ແລະ ຈະໄດ້ເຂົ້າຮ່ວມ ພິທີມອບ-ຮັບ ການນໍາໃຊ້ ສະໂມສອນກອງຮ້ອຍ 18 ທະຫານແຂວງຫົວພັນ, ຢ້ຽມຢາມໂຮງໝໍແຂວງຫົວພັນ ແລະ ໂຮງງານຕັດຫຍີບປ່ອງຊິນ ຢູ່ທີ່ເມືອງວຽງໄຊຕື່ມອີກ.

ໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້ ທ່ານພ້ອມດ້ວຍຄະນະ , ການນໍາຂັ້ນແຂວງ, ເມືອງຊໍາເໜືອໄດ້ເດິນທາງໄປຢ້ຽມຢາມ ພົບປະໂອ້ລົມ ປະຊາຊົນບ້ານຫ້ວຍມ້າ ແລະ ຫຼານນ້ອຍນັກຮຽນປະຖົມສົມບູນຜາຖີ່ ເມືອງຊໍາເໜືອ ໂດຍໄດ້ຮັບການຕ້ອນຮັບຈາກປະຊາຊົນ, ຫຼານນ້ອຍນັກຮຽນດ້ວຍຄວາມຮັກແພງ.

ຈາກນັ້ນທ່ານໄດ້ເນັ້ນໜັກໃຫ້ປະຊາຊົນຈົ່ງເອົາໃຈພັດທະນາຊິວິດການເປັນຕາມງື່ອນໄຂຂອງແຕ່ລະຄອບຄົວ ໂດຍສະເພາະແມ່ນຫັນເອົາການປູກຝັ່ງ-ລ້ຽງສັດເປັນທ່າແຮງຕົ້ນຕໍເພື່ອຂາຍເປັນສິນຄ້າ , ຖືເອົາການຄ້າຂາຍເປັນອາຊີບເສີມເພື່ອສ້າງລາຍຮັບສູ່ຄອບຄົວເຮັດໃຫ້ມີຢູ່ມີກິນ ແລະ ມີສ່ວນແຮໄວ້ , ເພື່ອເຮັດໃຫ້ຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ ແລະ ຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ, ລູກຫຼານຕ້ອງໄດ້ຮັບການສຶກສາຕາມເກນອາຍຸ, ຮັບການສັກຢາ-ຢອດຢາບັກຊິນປ້ອງກັນພະຍາດຕາມລະດູການ, ເນັ້ນໜັກໃຫ້ ບັນດາຄູອາຈານບໍໃຫ້ມີເດັກ, ນັກຮຽນປະລະການຮຽນ,ເອົາໃຈໃສ່ສິດສອນ, ສົ່ງຄວາມຮູ້ໃຫ້ແກ່ຫຼາຍນ້ອຍນັກຮຽນເພື່ອພັດທະນາຊັບພະຍາກອນມະນຸດ, ສ້າງຄົນລຸ້ນໃໝ່ ເພື່ອພັດທະນາປະເທດຊາດໃນອະນາຄົດ.

—–

© ໂທລະພາບແຂວງຫົວພັນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments