Tuesday, December 16, 2025
Homeຂ່າວພາຍໃນຂົວມິດຕະພາບລາວ-ໄທ ແຫ່ງທີ 5 ສຳເລັດ 100% ກຽມເປີດນຳໃຊ້ 25 ທັນວາ 2025

ຂົວມິດຕະພາບລາວ-ໄທ ແຫ່ງທີ 5 ສຳເລັດ 100% ກຽມເປີດນຳໃຊ້ 25 ທັນວາ 2025

ໃນຕອນບ່າຍວັນທີ 15 ທັນວາ 2025 ທ່ານ ວັດທະນາ ພັນດານຸວົງ ຮອງຫົວໜ້າໂຄງການກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 5 (ບໍລິຄຳໄຊ–ບຶງການ) ໄດ້ນຳພາຄະນະຜູ້ແທນກອງປະຊຸມໃຫຍ່ຄັ້ງທີ VIII ອົງການແນວລາວສ້າງຊາດແຂວງ ນຳໂດຍ ທ່ານ ນາງ ເກດແກ້ວ ກົມມະແສງ ຮອງປະທານແນວລາວສ້າງຊາດແຂວງ ລົງພື້ນທີ່ທ່ຽວຊົມທິວທັດ ແລະ ຮັບຟັງລາຍງານຄວາມຄືບໜ້າໂຄງການ.

ໃນໂອກາດນີ້ ທ່ານ ວັດທະນາ ພັນດານຸວົງ ໄດ້ລາຍງານໃຫ້ຄະນະຮູ້ວ່າ: ໂຄງການກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 5 ຊຶ່ງເຊື່ອມຕໍ່ລະຫວ່າງ ແຂວງບໍລິຄຳໄຊ ສປປ ລາວ ກັບ ແຂວງບຶງການ ລາຊະອານາຈັກໄທ ໄດ້ດຳເນີນການສຳເລັດແລ້ວ 100% ແລະ ມີກຳນົດເປີດນຳໃຊ້ຢ່າງເປັນທາງການ ໃນວັນທີ 25 ທັນວາ 2025.

ປະຈຸບັນ ໂຄງການດັ່ງກ່າວກຳລັງຢູ່ໃນຂັ້ນຕອນການກະກຽມທົດລອງລະບົບການບໍລິການຕ່າງໆ ເຊັ່ນ: ລະບົບເຄື່ອງສະແກນ, ລະບົບການລົງທະບຽນ ແລະ ການຍື່ນເອກະສານ ເພື່ອໃຫ້ການໃຫ້ບໍລິການເປັນໄປຢ່າງຮຽບຮ້ອຍ ແລະ ມີປະສິດທິຜົນສູງສຸດ.

ສຳລັບຂົວມິດຕະພາບລາວ-ໄທ ແຫ່ງທີ 5 (ບໍລິຄຳໄຊ–ບຶງການ) ມີຄວາມຍາວທັງໝົດ 1,350 ແມັດ, ເບື້ອງລາວຍາວ 535 ແມັດ, ເບື້ອງໄທຍາວ 815 ແມັດ, ຄວາມກວ້າງ 17,40 ແມັດ, ມີ 2 ຊ່ອງຈະລາຈອນ, ມີດອນກາງທາງ ແລະ ມີທາງຄົນຍ່າງທັງສອງເບື້ອງ. ໂຄງສ້າງໄລຍະເທິງບົກເປັນຂົວເບຕົງອັດແຮງ ແລະ ໄລຍະກາງນ້ຳເປັນຂົວແຂວນຄຶ່ງດ້ວຍສາຍກາບ ມີຄວາມຄືບໜ້າໂຄງການລວມ 100%.

ການສ້າງສຳເລັດຂົວແຫ່ງນີ້ ຈະເປັນອີກກ້າວສຳຄັນໃນການເສີມສ້າງການເຊື່ອມໂຍງດ້ານການຄ້າ, ການຂົນສົ່ງ, ການທ່ອງທ່ຽວ ແລະ ການພັດທະນາເສດຖະກິດ–ສັງຄົມ ລະຫວ່າງສອງປະເທດ ໃຫ້ເຕີບໂຕຢ່າງຍືນຍົງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments