ໃນວັນທີ 15 ທັນວາ 2025 ນີ້, ທ່ານ ພົນອາກາດເອກ ເສກສັນ ຄັນທາ ຜູ້ບັນຊາການທະຫານອາກາດ ແຫ່ງຣາຊະອານາຈັກໄທ ພ້ອມຄະນະ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຢ່າງເປັນທາງການ, ໂດຍການຕ້ອນຮັບຂອງທ່ານ ພົນຕີ ຄຳເຫຼັກ ແສງພະຈັນ ຜູ້ບັນຊາການທະຫານອາກາດ ກອງທັບປະຊາຊົນລາວ ພ້ອມດ້ວຍຄະນະ.
ພາຍຫຼັງສຳເລັດພິທີຕ້ອນຮັບທາງການ, ສອງຝ່າຍໄດ້ພົບປະແລກປ່ຽນຕີລາຄາຄືນ ສະພາບວຽກງານເຊິ່ງກັນ ແລະ ກັນ ໃນບັນຫາທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ ແລະ ສອງຝ່າຍ ໄດ້ເຫັນດີ ເປັນເອກະພາບ ເພີ່ມທະວີຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ການແລກປ່ຽນຄະນະຜູ້ແທນຂັ້ນສູງຂອງທັງສອງຝ່າຍ ແລະ ເສີມສ້າງສາຍພົວພັນຮ່ວມມືທາງດ້ານເສດຖະກິດທີ່ດີ ຕະຫຼອດຮອດການ ເພີ່ມທະວີການຮ່ວມມື ລະຫວ່າງ ກອງທັບປະຊາຊົນລາວ ແລະ ກອງທັບໄທ, ໂດຍສະເພາະ ການຮ່ວມມື ຂອງຄະນະກໍາມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ, ໄທ-ລາວ ສ້າງໃຫ້ສະພາບໃນຂອບເຂດເສັ້ນຊາຍແດນ ມີຄວາມສະຫງົບສຸກ ໂດຍພື້ນຖານ, ເປັນຕົ້ນການແກ້ໄຂບັນຫາຢາເສບຕິດ, ບັນຫາການລັກລອບເຂົ້າເມືອງຜິດກົດໝາຍ ແລະ ບັນຫາອື່ນໆ ທີ່ເປັນໜໍ່ແໜງໃນການກໍ່ຄວາມບໍ່ສະຫງົບ ພ້ອມດຽວກັນນັ້ນ, ກໍຕ້ອງຮັກສາມູນເຊື້ອການໄປ-ມາ ຫາສູ່ຢ່າງເປັນປົກະຕິ ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ. ນອກຈາກນັ້ນ, ສອງຝ່າຍ ຍັງເຫັນດີເປັນເອກະພາບ ສືບຕໍ່ຮ່ວມມືໃນວຽກງານດ້ານການຊ່ວຍເຫຼືອມະນຸດສະທຳ, ການຕ້ານໄພພິບັດທາງທຳມະຊາດ, ການແລກປ່ຽນດ້ານການແພດ, ສິລະປະ-ວັດທະນະທຳ ແລະ ກິລາ ແລະ ຂອດການຮ່ວມມືໃນຂອບຂອງກອງປະຊຸມອາຊຽນລວມທັງບັນຫາອື່ນໆ ທີ່ສອງຝ່າຍໄດ້ສ້າງກົນໄກຮ່ວມກັນ .

ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ຢູ່ ສປປ ລາວ ຂອງ ທ່ານ ຜູ້ບັນຊາການທະຫານອາກາດ ແຫ່ງ ຣາຊະອານາຈັກໄທ ພ້ອມຄະນະ ຄັ້ງນີ້ ຍັງໄດ້ເຂົ້າວາງພວງມາລາ ຢູ່ ອະນຸສາວະລີນັກຮົບນິລະນາມ (ດາວແດງ) ຕື່ມອີກ.

