Monday, December 15, 2025
Homeຂ່າວພາຍໃນເປີດງານນັດພົບແຮງງານປະຈຳປີ 2025

ເປີດງານນັດພົບແຮງງານປະຈຳປີ 2025

ພິທີເປີດງານນັດພົບແຮງງານປະຈຳປີ 2025 ຈັດຂຶ້ນໃນວັນທີ 12 ທັນວານີ້ ທີ່ສູນການຄ້າໄອເຕັກມໍ ນະຄອນຫຼວງວຽງຈັນ (ນວ) ໂດຍການເຂົ້າຮ່ວມຂອງທ່ານ ນາງ ແກ້ວ ຈັນທະວີໄຊ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ); ມີທ່ານ ນາງ ຊາຣີນ ທຸລາດາຣ ຫົວໜ້າອົງການຈັດຕັ້ງສາ ກົນເພື່ອການເຄື່ອນຍ້າຍຖິ່ນຖານປະຈໍາ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ ນາງ ແກ້ວ ຈັນທະວີໄຊ ໄດ້ກ່າວວ່າ: ການຈັດງານຄັ້ງນີ້, ເພື່ອເພີ່ມທະວີການເຂົ້າເຖິງການບໍລິການຈັດຫາງານສໍາລັບຜູ້ຊອກວຽກເຮັດງານທໍາ ແລະ ຫົວໜ່ວຍແຮງງານທີ່ມີຄວາມຕ້ອງການແຮງງານ, ກະຊວງ ຮສສ ຮ່ວມກັບພະແນກ ຮສສ ແຂວງ ແລະ ນວ ໄດ້ປັບປຸງຫ້ອງການ, ຈຸດບໍລິການຈັດຫາງານໃນ 17 ແຂວງ ແລະ ນວ.

ປັດຈຸບັນສໍາເລັດ 16 ຈຸດບໍລິການຈັດຫາງານໃນ 16 ແຂວງ ແລະ ກຳລັງດໍາເນີນການຢູ່ຈຸດບໍລິການຈັດຫາງານແຂວງຜົ້ງສາລີ ແລະ ນວ. ລວມທັງສະໜອງອຸປະກອນໄອທີ ແລະ ເຟີນີເຈີຫ້ອງການຄົບຊຸດໃຫ້ 17 ແຂວງ ແລະ ນວ ເພື່ອນໍາໃຊ້ເຂົ້າໃນການບໍລິການຈັດຫາງານໃຫ້ມີປະສິດທິຜົນຂຶ້ນກວ່າເກົ່າ. ຊຸກຍູ້ໃຫ້ຈຸດບໍລິການຈັດຫາງານທົ່ວປະເທດຈັດກອງປະຊຸມຮ່ວມກັບຄູ່ຮ່ວມງານຈາກພາກລັດ, ເອກະຊົນ ແລະ ຫົວໜ່ວຍແຮງງານ ເພື່ອປຶກສາຫາລືບັນຫາຂາດແຄນແຮງງານ ແລະ ວາງແຜນເພື່ອແກ້ໄຂບັນຫາຮ່ວມກັນ ໃນໜຶ່ງປີໃຫ້ສາມາດຈັດຕັ້ງປະຕິບັດໄດ້ 2 ຄັ້ງ. ນອກຈາກນີ້, ການຈັດງານນັດພົບແຮງງານແມ່ນກິດຈະກໍາໜຶ່ງທີ່ສໍາຄັນ ແລະ ຈໍາເປັນໃນປັດຈຸບັນ ເພາະເປັນອີກໜຶ່ງຊ່ອງທາງໃນການແກ້ໄຂບັນຫາການວ່າງງານ ແລະ ການຂາດແຄນແຮງງານຂອງຫົວໜ່ວຍແຮງງານໃນຂົງເຂດເສດຖະກິດ ແລະ ເຜີຍແຜ່ໂຄສະນາການໄປເຮັດວຽກຢູ່ຕ່າງປະເທດແບບຖືກຕ້ອງຕາມກົດໝາຍ ແນໃສ່ໃຫ້ພົນລະເມືອງລາວ, ຜູ້ຊອກວຽກເຮັດງານທໍາໄດ້ເຂົ້າເຖິງຂໍ້ມູນຂ່າວສານຕະຫຼາດແຮງງານຢ່າງກວ້າງຂວາງ ແລະ ໃຫ້ຫົວໜ່ວຍແຮງງານ, ໂຄງການລົງທຶນຕ່າງໆ ຢູ່ພາຍໃນປະເທດ ສາມາດປະກາດຕໍາແໜ່ງງານວ່າງ, ສໍາພາດ ແລະ ຮັບເອົາແຮງງານຢູ່ກັບທີ່.

ໃນປີ 2025 ໄດ້ຊຸກຍູ້ໃຫ້ 17 ແຂວງ ແລະ ນວ ຈັດງານນັດພົບແຮງງານ ສາມາດຈັດຕັ້ງປະຕິບັດສໍາເລັດ 8 ຄັ້ງ (ຈັດຕັ້ງປະຕິບັດຢູ່ແຂວງໄຊຍະບູລີ, ອຸດົມໄຊ, ຫຼວງພະບາງ, ຊຽງຂວາງ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ ແລະ ແຂວງເຊກອງ) ແລະ ຄັ້ງທີ 9 ນີ້ຈັດຂຶ້ນຢູ່ ນວ. ງານດັ່ງກ່າວຈະດໍາເນີນໄປເປັນເວລາ 3 ວັນ ນັບແຕ່ວັນທີ 12-14 ທັນວາ 2025. ຊຶ່ງມີພາກລັດ, ຫົວໜ່ວຍແຮງງານ, ວິສາຫະກິດບໍລິການຈັດຫາງານ ແລະ ອົງການຈັດຕັ້ງຕ່າງໆ ເຂົ້າຮ່ວມທັງໝົດ 54 ຮ້ານ ເພື່ອໃຫ້ບໍລິການຂຶ້ນທະບຽນຊອກວຽກເຮັດງານທຳ, ໃຫ້ຄໍາປຶກສາ, ສໍາພາດ ແລະ ຮັບເອົາແຮງງານຢູ່ກັບທີ່ ຊຶ່ງມີຫຼາຍກວ່າ 250 ຕໍາແໜ່ງງານວ່າງ ແລະ ມີຄວາມຕ້ອງການແຮງງານຫຼາຍກວ່າ 1,082 ຄົນ. ຄາດວ່າຈະສາມາດສໍາພາດບັນຈຸເຂົ້າເຮັດວຽກໄດ້ບໍ່ຫຼຸດ 200 ກວ່າຄົນ. ພາຍໃນງານມີກິດຈະກໍາແນະນໍາເຕັກນິກໃນການຊອກວຽກ ແລະ ສະໝັກງານໃຫ້ນັກຮຽນກຽມຈົບ ແລະ ຈົບໃໝ່, ໃຫ້ຄໍາປຶກສາການໄປເຮັດວຽກຢູ່ຕ່າງປະເທດແບບປອດໄພ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments