Monday, December 15, 2025
Homeຂ່າວພາຍໃນກະຊວງສາທາ ລະນຶກວັນສາກົນຕ້ານເອດປະຈຳປີ 2025

ກະຊວງສາທາ ລະນຶກວັນສາກົນຕ້ານເອດປະຈຳປີ 2025

ກົມຄວບຄຸມພະຍາດຕິດຕໍ່ ຮ່ວມກັບສູນຕ້ານເອດ ແລະ ພະຍາດຕິດຕໍ່ທາງເພດສໍາພັນ ກະຊວງສາທາ ລະນະສຸກຈັດພິທີລະນຶກວັນສາກົນຕ້ານເອດປະຈຳປີ 2025 ພາຍໃຕ້ຄໍາຂັວນ: “ຮ່ວມໃຈກັນກ້າວຂ້າມອຸປະສັກ ແລະ ປັບປ່ຽນຍຸດທະວິທີການກັນ ແລະ ຄວບຄຸມເຊື້ອເຮສໄອວີ (HIV)/ພະຍາດເອດ” (“Overcoming disruption, transforming the AIDS response”) ຂຶ້ນໃນວັນທີ 12 ທັນວານີ້ ທີ່ນະຄອນຫຼວງວຽງຈັນ ໂດຍມີທ່ານ ພອນປະດິດ ສັງໄຊຍະລາດ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ທ່ານ ນາງ ປາທຣີເຊຍ ອົງພີນ ຜູ້ອໍານວຍການອົງການສະຫະປະຊາຊາດ (ສປຊ) ເພື່ອພະຍາດເອດຂອງ 3 ປະເທດ ກໍາປູເຈຍ, ມາເລເຊຍ ແລະ ສປປ ລາວ, ທ່ານ Christopher FITZPATRICK ຮອງອໍານວຍການອົງການອະນາໄມໂລກປະຈໍາລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ພອນປະດິດ ສັງໄຊຍະລາດ ກ່າວວ່າ: ເນື່ອງໃນວັນສາກົນຕ້ານເອດ ທົ່ວໂລກໄດ້ຖືເອົາວັນທີ 1 ທັນວາຂອງທຸກໆປີ ເປັນວັນລະນຶກເຖິງປະຊາກອນໂລກ ທີ່ໄດ້ຮັບຜົນກະທົບຈາກການຕິດເຊື້ອເຮສໄອວີ (HIV), ເປັນພະຍາດເອດ ແລະ ໄດ້ເສຍຊີວິດຍ້ອນການຕິດເຊື້ອພະຍາດດັ່ງກ່າວ ແລະ ການສ້າງຂະບວນການໃນວັນສາກົນຕ້ານເອດ ໄດ້ຖືກຈັດຂຶ້ນຢ່າງເປັນທາງການໃນຂອບເຂດທົ່ວໂລກ ເລີ່ມແຕ່ປີ 1988 ເປັນຕົ້ນມາ. ຈຸດປະສົງ ເພື່ອໂຄສະນາ ແລະ ປຸກລະດົມໃຫ້ປະຊາຊົນໃນຂອບເຂດທົ່ວໂລກມີຄວາມສາມັກຄີ, ເປັນເຈົ້າການໃນການຮ່ວມແຮງຮ່ວມໃຈກັນ ເພື່ອກັນ ແລະ ຄວບຄຸມເຊື້ອ HIV/ພະຍາດເອດ.

ອີງຕາມການລາຍງານຂອງອົງການ ສປຊ ຕ້ານເອດ (UNAIDS) ໃນທ້າຍປີ 2023 ມີຜູ້ຕິດເຊື້ອ HIV ທີ່ຍັງມີຊີວິດຢູ່ໃນທົ່ວໂລກປະມານ 39.9 ລ້ານຄົນ ຊຶ່ງເພີ່ມຂຶ້ນຈາກ 37.7 ລ້ານຄົນໃນປີ 2020, ອັນເປັນຜົນເນື່ອງມາຈາກການຄົ້ນພົບຜູ້ຕິດເຊື້ອ HIV ກໍລະນີໃໝ່ຍັງສືບຕໍ່ເພີ່ມຂຶ້ນ ແລະ ຜູ້ທີ່ຕິດເຊື້ອ HIV ຢູ່ກ່ອນແລ້ວ ກໍມີອາຍຸຍືນຍາວກວ່າເກົ່າ ເຮັດໃຫ້ຈໍານວນຜູ້ຕິດເຊື້ອທີ່ມີຊີວິດສະສົມແມ່ນເພີ່ມຂຶ້ນໃນແຕ່ລະປີ. ດັ່ງນັ້ນ, ພວກເຮົາມີຄວາມ ຈໍາເປັນຕ້ອງໄດ້ສືບຕໍ່ຂະຫຍາຍວຽກງານຕ້ານເອດ ເພື່ອໃຫ້ບັນລຸເປົ້າໝາຍໃໝ່ຂອງອົງການ ສປຊ ຕ້ານເອດຄືຢຸດຕິການແຜ່ລະບາດຂອງເຊື້ອ HIV ພາຍໃນປີ 2030. ສະນັ້ນ, ຈຶ່ງຕ້ອງໄດ້ບັນລຸເປົ້າໝາຍເລັ່ງລັດ 95-95-95 ຂອງອົງການ ສປຊ ຕ້ານເອດ. ປີ 2024 ສປປ ລາວ ປະຕິບັດໄດ້ 84-78-98 ຍັງບໍ່ທັນບັນລຸຕາມເປົ້າໝາຍທີ່ວາງໄວ້. ເພື່ອປະຕິບັດໃຫ້ໄດ້ເປົ້າໝາຍດັ່ງກ່າວ ພວກເຮົາຕ້ອງໄດ້ສູ້ຊົນ ແລະ ເພີ່ມທະວີການຈັດຕັ້ງປະຕິບັດວຽກງານໂຄສະນາປ້ອງກັນ, ວຽກງານປິ່ນປົວ ແລະ ດູແລຜູ້ຕິດເຊື້ອ HIV ໂດຍມີການປະກອບສ່ວນຈາກຫຼາຍພາກ ສ່ວນໃນສັງຄົມ ທັງພາຍໃນ ແລະ ສາກົນໃຫ້ຫຼາຍຂຶ້ນກວ່າເກົ່າ.

ດັ່ງນັ້ນ, ກະຊວງສາທາລະນະສຸກໄດ້ມີແຜນຍຸດທະສາດ 2025-2030 ເພື່ອບັນລຸເປົ້າໝາຍ ແລະ ແກ້ໄຂສິ່ງທ້າທາຍໃນຫຼາຍດ້ານເຊັ່ນ: ການປັບປຸງຈຸດບໍລິການ, ການນຳໃຊ້ສື່ສັງຄົມອອນລາຍທີ່ຫຼາກຫຼາຍໃນການໂຄສະ ນາ ແລະ ເຜີຍແຜ່ຂໍ້ມູນຂ່າວສານຂອງວຽກງານຕ້ານເອດໃຫ້ທົົ່ວເຖິງ, ເລັ່ງໃສ່ການນໍາໃຊ້ນະວັດຕະກຳອັນໃໝ່ໃນການປ້ອງກັນໃຫ້ກວ້າງຂວາງ ທົ່ວເຖິງ ໂດຍການກິນຢາປ້ອງກັນກ່ອນການສຳພັດເຊື້ອ HIV, ສົ່ງເສີມການໃຊ້ຖົງຢາງອະນາໄມ, ການກວດກັ່ນຕອງດ້ວຍຕົນເອງ (HIV self-testing), ການຊັກຊວນຄູ່ຂອງຜູ້ຕິດເຊື້ອເພື່ອກວດຫາການຕິດເຊື້ອ HIV (Index-testing) ເພື່ອໂຄສະນາການຮູ້ສະຖານະຂອງການຕິດເຊື້ອໄດ້ໄວຂຶ້ນ ແລະ ເຂົ້າເຖິງການປິ່ນປົວໂດຍໄວ ໂດຍສະເພາະຜູ້ທີ່ມີຄວາມສ່ຽງສູງ ເພື່ອຄວບຄຸມການແຜ່ເຊື້ອ HIV ແລະ ຫຼຸດຜ່ອນການເສຍຊີວິດ. ພ້ອມທັງໄດ້ປັບປຸງກົດໝາຍວ່າດ້ວຍການປ້ອງກັນ ແລະ ຄວບຄຸມເຊື້ອ HIV/ພະຍາດເອດ ຈາກສະບັບປີ 2010 ສໍາເລັດ. ໃນທ້າຍປີ 2024 ເພື່ອປັບປຸງໃຫ້ສອດຄ່ອງກັບການຈັດຕັ້ງປະຕິບັດກັບສະພາບປັດຈຸບັນ, ໄດ້ປັບປຸງຄະນະກຳມະການແຫ່ງຊາດຕ້ານເອດຄືນໃໝ່, ຂັ້ນແຂວງ, ເມືອງເພື່ອຕິດຕາມຄວາມຄືບໜ້າ ແລະ ຄວບຄຸມການແຜ່ລະບາດຂອງເຊື້ອ HIV ໃນພື້ນທີ່ຂອງຕົນໂດຍການສ້າງຂະບວນການຢ່າງຕໍ່ເນື່ອງ ເພື່ອໂຄສະນາ, ສຶກສາອົບຮົມໃຫ້ຄົນໃນສັງຄົມຮັບຮູ້ ແລະ ມີຄວາມເຂົ້າໃຈຢ່າງຖືກຕ້ອງກ່ຽວກັບເຊື້ອ HIV/ພະຍາດເອດ.

ການຈັດກິດຈະກໍາໃນຄັ້ງນີ້, ເພື່ອສົ່ງເສີມການໂຄສະນາ ແລະ ໃຫ້ຂໍ້ມູນຄວາມຮູ້ກ່ຽວກັບເຊື້ອ HIV ຢ່າງຕໍ່ເນື່ອງໃນແຕ່ລະປີ. ຢູ່ ສປປ ລາວ ປັດຈຸບັນຍັງມີຈຳນວນສະສົມຜູ້ຕິດເຊື້ອ HIV ທີ່ຍັງມີຊີວິດ 21,363 ຄົນ, ຜູ້ຕິດເຊື້ອທີ່ມີໜ້າປິ່ນປົວດ້ວຍຢາຕ້ານ 14,314 ຄົນ. ຕົວເລກລາຍງານສະເພາະປີ 2025 ນັບແຕ່ເດືອນມັງກອນ ເຖິງເດືອນກັນຍາ ພົບຜູ້ຕິດເຊື້ອ HIV 1,617 ຄົນ. ໃນນີ້, 53% ແມ່ນກຸ່ມໄວໜຸ່ມມີອາຍຸລະຫວ່າງ 15-29 ປີ. ພ້ອມນັ້ນ, ມີສະຖານທີ່ບໍລິການກວດເລືອດຊອກຫາການຕິດເຊື້ອ HIV ນັບແຕ່ຂັ້ນສູນກາງ, ແຂວງ, ເມືອງ ແລະ ສຸກສາລາບາງແຫ່ງລວມທັງໝົດ 196 ແຫ່ງ ສາມາດຂະຫຍາຍຕາໜ່າງປິ່ນປົວຜູ້ຕິດເຊື້ອ HIV ແລະ ເປັນພະຍາດເອດໄດ້ຢູ່ທຸກໂຮງໝໍແຂວງ ແລະ ບາງເມືອງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments