ເນື່ອງຈາກວ່າໄດ້ມີຍ່ອມຄວາມກົດດັນອາກາດຕ່ຳເກີດຂຶ້ນຢູ່ເຂດພາກເໜືອດ້ານຕາເວັນຕົກຂອງປະເທດຈີນ ໃກ້ກັບພາກເໜືອຂອງປະເທດລາວ ແລະ ໄດ້ແຜ່ລົງມາປະທະກັບມວນອາກາດເຢັນທີ່ໄດ້ເຄື່ອນທີ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກຳລັງອ່ອນ ຫາ ປານກາງ ສົມທົບກັບກະແສລົມຕາເວັນອອກ-ຕາເວັນອອກສ່ຽງເໜືອພັດປົກຄຸມ, ຊຶ່ງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍ ແລະ ຈະມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ. ແຕ່ສະພາບອາກາດໂດຍທົ່ວໄປອາກາດຍັງຈະເຢັນໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ອາກາດຈະໜາວເຢັນ ຫາ ໜາວເຢັນຫລາຍຢູ່ແຂວງພາກເໜືອ ແຂວງໄຊສົມບູນ ແລະ ເຂດພູພຽງບໍໍລະເວນ.
ພະຍາກອນອາກາດ ປະຈໍາວັນທີ 14 ທັນວາ 2025
RELATED ARTICLES

