ໃນຕອນບ່າຍວັນທີ 12 ທັນວາ 2025 ນີ້, ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍຜ່ານລະບົບທາງໄກກັບ ສະຫາຍ ເລ ຮວາຍ ຈຸ່ງ ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ສສ ຫວຽດນາມ.
ໃນການພົບປະທາງໄກຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງ ຕໍ່ຜົນສໍາເລັດການຢ້ຽມຢາມລັດຖະກິດຢູ່ ສປປ ລາວ ຂອງ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ຄະນະ ພ້ອມທັງເຂົ້າຮ່ວມພິທີສະເຫລີມສະຫລອງວັນຊາດ ແຫ່ງ ສປປ ລາວ ຄົບຮອບ 50 ປີ, ຊຶ່ງສອງຝ່າຍໄດ້ພ້ອມກັນຍົກລະດັບສາຍພົວພັນຂຶ້ນເປັນ “ສາຍພົວພັນມິດຕະພາບອັນຍິງໃຫຍ່, ຄວາມສາມັກຄີພິ ເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ’’ ແລະ ໄດ້ຕົກລົງເຫັນດີລົງນາມເອກະສານການຮ່ວມມື ຈຳນວນ 12 ສະບັບ; ຕີລາຄາສູງຕໍ່ຜົນສຳເລັດການຈັດກອງປະຊຸມກົມການເມືອງ ລາວ-ຫວຽດນາມ ປະຈຳປີ 2026 ແລະ ກອງປະຊຸມຄະນະກຳມາທິການຮ່ວມມືທະວິພາຄີ (JC) ລາວ-ຫວຽດນາມ ຄັ້ງທີ 48, ຊຶ່ງໄດ້ມີຜົນສໍາເລັດອັນ ໃຫຍ່ຫລວງ.

ພ້ອມກັນນັ້ນ, ສອງສະຫາຍລັດຖະມົນຕີ ໄດ້ເຫັນດີເປັນເອກະພາບ ແລະ ຕີລາຄາສູງ ຕໍ່ການພົວພັນຮ່ວມ ມື ລະຫວ່າງສອງປະເທດ ທັງສາຍພັກ-ສາຍລັດ ກໍຄື ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ທີ່ໄດ້ຮັບການເສີມຂະຫຍາຍ ແລະ ມີຜົນສຳເລັດຕົວຈິງຢ່າງຕໍ່ເນື່ອງໃນໄລຍະຜ່ານມາ. ພ້ອມນີ້, ສອງຝ່າຍ ຍັງເຫັນດີທີ່ຈະຮ່ວມມືກັນຢ່າງໃກ້ຊິດ ໃນການເປັນເສນາທິການ ໃຫ້ແກ່ການນໍາຂັ້ນສູງຂອງສອງປະເທດ ເພື່ອສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດການຕົກລົງ ຂອງການນໍາຂັ້ນສູງ ຂອງສອງພັກ, ສອງລັດ ເພື່ອນຳເອົາຜົນປະໂຫຍດສູງສຸດ ມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ; ສອງຝ່າຍ ຍັງໄດ້ປຶກສາຫາລືເພື່ອກະກຽມໃຫ້ແກ່ການຈັດກອງປະຊຸມປຶກສາຫາລື ທາງດ້ານການເມືອງ ຂັ້ນລັດຖະມົນຕີ ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 12 ທີ່ ສສ ຫວຽດນາມ ຈະເປັນເຈົ້າພາບໃນທ້າຍປີ 2025 ນີ້. ນອກນີ້, ສອງຝ່າຍຍັງໄດ້ປຶກສາຫາລື ແລະ ແລກປ່ຽນທັດສະນະ ກ່ຽວກັບ ສະພາບການທີ່ພົ້ນເດັ່ນຂອງພາກພື້ນ ແລະ ສາກົນ ຈໍານວນໜຶ່ງ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

