ວັນທີ 12 ທັນວາ 2025, ການນຳແຂວງສະຫວັນນະເຂດ, ນຳໂດຍ ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍບັນດາການນໍາ, ອະດີດການນໍາ, ພະນັກງານຫລັກແຫລ່ງພະແນກການ, ຫ້ອງການ, ອົງການທຽບເທົ່າ, ບໍລິສັດ-ລັດວິສາຫະກິດອ້ອມ ຂ້າງແຂວງ ແລະ ຫລານນ້ອຍເຍົາວະຊົນທັນວາ ເຂົ້າຮ່ວມຮັບຊົມການຖ່າຍທອດສົດ ພິທີສະເຫລີມສະຫລອງ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025) ຜ່ານທາງອອນລາຍ ໂດຍຈັດຂຶ້ນຢ່າງຍິ່ງໃຫຍ່ ທີ່ນະຄອນຫລວງວຽງຈັນ ເພື່ອເປັນການລະນຶກ ແລະ ສະແດງຄວາມກະຕັນຍູ, ຮູ້ບຸນ ຄຸນເຖິງຜົນງານ, ຄຸນງາມຄວາມດີ ແລະ ຄວາມສະຫລະອັນສູງສົ່ງຍິ່ງໃຫຍ່ ທີ່ມີຕໍ່ປະເທດຊາດ ແລະ ປະຊາຊົນ.

ໃນພິທີ, ຜູ້ເຂົ້າຮ່ວມໄດ້ຮັບຊົມການສະແດງສິລະປະ-ວັນນະຄະດີ, ຮັບຊົມວິດີໂອມູນເຊື້ອ ຕິດພັນກັບການ ເຄື່ອນໄຫວ ຂອງປະທານ ໄກສອນ ພົມວິຫານ ແລະ ຮັບຟັງການກ່າວສູນທອນພົດ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ທີ່ໄດ້ຍົກໃຫ້ເຫັນເຖິງມູນເຊື້ອ, ປະຫວັດການເຄື່ອນໄຫວປະຕິວັດ ຂອງປະທານ ໄກສອນ ພົມວິຫານ ເພື່ອຕໍ່ສູ້ຕ້ານຈັກກະພັດພວກລ່າເມືອງຂຶ້ນແບບເກົ່າ ແລະ ໃໝ່ ໂດຍໄດ້ຍົກໃຫ້ເຫັນເຖິງຄວາມປີຊາສາມາດ, ຄວາມສະຫລຽວ ສະຫລາດໃນການນໍາພາ-ຊີ້ນໍາກອງທັບ ແລະ ປະຊາຊົນລາວຕໍ່ສູ້ກູ້ຊາດ ຈົນສາມາດຍາດໄດ້ໄຊຊະນະທີ່ສົມບູນ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນໃນວັນທີ 2 ທັນວາ 1975.

ຊຶ່ງຜົນງານ ແລະ ຄຸນງາມຄວາມດີ ຕະຫລອດຮອດແບບແຜນການດຳລົງຊີວິດ, ຄວາມດຸໝັ່ນພາກພຽນ, ການອຸທິດຕົນເພື່ອຊາດ, ເພື່ອປະຊາຊົນ ຂອງປະທານ ໄກສອນ ພົມວິຫານ ໄດ້ກາຍເປັນແວ່ນແຍງໃຫ້ແກ່ພະນັກງານ, ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ ໃນຂອບເຂດທົ່ວປະເທດ ນໍາໄປຄົ້ນຄວ້າຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເຂົ້າໃນໜ້າວຽກ ຂອງຕົນ ເພື່ອປະກອບສ່ວນປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ກ້າວຂຶ້ນສູ່ຈຸດໝາຍສັງຄົມນິ ຍົມເທື່ອລະກ້າວ ຕາມແນວທາງຂອງພັກວາງໄວ້.

