Friday, December 12, 2025
Homeຂ່າວພາຍໃນສໍາມະນາລະດັບຊາດວຽກງານປົກປ້ອງສັງຄົມ

ສໍາມະນາລະດັບຊາດວຽກງານປົກປ້ອງສັງຄົມ

ກອງປະຊຸມເວທີສໍາມະນາລະດັບຊາດກ່ຽວກັບວຽກງານປົກປ້ອງສັງຄົມ ຫົວຂໍ້ “ການຫັນເປັນດີຈີຕອນ ເພື່ອກ້າວຜ່ານການປ່ຽນແປງ ແລະ ການບໍລິການໃນຍຸກໃໝ່” ຈັດຂຶ້ນໃນວັນທີ 12 ທັນວານີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ປະ ທານຄະນະກໍາມະການ ການປົກປ້ອງສັງຄົມຂັ້ນສູນກາງ; ທ່ານ ນາງ Martine Thérer ຮັກສາການຜູ້ປະສານງານອົງການສະຫະປະຊາຊາດປະຈຳສປປ ລາວ; ທ່ານ ນາງ Xiaoyan Qian ຜູ້ອໍານວຍການອົງການແຮງງານສາກົນປະຈຳພາກພື້ນທີ່ບາງກອກ ປະເທດໄທ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ໂພໄຊ ໄຊຍະສອນ ກ່າວວ່າ: ສປປ ລາວ ມີຄວາມພະຍາຍາມສູງໃນການຜັນຂະຫຍາຍເນື້ອໃນຖະ ແຫຼງການ, ສົນທິສັນຍາ ແລະ ຂໍ້ແນະນໍາຕ່າງໆ ຂອງພາກພື້ນ ແລະ ສາກົນເຂົ້າໃນນະໂຍບາຍຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຂອງລັດຖະບານ ສະແດງອອກໃນລັດຖະທຳມະນູນ, ນິຕິກຳ ແລະ ກົດໝາຍຕ່າງໆ ໂດຍໄດ້ກຳນົດບັນດາມາດຕະການ ແລະ ນະໂຍບາຍຕ່າງໆ. ດ້ານວຽກງານການປົກປ້ອງສັງຄົມເຊັ່ນ: ຕັ້ງໜ້າພັດທະນາການສຶກສາແຫ່ງຊາດໃຫ້ມີຄຸນນະພາບ, ສ້າງໂອກາດ ແລະ ເງື່ອນໄຂໃຫ້ປະຊາຊົນໄດ້ຮັບການສຶກສາຢ່າງທົ່ວເຖິງ ໂດຍສະເພາະປະຊາຊົນຜູ້ທຸກຍາກຢູ່ເຂດຫ່າງໄກສອກຫຼີກ, ຊົນເຜົ່າ, ຜູ້ດ້ອຍໂອກາດ, ແມ່ຍິງ, ເດັກນ້ອຍ ແລະ ຜູ້ພິການ; ການພັດທະນາຊັບພະຍາກອນມະນຸດ, ລັດເອົາໃຈໃສ່ພັດທະນາສີມືແຮງງານ, ຍົກສູງວິໄນແຮງງານ, ສົ່ງເສີມວິຊາຊີບ ແລະ ວຽກເຮັດງານທໍາຂອງປະຊາຊົນ ພ້ອມທັງປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ອອກ ແຮງງານ; ເອົາໃຈໃສ່ປະຕິບັດນະໂຍບາຍປະກັນສຸຂະພາບ ແລະ ປະກັນສັງຄົມຜູ້ດ້ອຍໂອກາດ, ຜູ້ປະສົບໄພພິບັດໄດ້ຮັບການຊ່ວຍເຫຼືອຢ່າງທົ່ວເຖິງ, ສົ່ງເສີມວຽກງານໂພສະນາການເຂົ້າໃນໂຄງການປົກປ້ອງສັງຄົມໃນລະບົບສັງຄົມສົງ ເຄາະ ເປັນຕົ້ນໂຄງການອາຫານທ່ຽງ, ປະສົມສານອາຫານ ຫຼື ວິຕາມິນໃສ່ເຂົ້າ, ໂຄງການໃຫ້ວິຕາມິນ, ໂຄງການສະໜອງເງິນສົດໃຫ້ແມ່ຖືພາ ແລະ ເດັກ 1,000 ວັນ, ເດັກພິການ, ການຊ່ວຍເຫຼືອບັນເທົາທຸກສຸກເສີນໄພພິບັດ ແລະ ອື່ນໆ. ສິ່ງເຫຼົ່ານີ້, ລ້ວນແຕ່ເປັນການສົ່ງເສີມ ແລະ ສະໜັບສະໜູນວຽກງານປົກປ້ອງສັງຄົມດ້ວຍຫຼາຍຮູບແບບ ແລະ ສິ່ງສໍາຄັນອັນໜຶ່ງຂອງວຽກງານປົກປ້ອງສັງຄົມໄດ້ບັນຈຸເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຂອງລັດຖະບານແຕ່ລະໄລຍະ.

ກອງປະຊຸມຄັ້ງນີ້, ມີຄວາມໝາຍສໍາຄັນຢ່າງຍິ່ງ ຊຶ່ງຈະເປັນເວທີແຫ່ງການປຶກສາຫາລື, ການແລກປ່ຽນບົດຮຽນ, ປະສົບປະການໃນດ້ານວິທະຍາສາດສັງຄົມທີ່ເຕັມໄປດ້ວຍເນື້ອໃນອັນອຸດົມສົມບູນ ມີບັນຍາກາດອັນດີລະຫວ່າງອົງການ ຈັດຕັ້ງຂອງລັດ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງທາງສັງຄົມ, ນັກສຶກສາ, ປັນຍາຊົນ ເຮັດໃຫ້ກອງປະຊຸມຄັ້ງນີ້ດໍາເນີນໄປດ້ວຍຄວາມຮັບຜິດຊອບ ແລະ ມີຜົນສໍາເລັດຕາມແຜນທີ່ວາງໄວ້ທຸກປະການ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments